ໃນລະຫວ່າງວັນທີ 25- 29 ສິງຫາ 2025, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17 (ສສຊ ເຂດ 17) ແຂວງອັດຕະປື ສໍາເລັດການເຄື່ອນໄຫວປາຖະກະຖາວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 34 ປີ (15/8/1991-15/8/2025) ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ອັດຕະປື ຊຸດທີ II, ຢູ່ຫໍປະຊຸມໃຫ່ຍຂອງແຂວງ, ເມືອງພູວົງ, ເມືອງໄຊເສດຖາ, ເມືອງຊານໄຊ ແລະ ເມືອງສະໜາມໄຊ. ນໍາໂດຍ: ທ່ານ ນາງ ມີນາພອນ ໄຊສົມພູ ປະທານຄະນະ ສສຊ ເຂດ17 ປະທານສະພາປະຊາຊົນແຂວງ ອັດຕະປື ພ້ອມດ້ວຍຄະນະ ສສຊ ເຂດ 17 ເຂົ້າຮ່ວມມີບັນດາທ່ານຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວຫນ້າພະແນກ, ອົງການທຽບເທົ່າ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ, ຫົວໜ້າຫ້ອງການ, ນາຍ ແລະ ພົນທະຫານ-ຕໍາຫຼວດ ຕະຫຼອດຮອດພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງແລະ ເມືອງ,ພະນັກງານອາວຸໂສບໍານານເຂົ້າຮ່ວມ 500 ກວ່າທ່ານ. ໃນການເຄື່ອນໄຫວຄັ້ງນີ້, ທ່ານ ນາງ ມີນາພອນ ໄຊສົມພູ ໄດ້ຫວນຄືນໃຫ້ເຫັນເຖິງຄວາມໝາຍຂອງລັດຖະທຳມະນູນ ແລະ ວັນລັດຖະທຳມະນູນແຫ່ງຊາດ; ຄວາມສຳຄັນຂອງລັດຖະທຳມະນູນ; ຄວາມເປັນມາໃນການສ້າງ ແລະ ປັບປຸງລັດຖະທຳມະນູນ; ຕີລາຄາດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດລັດຖະທຳມະນູນຕະຫຼອດໄລຍະ 34 ປີ. ພ້ອມກັນນັ້ນ, ກໍໃຫ້ຮູ້ເຖິງເນື້ອໃນສຳຄັນ ແລະ ການຈັດຕັ້ງປະຕິບັດລັດຖະທຳມະນູນ ສະບັບປີ 2025. ທ່ານຍັງກ່າວຕື່ມວ່າ: ຕະຫຼອດ 34 ປີທີ່ຜ່ານມາ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ລັດ ແຫ່ງ ສປປລາວ ໄດ້ເປັນເຈົ້າການ ແລະ ໃຈກາງ ໃນການປະຕິບັດລັດຖະທຳມະນູນ ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງຢ່າງໝັ້ນຄົງຕະຫຼອດມາ, ເສດຖະກິດ-ວັດທະນະທຳສັງຄົມ ໄດ້ຮັບການພັດທະນາ ແລະ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມປອດໄພໂດຍພື້ນຖານ, ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບການປັບປຸງ ແລະ ຍົກລະດັບສູງຂຶ້ນ, ບົດບາດອິດທິພົນຂອງພັກ ແລະ ລັດເຮົາ ໄດ້ຮັບການຍົກສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ; ຄຽງຄູ່ກັບຜົນສໍາເລັດທີ່ພົ້ນເດັ່ນ ແລະ ໃຫຍ່ຫຼວງນັ້ນ, ການຈັດຕັ້ງປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ ຍັງມີດ້ານອ່ອນ ແລະ ຂໍ້ຄົງຄ້າງຫຼາຍຢ່າງ ທີ່ເລັ່ງທວງໃຫ້ພວກເຮົາພ້ອມກັນຕັດສິນໃຈສູ້ຊົນແກ້ໄຂໃຫ້ໄດ້ເປັນກ້າວໆ ແນໃສ່ເສີມຂະຫຍາຍທ່າແຮງສັງລວມຂອງປະເທດຊາດ ແລະ ສາກົນ ເພື່ອສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ຂຶ້ນສູ່ສັງຄົມນິຍົມ ເຮັດໃຫ້ປະຊາຊົນລາວບັນດາເຜົ່າຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ ຈາກນັ້ນ, ບັນດາທ່ານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17 ຍັງໄດ້ຜັດປ່ຽນກັນເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ອັດຕະປື ຊຸດທີ II ເຊິ່ງໄດ້ຍົກໃຫ້ເຫັນບາງເນື້ອໃນສໍາຄັນ ທີ່ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາ ເປັນຕົ້ນ: ວຽກງານຂອງລັດຖະບານ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ 2025; ການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກໍາ, ກົນໄກຕ່າງໆ ໃນການພັດທະນາພະລັງງານໄຟຟ້າ; ນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2025 ຂອງແຂວງອັດຕະປື, ເພື່ອແນໃສ່ໃຫ້ພະນັກງານ-ລັດຖະກອນ ອົງການຈັດຕັ້ງ ພັກ-ລັດ ທຸກຂັ້ນ ກໍ່ຄືຜູ້ມີສິດເລືອກຕັ້ງ ໄດ້ຮັບຮູ້ເຂົ້າໃຈ ປະກອບສ່ວນໃນການຈັດຕັ້ງປະຕິບັດຢ່າງພ້ອມພຽງ ແລະ ກວ້າງຂວາງອອກໃນທົ່ວສັງຄົມໃຫ້ກາຍເປັນຮູບປະທໍານັບມື້ນັບຫຼາຍຂຶ້ນ. ພ້ອມທັງໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ແລກປ່ຽນ, ປະກອບຄຳຄິດຄຳເຫັນ ແລະ ສະເໜີບັນຫາທີ່ມີຄວາມສົນໃຈ ແລະ ປະກົດການຫຍໍ້ທໍ້ໃນສັງຄົມ ເພື່ອໃຫ້ ສະມາຊິກສະພາແຫ່ງຊາດ ກໍ່ຄືສະມາຊິກສະພາປະຊາຊົນແຂວງ ນຳໄປສະເໜີຕໍ່ພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າ, ພິຈາລະນາ ແລ້ວກ້າວໄປສູ່ການຈັດຕັ້ງປະຕິບັດແກ້ໄຂໃຫ້ເກີດຜົນເປັນຈິງ (ວິນັດ ສີສຸລາດ)
ສສຊ ເຂດ 17 ສໍາເລັດການເຄື່ອນໄຫວປາຖະກະຖາວັນລັດຖະທຳມະນູນ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9.
