(ມື້ທີ2)​ ກອງປະຊຸມປຶກສາຫາລືການແກ້ໄຂບັນຫາການແຕ່ງດອງກ່ອນໄວ ເເລະ ການພັດທະນາໄວໜຸ່ມ

ກ.ຍ. 2, 2025

(ສພຊ) – ກອງປະຊຸມໃນມື້ທີ 2 ໄດ້ຮັບຟັງການລາຍງານຮ່າງສັງລວມຄວາມໝາຍໝັ້ນ ແລະ ທິດທາງໃນການຕິດຕາມແກ້ໄຂບັນຫາການແຕ່ງງານໃນໄວເດັກ ຢູ່ ສປປລາວ ພ້ອມຮັບຟັງຄຳເຫັນຈາກສະມາຊິກສະພາແຫ່ງຊາດ (ສສຊ) ແລະ ຜູ້ເຂົ້າຮ່ວມ, ໂດຍການເປັນປະທານກອງປະຊຸມຮ່ວມກັນຂອງທ່ານ ນາງ ມະນີວັນ ເຍຍປາວເຮີ ຮອງປະທານກຳມາທິການວັດທະນະທຳ-ສັງຄົມ ແລະ ທ່ານ ນາງ ມາກາລີ ໂຣເມເດນນ໌ (Magali Romedenne) ຮອງຜູ້ຕາງໜ້າອົງການ UNICEF.
ທ່ານ ຊີມອນເນ ບົວສີ ຊ່ຽວຊານແຜນງານ ແລະ ການຕິດຕາມ, ອົງການ UNICEF ໄດ້ນໍາສະເໜີແຜນການຮ່ວມມືລະຫວ່າງອົງການ ກັບ ລັດຖະບານ ສປປ ລາວ ປີ 2026-2031; ພ້ອມກັນນັ້ນ, ຕາງໜ້າຈາກອົງການສະຫະປະຊາຊາດກອງທຶນສໍາລັບປະຊາກອນ (UNFPA) ໄດ້ສະເໜີແຜນງານລົງທຶນພາກພື້ນດ້ານການຖືພາ ແລະ ການແຕ່ງງານໃນໄວເດັກ, ພ້ອມຊີ້ໃຫ້ເຫັນບຸລິມະສິດ ແລະ ຄວາມໝັ້ນໝາຍຂອງລັດຖະບານໃນການສະໜອງງົບປະມານພັດທະນາໄວໜຸ່ມ; ຕາງໜ້າຈາກສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ນຳສະເໜີບົດສະເໜີກ່ຽວກັບຍຸດທະສາດ ແລະ ແຜນການພັດທະນາໄວໜຸ່ມແຫ່ງຊາດ ປີ 2021-2030.
ໃນພາກສົນທະນາລວມ, ຜູ້ເຂົ້າຮ່ວມໄດ້ອະທິບາຍ ແລະ ແລກປ່ຽນຄຳເຫັນກ່ຽວກັບບົດບາດຂອງ ສສຊ ໃນການສົ່ງເສີມການພັດທະນາຂີດຄວາມສາມາດຂອງໄວໜຸ່ມ, ການສົ່ງເສີມການມີສ່ວນຮ່ວມໃນວຽກງານສ້າງສາປະເທດ ແລະ ການຈັດສັນງົບປະມານພາຍໃນ ເພື່ອສົ່ງເສີມການມີສ່ວນຮ່ວມຂອງໄວໜຸ່ມ.

(ກຳມາທິການ​ວັດທະນະທຳ-ສັງຄົມ)