ໃນລະຫວ່າງວັນທີ 12-14 ສິງຫາ 2025, ທ່ານ ພົຈວ ສີວິໄຊ ເພັງສັນຕິສຸກ ກຳມະການພັກແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 6, ຫົວໜ້າການເມືອງກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ລົງພົບປະຢ້ຽມຢາມ ພະນັກງານ, ທະຫານ, ຕໍາຫຼວດ, ອໍານາດການປົກຄອງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ແລະ ຜູ້ມີສິດເລືອກຕັ້ງ ຢູ່ເມືອງຊຽງເງີນ ແຂວງຫຼວງພະບາງ; ລວມມີ 5 ຈຸດ ກວມເອົາ 1 ສຳນັກເມືອງ ແລະ 4 ບ້ານ; ໂດຍມີຜູ້ເຂົ້າຮ່ວມທັງໝົດ 452 ຄົນ, ຍິງ209 ຄົນ; ຈຸດປະສົງຂອງການລົງພົບປະ ໃນຄັ້ງນີ້ ແມ່ນໄດ້ນໍາເອົາບັນດາບັນຫາສໍາຄັນພື້ນຖານຂອງຊາດ ແລະ ຂອງແຂວງ ທີ່ບັນດາທ່ານສະມາຊິກສະພາແຫ່ງຊາດ ແລະ ທ່ານສະມາຊິກສະພາປະຊາຊົນແຂວງ
ໄດ້ສຸມເຫື່ອແຮງ ແລະ ສະຕິປັນຍາຂອງຕົນ ເຂົ້າໃນການຄົ້ນຄວ້າ, ພິຈາລະນາແລະ ຮັບຮອງເອົາ ຢູ່ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX, ນຳມາເຜີຍແຜ່ໃຫ້ຜູ້ມີສິດເລືອກຕັ້ງ ໄດ້ຮັບຮູ້, ເຂົ້າໃຈ ແລະ ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດ; ພ້ອມດຽວກັນນັ້ນ, ຍັງຖືເອົາໂອກາດອັນສໍາຄັນນີ້ ເພື່ອຮັບຟັງ ຄໍາຄິດ, ຄໍາເຫັນ ແລະ ເກັບກໍາເອົາຂໍ້ມູນ, ຄໍາສະເໜີຂອງປະຊາຊົນ ກ່ຽວກັບສະພາບການຄຸ້ມຄອງລັດ-ຄຸ້ມຄອງເສດຖະກິດ-ສັງຄົມ ຢູ່ເມືອງ ແລະ ບ້ານ ເພື່ອສະເໜີຕໍ່ກອງປະຊຸມສະພາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງພິຈາລະນາແກ້ໄຂ; ຜ່ານການຮັບຟັງການລາຍງານຈາກອຳນາດການປົກຄອງບ້ານກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງ ແລະ ບ້ານ ເຫັນວ່າສະພາບການພັດທະນາເສດຖະກິດ-ສັງຄົມ ໄດ້ຮັບການພັດທະນາດີສົມຄວນ, ລູກຫຼານໄດ້ຮັບການສຶກສາ, ຊີວິດການເປັນຢູ່ຂອງປະຊາຊົນດີຂື້ນ; ຄຽງຄູ່ກັນນັ້ນ, ພໍ່ແມ່ປະຊາຊົນ ຍັງໄດ້ສະເຫນີໃຫ້ພັກ-ລັດປັບປຸງເສັ້ນທາງທີ່ເປ່ເພ ແລະ ຮ່ອງລະບາຍນຳ້, ເສັ້ນທາງໄປບ່ອນທຳການຜະລິດ, ພ້ອມທັງສະຫນອງທືນ ແລະ ເຕັກນິກໃນການຜະລິດການປູກ-ການລ້ຽງ, ການຂະຫຍາຍຕາຂ່າຍໄຟຟ້າ ແລະ ການຂະຫຍາຍຕາຂ່າຍສັນຍານໂທລະສັບໃຫ້ພຽງພໍ, ຕໍ່ກັບຄຳສະເໜີຂອງປະຊາຊົນນັ້ນ ທ່ານກໍ່ໄດ້ມີການອະທິບາຍຊີ້ແຈງໃຫ້ປະຊາຊົນເຂົ້າໃຈກັບທີ່ແລ້ວ, ບາງຄຳສະເໜີກໍ່ໄດ້ສັງລວມເພື່ອຈັດສົ່ງໃຫ້ຂະແໜງການທີ່ກ່ຽວຂ້ອງພິຈາລະນາແກ້ໄຂ ຕາມພາລະບົດບາດ.
ການລົງເຄື່ອນໄຫວໃນຄັ້ງນີ້ ທ່ານ ພົຈວ ສີວິໄຊ ເພັງສັນຕິສຸກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ທີ່ຄະນະພັກ, ອໍານາດການປົກຄອງບ້ານ ແລະພໍ່ແມ່ປະຊາຊົນສາມາດຍາດໄດ້ ພ້ອມທັງຮັກສາໄດ້ຄວາມສາມັກຄີ, ມີຄວາມເອກະພາບຕໍ່ແນວທາງນະໂຍບາຍຂອງ ພັກ-ລັດ; ພ້ອມດຽວກັນນັ້ນ ທ່ານຍັງໄດ້ຮຽກຮ້ອງໃຫ້ອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າສືບຕໍ່ເອົາໃຈໃສ່ຮັກສາຄວາມສະຫງົບພາຍໃນບ້ານ ແລະ ເປັນເຈົ້າການແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ເປັນຕົ້ນແມ່ນ ບັນຫາຢາເສບຕິດ, ເອົາໃຈໃສ່ພັດທະນາເສດຖະກິດຄອບຄົວ ສ້າງລາຍຮັບເຂົ້າຄອບຄົວດ້ວຍການຜະລິດສິນຄ້າກະສິກໍາທີ່ບ້ານມີທ່າແຮງ ແລະ ມູນເຊື້ອຢູ່ແລ້ວ ໃຫ້ມີການຂະຫຍາຍຕົວ ເພື່ອຮັບປະກັນໃຫ້ຊີວິດການເປັນຢູ່ໃຫ້ດີຂື້ນເທື່ອລະກ້າວ.
ຂ່າວ ແລະ ພາບ: ຮອ. ບຸນແທນ ຄຸນປະດິດ