ພົບປະຜູ້ມີສິດເລືອກຕັ້ງຢູ່ກະຊວງ ອຄ ແລະ ໂຮງຮຽນການເມືອງ-ການປົກຄອງ

ສ.ຫ. 28, 2025

(ສພຊ) – ວັນທີ 28 ສິງຫານີ້, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 1 ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ສສນວ) ນຳໂດຍທ່ານ ສຈ. ປອ. ວຽງວິໄລ ທ່ຽງຈັນໄຊ ຮອງປະທານກຳມາທິການຍຸຕິທຳ, ທ່ານ ນາງ ວິໄຊ ສຣິດທິລາດ ຮອງປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ, ທ່ານ ນາງ ສົມພຽນ ວົງໄຊ ປະທານຄະນະກຳມະການຍຸຕິທຳ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ (ສປນວ) ຊຸດທີ IV ທີ່ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ເຊິ່ງມີທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ; ທ່ານ ຄຳເພັດ ວົງດາລາ ຮອງຫົວໜ້າຫ້ອງການ ໄດ້ລາຍງານໂດຍຫຍໍ້ສະພາບລວມ ແລະ ຈຸດພິເສດຂອງກະຊວງ, ການຈັດຕັ້ງປະຕິບັດວຽກງານໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຂອງກະຊວງ ອຄ.


ສສຊ ແລະ ສສນວ ໄດ້ຜັດປ່ຽນກັນເຜີຍແຜ່ຜົນສຳເລັດສອງກອງປະຊຸມ; ຈາກນັ້ນ, ໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມປະກອບຄຳຄິດຄຳເຫັນ ແລະ ສະເໜີບັນຫາທີ່ມີຄວາມຂັດຂ້ອງໝອງໃຈ. ທ່ານ ມະໂນທອງ ວົງໄຊ ຍັງໄດ້ແລກປ່ຽນຄຳຄິດຄຳເຫັນກັບບັນດາສະມາຊິກສະພາ ເຊິ່ງໃນໄລຍະຜ່ານມາ, ທາງກະຊວງ ອຄ ໄດ້ມີຄຳຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງ ສພຊ ໂດຍສະເພາະບັນຫາທີ່ປະຊາຊົນມີຄວາມສົນໃຈ ແລະ ສສຊ ມີຂໍ້ຊັກຖາມໃນ 4 ປະເດັນຄື: ການຄຸ້ມຄອງລາຄາສິນຄ້າ, ຍຸດທະສາດພັດທະນາພະລັງງານນໍ້າມັນເຊື້ອໄຟ, ລາຄາໄຟຟ້າ ແລະ ການຂຸດຄົ້ນແຮ່ທາດ ທັງໝົດນີ້ ກໍເພື່ອເປັນການລາຍງານໃຫ້ ສສຊ ແລະ ສສນວ ໄດ້ຮັບຮູ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານດັ່ງກ່າວ.


ເມື່ອວັນທີ 25 ສິງຫາ, ທ່ານ ສຈ. ປອ. ວຽງວິໄລ ທ່ຽງຈັນໄຊ, ທ່ານ ນາງ ເກດມະນີ ບັນດາສັກ ປະທານຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ, ທ່ານ ນະຄະເສນ ສີຫາລາດ ເລຂາທິການ ສປນວ ໄດ້ພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສຳເລັດສອງກອງປະຊຸມດັ່ງກ່າວ ຢູ່ໂຮງຮຽນການເມືອງ-ການປົກຄອງ ນວ ເຊິ່ງມີຄະນະນຳໂຮງຮຽນ, ພະນັກງານທີ່ເຂົ້າຮຽນທິດສະດີການເມືອງ-ການປົກຄອງ, ພະນັກງານພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນວ ແລະ ພະແນກສຶກສາທິການ ແລະ ກິລາ ນວ ເຂົ້າຮ່ວມ.
(ສຳນານ, ເພຈ: ໜສພ ປະຊາຊົນ ແລະ ເພຈ: ໜສພ ປະເທດລາວ)