ຊີ້ແຈງການເກັບບໍລິຫານບັດປະຈຳຕົວດິຈິຕອນ 30,000 ກີບ

ກ.ຍ. 9, 2025

 

(ສພຊ) – ການອອກບັດປະຈຳຕົວດິຈິຕອນໃຫ້ພົນລະເມືອງໃນໄລຍະຕົ້ນນີ້ ເຫັນວ່າໄດ້ຮັບການສະໜັບສະໜູນ, ຊ່ວຍເຫຼືອ ແລະ ໃຫ້ກຳລັງໃຈແກ່ເຈົ້າໜ້າທີ່ເປັນຢ່າງດີ, ພົນລະເມືອງລາວມີຄວາມຕື່ນຕົວ, ສະໝັກໃຈ ແລະ ໃຫ້ການຮ່ວມມື ໃນການຈັດຕັ້ງປະຕິບັດຕາມການແນະນຳຂອງເຈົ້າໜ້າທີ່ ໃນການປະກອບເອກະສານ, ການສະໜອງຮ່ອງຮອຍນິຕິວິທະຍາ ແລະ ອື່ນໆ; ແຕ່ກໍມີພົນລະເມືອງຈຳນວນໜຶ່ງ ໄດ້ສວຍໃຊ້ຊ່ອງວ່າງຂອງພົນລະເມືອງຄົນອື່ນ ທີ່ຍັງບໍ່ຮູ້ສະຖານທີ່ບ່ອນອອກບັດ, ບໍ່ທັນຮູ້ລະບຽບການ ແລະ ອື່ນໆ ໄດ້ສວຍໂອກາດເກັບເງິນນຳພົນລະເມືອງຜູ້ທີ່ມາ ໃນມູນຄ່າ 3-5 ແສນກີບຕໍ່ບັດ ເຊິ່ງເຫັນວ່າ ຜູ້ສວຍໂອກາດເກັບເງິນນີ້ ຂາດຈັນຍາບັນ, ຈັນຍາທຳ, ສ້າງຄວາມເສຍຫາຍໃຫ້ແກ່ເຈົ້າໜ້າທີ່ ເຮັດໃຫ້ຄົນບໍ່ດີສວຍໂອກາດປັ່ນປ່ວນພາຍໃນ ແລະ ຜິດຕໍ່ລະບຽບກົດໝາຍຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ດ້ວຍເຫດຜົນດັ່ງກ່າວ ຈຶ່ງຂໍແຈ້ງມາຍັງພົນລະເມືອງຊາບທົ່ວເຖິງກັນວ່າ:
1. ການເກັບຄ່າບໍລິຫານເອກະສານໃນການອອກບັດປະຈຳຕົວດິຈິຕອນໃນປັດຈຸບັນ ແມ່ນປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2086/ປກສ, ລົງວັນທີ 14 ສິງຫາ 2025 ວ່າດ້ວຍການເກັບຄ່າບໍລິຫານອອກບັດປະຈໍາຕົວປະຊາຊົນລາວ ໃນໄລຍະຈັດຕັ້ງປະຕິບັດໂຄງການສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ;
2. ການເກັບຄ່າບໍລິຫານອອກບັດປະຈຳຕົວດິຈິຕອນ ໃນລາຄາ 30,000 ກີບຕໍ່ບັດ, ໃນລາຄານີ້ ແມ່ນລວມທັງການປະກອບເອກະສານ ແລະ ຄ່າບັດປະຈຳຕົວດິຈິຕອນ ເຊິ່ງຂໍ້ຕົກລົງດັ່ງກ່າວ ມີຜົນບັງຄັບໃຊ້ຮອດວັນທີ 31 ທັນວາ 2026;
3. ສ່ວນມີການກ່າວຫາເຈົ້າໜ້າທີ່ອອກບັດປະຈຳຕົວວ່າ ເກັບເງິນຄ່າບໍລິຫານເກີນກຳນົດໃນສື່ອອນລາຍຕ່າງໆນັ້ນ ແມ່ນບໍ່ມີມູນຄວາມຈິງ.
ພ້ອມນີ້, ຮຽກຮ້ອງມາຍັງພົນລະເມືອງລາວທຸກຄົນ, ຖ້າພົບເຫັນບຸກຄົນພາຍນອກທີ່ເຄື່ອນໄຫວເປັນນາຍໜ້າ ແລະ ມີການຮຽກຮ້ອງຄ່າບໍລິການອື່ນໆເພີ່ມຕື່ມ ໃຫ້ແຈ້ງຕໍ່ເຈົ້າໜ້າທີ່ອອກບັດປະຈຳຕົວບ່ອນຕົນຍື່ນເອກະສານ ຫຼື ແຈ້ງຕໍ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ.
ສາຍດ່ວນ 1529 ເພື່ອຮັບການຊີ້ແຈງຂໍ້ມູນເພີ່ມຕື່ມ.
(ເພຈ: ຄວາມສະຫງົບ Lao Security News)