ທ່ານ ສົມມາດ ພົລເສນາ ພົບປະຜູ້ມີສິດເລືອກຕັ້ງຢູ່ແຂວງຈໍາປາສັກ

ກ.ຍ. 6, 2025

(ສພຊ) – ວັນທີ 3-4 ກັນຍາຜ່ານມາ, ທ່ານ ສົມມາດ ພົລເສນາ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ (ສພຊ), ທ່ານ ປອ. ສົມໄຊ ສີຫາຈັກ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 15, ປະທານຄະນະກໍາມະການຍຸຕິທໍາ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ທ່ານ ດຣ. ນາງ ພົງພັນ ວິລະພັນ ຮອງປະທານຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈໍາເຂດເລືອກຕັ້ງນະຄອນປາກເຊ ພ້ອມດ້ວຍ ສສຂ ປະຈໍາເຂດເລືອກຕັ້ງນະຄອນປາກເຊ ແລະ ຄະນະຕິດຕາມ ໄດ້ເຄື່ອນໄຫວພົບປະຢ້ຽມພະນັກງານ-ລັດຖະກອນໂຮງໝໍແຂວງ, ລັດວິສາຫະກິດໄຟຟ້າລາວ ສາຂາແຂວງ ແລະ 6 ພາກສ່ວນໃນຂົງເຂດຕຸລາການຂອງແຂວງຈໍາປາສັກ ຄື: ພະແນກຍຸຕິທໍາ, ສານປະຊາຊົນ, ສານປະຊາຊົນພາກໃຕ້, ອົງການໄອຍະການປະຊາຊົນ, ອົງການໄອຍະການປະຊາຊົນພາກໃຕ້, ກອງປະຕິບັດຄໍາຕັດສິນຂອງສານ.
ໃນການພົບປະ, ໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບສະພາບລວມການຈັດຕັ້ງປະຕິບັດວຽກງານຕາມ 5 ໜ້າທີ່ຕົ້ນຕໍ ຈາກທ່ານ ດຣ. ຄິດສະແຫວງ ສີສຸລາດ ຮອງຜູ້ອໍານວຍການໂຮງໝໍແຂວງ ເຊິ່ງເຫັນໄດ້ຜົນສໍາເລັດທີ່ພົ້ນເດັ່ນ ແລະ ບາງບັນຫາຂໍ້ຫຍຸ້ງຍາກທີ່ຈະຕ້ອງສືບຕໍ່ປະຕິບັດໃຫ້ມີຜົນສໍາເລັດ, ການຈັດຕັ້ງປະຕິບັດວຽກງານໃນໄລຍະ 7 ເດືອນປີ 2025 ຂອງລັດວິສາຫະກິດໄຟຟ້າລາວ ສາຂາແຂວງ ຈາກທ່ານ ພາສາພອນ ບຸບຜາຖາ ຮັກສາການຫົວໜ້າລັດວິສາຫະກິດດັ່ງກ່າວ ທີ່ຍົກໃຫ້ເຫັນຜົນສໍາເລັດ ໂດຍສະເພາະຜົນຂອງການຈັດຕັ້ງປະຕິບັດ 7 ຕົວຊີ້ວັດ ແລະ ຍົກໃຫ້ເຫັນບັນຫາພົ້ນເດັ່ນຈໍານວນໜຶ່ງ, ຕາງໜ້າ 6 ພາກສ່ວນໃນຂົງເຂດຕຸລາການຂອງແຂວງ ໄດ້ຍົກໃຫ້ເຫັນຜົນສໍາເລັດທີ່ພົນເດັ່ນຂອງການຈັດຕັ້ງປະຕິບັດວຽກງານຕາມສິດໜ້າທີ່ຄວາມຮັບຜິດຊອບ ທັງຍົກໃຫ້ເຫັນບັນຫາພົ້ນເດັ່ນຈໍານວນໜຶ່ງ; ບັນດາທ່ານ ສສຊ ແລະ ສສຂ ກໍໄດ້ມີການເຈາະຈີ້ມຕໍ່ບາງບັນຫາເພື່ອໃຫ້ພາກສ່ວນທີ່ກ່ຽວຂ້ອງ ຍົກໃຫ້ເຫັນຂໍ້ມູນລາຍລະອຽດ.
ຈາກນັ້ນ, ສສຊ-ສສຂ ໄດ້ຜັດປ່ຽນກັນເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງ ສພຊ ຊຸດທີ IX, ກອງປະຊຸມສະໄໝວິສາມັນເທື່ອທີ 2 ແລະ ສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຈໍາປາສັກ ຊຸດທີ IV ທີ່ໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງຊາດ-ຂອງທ້ອງຖິ່ນ ໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ; ພ້ອມກັນນີ້, ຜູ້ມີສິດເລືອກຕັ້ງຍັງໄດ້ມີຄໍາຄິດເຫັນ, ຄໍາສະເໜີຫຼາຍບັນຫາ ເຊິ່ງບັນດາທ່ານສະມາຊິກສະພາ ກໍໄດ້ແລກປ່ຽນບົດຮຽນ ແລະ ຊີ້ແຈງອະທິບາຍຕໍ່ບາງຄໍາສະເໜີ.
ທ່ານ ສົມມາດ ພົລເສນາ ໄດ້ສະແດງຄວາມຊົມເຊີຍຕໍ່ທຸກພາກສ່ວນທີ່ເອົາໃຈໃສ່ປະຕິບັດວຽກງານຕາມຄວາມຮັບຜິດຊອບ, ສາມາດຍາດໄດ້ຜົນສໍາເລັດທີ່ພົ້ນເດັ່ນຫຼາຍດ້ານ ທັງເນັ້ນໜັກໃຫ້ສືບຕໍ່ຮັກສາມູນເຊື້ອອັນດີງາມ ແລະ ເອົາ ໃຈໃສ່ຢ່າງຕັ້ງໜ້າໃນການປະຕິບັດໜ້າທີ່ຕົ້ນຕໍຄື: ວຽກງານປ້ອງກັນພະຍາດ, ປິ່ນປົວ, ຟື້ນຟູ, ການຕິດຕາມຊຸກຍູ້ດ້ານວິຊາການ, ການກໍ່ສ້າງບຸກຄະລາກອນສາທາລະນະສຸກ, ການຄົ້ນຄວ້າວິທະຍາສາດ ແລະ ເອົາໃຈໃສ່ການໃຫ້ບໍລິການສຸຂະພາບພາຍໃຕ້ລະບົບປະກັນແຫ່ງຊາດ ຕາມນະໂຍບາຍຂອງລັດຖະບານ ໃຫ້ມີປະສິດທິພາບສູງ; ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ນໍາໃຊ້ທຸກທ່າແຮງຢ່າງມີປະສິດທິຜົນ, ພັດທະນາເສດຖະກິດ-ສັງຄົມຕາມທິດສີຂຽວ ແລະ ຍືນຍົງ; ພ້ອມກັນຕັ້ງໜ້າປະກອບສ່ວນເປັນກໍາລັງແຮງໃນທຸກຂະບວນການຢ່າງໜັກແໜ້ນເຂັ້ມແຂງ ເພື່ອສ້າງຜົນງານຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຂອງພັກ, ຂອງແຂວງ ໃຫ້ມີບັນຍາກາດຟົດຟື້ນ. ໂອກາດນີ້, ທ່ານຮອງປະທານ ສພຊ ໄດ້ມອບເງິນສົດ 10 ລ້ານກີບ ເພື່ອປະກອບສ່ວນຊຸກຍູ້ຮັບໃຊ້ເຂົ້າໃນການເຄື່ອນໄຫວວຽກງານຂອງໂຮງໝໍແຂວງ.
ທ່ານ ສົມມາດ ພົລເສນາ ແລະ ຄະນະຈາກພາກສ່ວນທີ່ກ່ຽວຂ້ອງ ຍັງໄດ້ເຄື່ອນໄຫວຕິດຕາມກວດກາ 2 ໂຄງການຢູ່ເມືອງໂຂງ ຄື: ໂຄງການພະລັງງານໄຟຟ້າແສງຕາເວັນ ຂອງບໍລິສັດ ແມ່ໂຂງ ພາວເວີ ແລະ ໂຮງງານປຸງແຕ່ງປາສະຫວາຍ ຂອງບໍລິສັດ ແມ່ໂຂງ ອຸດສາຫະກຳການປະມົງ ຈໍາກັດ.

(ສົມວິຈິດ ໄຊມົນຕີ)