ການລົງເຄື່ອນໄຫວວຽກງານ ຂອງສະມາຊິກພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ຢູ່ທີ່ເມືອງງອຍ ແລະ ເມືອງຈອມເພັດ ແຂວງຫລວງພະບາງ

ກ.ຍ. 2, 2025

ເພື່ອເປັນການປະຕິບັດ ຄຳແນະນຳ ຂອງຄະນະປະຈຳ ສະພາແຫ່ງຊາດ ສະບັບເລກທີ18/ຄປຈ, ລົງວັນທີ 01 ສິງຫາ  2025 ແລະ ແຜນການເຄື່ອນໄຫວ ເຜີຍແຜ່ຜົນສຳເລັດ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ6, ສະບັບເລກທີ 16/ຄສຊຂ.6, ລົງວັນທີ 05 ສິງຫາ 2025. ໃຫ້ສຳເລັດຕາມຈຸດປະສົງແລະ ຄາດໝາຍ ທີ່ວາງໄວ້.

ສະພາປະຊາຊົນແຂວງ ຫຼວງພະບາງ ກໍ່ຄືຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ6 ແຂວງ ຫຼວງພະບາງ ໃນນາມທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າພາຍໃນແຂວງ. ສະນັ້ນ, ໃນກາງເດືອນສິງຫາ 2025 ຜ່ານມານີ້, ທ່ານສົມມາລີ ຄໍາເກັ່ງ ກຳມະການພັກແຂວງ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 6, ຄະນະປະຈຳ ສະພາປະຊາຊົນແຂວງ, ປະທານ ຄະນະກຳມະການ ເສດຖະກິດ, ແຜນການ ແລະ ການເງິນ ໄດ້ລົງເຄື່ອນໄຫວ ໂຄສະນາເຜີຍແຜ່ຜົນສຳເລັດ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດທີ IX  ແລະ ສະພາປະຊາຊົນແຂວງ ຊຸດທີII ຢູ່ທີ່ເມືອງງອຍ ໃນລະຫວ່າງ ວັນທີ 11 ຫາ 13 ສິງຫາ ແລະ ເມືອງຈອມເພັດ ໃນລະຫວ່າງ ວັນທີ 18-20 ສິງຫາ 2025, ລວມທັງໝົດ ມີ 10 ຈຸດ ຄື:ເມືອງງອຍ ປະກອບມີ 05 ຈຸດ ຄື: ບ້ານລ້ອງຄໍາ, ບ້ານຫ້ວຍປຸງ, ບ້ານຫ້ວຍເຫຼັກ, ບ້ານໜອງອຽນ ແລະ ບ້ານສົບຮຸນ; ແລະ ເມືອງຈອມເພັດ ປະກອບມີ05 ຈຸດຄື: ບ້ານຫ້ວຍຊາຍຂາວ; ບ້ານກິ່ວແທ່ງ; ບ້ານນາແລ; ບ້ານສາມພັນໄຊ; ແລະ ບ້ານດອນໄຊ.

ເຂົ້າຮ່ວມ ຮັບຟັງການເຜີຍແຜ່ຜົນສຳເລັດກອງປະຊຸມປະກອບມີ: ຄະນະພັກ-ອົງການປົກຄອງບ້ານ ແລະ ຜູ້ມີສິດເລືອກຕັ້ງ ພາຍໃນ 10 ບ້ານ ເຂົ້າຮ່ວມ ທັງໝົດ 787 ທ່ານ, ຍິງ 397 ທ່ານ.  ການລົງເຄື່ອນໄຫວເຮັດວຽກງານໃນຄັ້ງນີ້, ແມ່ນໄດ້ຮັບຟັງການລາຍງານ ສະພາບໂດຍຫຍໍ້ ການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ໃນໄລຍະ 1 ປີຜ່ານມາແລະ ທິດທາງແຜນການ 1 ປີຕໍ່ໜ້າ ຈາກຕາງໜ້າຂອງອົງການປົກຄອງ 10ບ້ານດັ່ງກ່າວ ຊຶ່ງໄດ້ຍົກໃຫ້ເຫັນຜົນງານດ້ານດີ, ຂໍ້ສະດວກ,  ຂໍ້ຫຍຸງຍາກແລະ ສິ່ງທ້າທາຍຫຼາຍບັນຫາ. ຈາກນັ້ນ ທ່ານ ສົມມາລີ ຄໍາເກັ່ງ ກໍ່ໄດ້ໃຫ້ກຽດເຜີຍແຜ່ບັນດາເນື້ອໃນຈິດໃຈ ຜົນສຳເລັດ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດທີ IX  ແລະ ສະພາປະຊາຊົນແຂວງ ຊຸດທີII ໃຫ້ບັນດາຜູ້ມີສິດເລືອກຕັ້ງ ໄດ້ຮັບຮູ້ ແລະ ເຂົ້າໃຈ ຕໍ່ບັນຫາສຳຄັນຕ່າງໆທີ່ໄດ້ພິຈາລະນາ ແລະ ຮັບຮອງເອົາຢູ່ໃນວາລະຂອງການດຳເນີນກອງປະຊຸມຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ.

ນອກນີ້, ຍັງໄດ້ຮັບຟັງຄຳຄິດຄຳເຫັນ ກໍຄືຄຳສະເໜີ ຂອງຜູ້ມີສິດເລືອກຕັ້ງ ເຊິ່ງເຫັນໄດ້ຫລາຍບັນຫາ ທີ່ຕິດພັນກັບ ວຽກງານການພັດທະນາເສດຖະກິດ-ສັງຄົມ ແລະ ວຽກງານອື່ນໆ. ເຊິ່ງບາງຄຳສະເໜີ ທ່ານ ກໍ່ໄດ້ມີການອະທິບາຍຊີ້ແຈງໃຫ້ປະຊາຊົນຮັບຊາບ ແລະ ເຂົ້າໃຈກັບທີ່, ບາງຄຳສະເໜີກໍ່ໄດ້ສັງລວມເພື່ອຈັດສົ່ງໃຫ້ຂະແໜງການທີ່ກ່ຽວຂ້ອງພິຈາລະນາແກ້ໄຂ ຕາມພາລະບົດບາດ ແລະ ບາງຄຳສະເໜີ ທີ່ຍັງບໍ່ທັນຜ່ານຂະບວນການພິຈາລະນາແກ້ໄຂ ຈາກອົງການບໍລິຫານ ເຊິ່ງກ່ຽວຂ້ອງ ແລະ ຕິດພັນກັບວຽກງານຂອງອົງການປົກຄອງເມືອງນັ້ນ ແມ່ນໄດ້ມອບໃຫ້ອົງການປົກຄອງເມືອງ 02 ເມືອງດັ່ງກ່າວ ເປັນເຈົ້າການປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ກວດກາ ແລະ ເກັບກຳຂໍ້ມູນຄືນໃຫ້ລະອຽດຈະແຈ້ງ, ຮັບປະກັນຄວາມໂປ່ງໃສ່, ພ້ອມທັງຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ພິຈາລະນາແກ້ໄຂ ຕາມເງື່ອນໄຂຕົວຈິງ ໂດຍອີງໃສ່ກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ.

ພ້ອມດຽວກັນນັ້ນ ທ່ານ ຍັງໄດ້ໃຫ້ການໂອ້ລົມ ແລະ ຮຽກຮ້ອງໃຫ້ອົງການປົກຄອງບ້ານ ກໍຄືປະຊາຊົນພາຍໃນ 10 ບ້ານ ຈົ່ງສືບຕໍ່ເອົາໃສ່ວຽກງານການສ້າງເສດຖະກິດຄອບຄົວ ໃຫ້ເປັນເຈົ້າຕົນເອງ, ເພິ່ງຕົນເອງ,ກຸ້ມຕົນເອງ ໂດຍສະເພາະແມ່ນການປູກຝັງ-ລ້ຽງສັດ, ພ້ອມທັງປຸກລະດົມເຕົ້າໂຮມຄວາມສາມັກຄີພາຍໃນ, ການຮັກສາຄວາມສະຫງົບພາຍໃນບ້ານເປັນຕົ້ນແມ່ນ: ການຕ້ານ ແລະ ສະກັດກັ້ນ ແກ້ໄຂບັນຫາຍາເສບຕິດ, ຂີ້ລັກງັດແງະພາຍໃນບ້ານ, ປຸກລະດົມໃຫ້ປະຊາຊົນ ມີນ້ຳໃຈຮັກຊາດ ຮັກລະບອບປະຊາທິປະໄຕ, ຮັກສາວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດພ້ອມທັງໃຫ້ເອົາໃຈໃສ່ ຍົກສູງສິດເປັນເຈົ້າ ໃນການຈັດຕັ້ງປະຕິບັດ ບັນດາແນວທາງນະໂຍບາຍຂອງພັກ, ລະບຽບ ກົດໝາຍຂອງລັດ, ແຜນພັດທະນາເສດຖະກິດ-ສັງຄົມ ກໍຄືມະຕິກອງປະຊຸມ ຂອງສະພາແຫ່ງຊາດ ແລະ ມະຕິກອງປະຊຸມສະພາປະຊາຊົນແຂວງ ໂດຍສະເພາະແມ່ນ 02 ວາລະແຫ່ງຊາດໃຫ້ບຸນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້.​​​

       ຂ່າວ ແລະ ພາບ: ວິສະນຸ ເພັດສຸພັນ