(ສພຊ) – ວັນທີ 5 ກັນຍານີ້, ທ່ານ ສັນຍາ ປຣະເສີດ ປະທານກຳມາທິການການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ຊຸເດສ ມາເນຍ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດສິງກະໂປ ປະຈຳ ສປປລາວ ໃນໂອກາດທີ່ຈະສຳເລັດການປະຕິບັດໜ້າທີ່ການທູດ ໃນວັນທີ 18 ຕຸລາທີ່ຈະມາເຖິງນີ້.
ການພົບປະຄັ້ງນີ້, ບໍ່ພຽງແຕ່ເປັນການອຳລາເທົ່ານັ້ນ, ຫາກຍັງເປັນພາກປະຕິບັດທາງພິທີການທູດ ທັງເປັນການສືບຕໍ່ຊູກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງ ສປປລາວ – ສ.ສິງກະໂປ ເວົ້າລວມ, ເວົ້າສະເພາະກໍຄືລະຫວ່າງສອງອົງການນິຕິບັນຍັດ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ເພື່ອສົ່ງເສີມສັນຕິພາບ, ສະຖຽນລະພາບ, ເອກະລາດ ໃນພາກພື້ນ ແລະ ໃນໂລກ ໃຫ້ນັບມື້ນັບຍືນຍົງ.
ໂອກາດດັ່ງກ່າວ, ທ່ານ ສັນຍາ ປຣະເສີດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ທ່ານ ຊຸເດສ ມາເນຍ ທີ່ໄດ້ສຳເລັດການປະຕິບັດໜ້າທີ່ການທູດຢູ່ ສປປລາວ ພ້ອມກັບສະແດງຄວາມຂອບໃຈເປັນຢ່າງຍິ່ງທີ່ໄດ້ສະໜັບສະໜູນການພົວພັນຮ່ວມມື ແລະ ໃຫ້ການຊ່ວຍເຫຼືອແກ່ ສປປລາວ ຕະຫຼອດມາ ເປັນຕົ້ນການຈັດເຝິກອົບຮົມສໍາມະນາໃຫ້ແກ່ພະນັກງານ, ເຝິກອົບຮົມສີມືແຮງງານ, ການເຝິກອົບຮົມທັກສະດ້ານພາສາຕ່າງປະເທດ ໃຫ້ແກ່ບັນດາກະຊວງ, ອົງການຕ່າງໆ ກໍຄືສະພາແຫ່ງຊາດລາວ, ຊ່ວຍເຫຼືອໄພພິບັດເຂື່ອນແຕກ, ໂຄວິດ-19 ແລະ ອື່ນໆ; ພ້ອມກັນນີ້, ປະທານກຳມາທິການການຕ່າງປະເທດ ຍັງໄດ້ແຈ້ງສະພາບການເຄື່ອນໄຫວຂອງສະພາແຫ່ງຊາດໂດຍສັງເຂບ ແລະ ທິດທາງແຜນການພົວພັນຮ່ວມມືລະຫວ່າງສອງສະພາແຫ່ງຊາດ ລາວ-ສິງກະໂປ ໃນຕໍ່ໜ້າ ໃຫ້ທ່ານທູດໄດ້ຮັບຊາບ.
ໃນຂະນະດຽວກັນ, ທ່ານເອກອັກຄະລັດຖະທູດສິງກະໂປ ປະຈຳ ສປປລາວ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ປະທານກຳມາທິການການຕ່າງປະເທດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ແຈ້ງສະພາບການຕະຫຼອດໄລຍະການປະຕິບັດໜ້າທີ່ຂອງຕົນຢູ່ ສປປລາວ ໃຫ້ຊາບ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດ ກໍຄືສອງສະພາແຫ່ງຊາດ ສິງກະໂປ-ລາວ ໃນດ້ານຕ່າງໆ ລວມເຖິງການຊຸກຍູ້ສົ່ງເສີມການພົວພັນຮ່ວມມືລະຫວ່າງສອງອົງການນິຕິບັນຍັດຂອງສອງປະເທດ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນໃນຕໍ່ໜ້າ ແລະ ຫວັງວ່າ ຈະໄດ້ຕ້ອນຮັບຄະນະຜູ້ແທນ ສປປລາວ ໃນໂອກາດທີ່ເດີນທາງເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ຄັ້ງທີ 48 ທີ່ ສ.ສິງກະໂປ ຈະເປັນເຈົ້າພາບໃນປີ 2027.
ປະທານກຳມາທິການການຕ່າງປະເທດ ຕ້ອນຮັບການ ເຂົ້າຢ້ຽມອຳລາຂອງເອກອັກຄະລັດຖະທູດສິງກະໂປ ປະຈຳລາວ
