ປອ. ລີເບີ ລີບົວປາວ ສຳເລັດການຢ້ຽມຢາມ ສປຈີນ ຢ່າງເປັນທາງການ

ສ.ຫ. 25, 2025

‎(ສພຊ) – ໂດຍຕອບສະໜອງຕາມການເຊື້ອເຊີນຂອງສະຫາຍ ຊຸ ຮົງ ຊາຍ ຮອງປະທານກໍາມາທິການການເງິນ ແລະ ເສດຖະກິດ, ປະທານຄະນະກໍາມະການວຽກງານງົບປະມານ ສະພາຜູ້ແທນປະຊາຊົນທົ່ວປະເທດ ແຫ່ງ ສປຈີນ, ສະຫາຍ ປອ. ລີເບີ ລີບົວປາວ ກຳມະການສູນກາງພັກ, ປະທານກໍາມາທິການແຜນການ, ການເງິນ ແລະ ການກວດສອບ ສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມຄະນະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປຈີນ ຢ່າງເປັນທາງການ ໃນລະຫວ່າງວັນທີ 18-22 ສິງຫາ 2025.
‎ ຕອນບ່າຍຂອງວັນທີ 19 ສິງຫາ, ຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ຊຽວ ເຈຍ ຮອງປະທານຄະນະປະຈໍາສະພາຜູ້ແທນປະຊາຊົນທົ່ວປະເທດຈີນ, ຫຼັງຈາກນັ້ນ ໄດ້ພົບປະສອງຝ່າຍຢ່າງເປັນທາງການກັບສະຫາຍ ຊຸ ຮົງ ຊາຍ ທີ່ຫໍສະພາຜູ້ແທນປະຊາຊົນຈີນ; ໂອກາດດັ່ງກ່າວ, ສະຫາຍປະທານກໍາມາທິການແຜນການ, ການເງິນ ແລະ ການກວດສອບ ໄດ້ແຈ້ງຈຸດປະສົງຕົ້ນຕໍຂອງການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປຈີນ ໃນຄັ້ງນີ້ ກໍເພື່ອປຶກສາຫາລືການພົວພັນຮ່ວມມືລະຫວ່າງສອງກຳມາທິການ ແລະ ແລກປ່ຽນບົດຮຽນກ່ຽວກັບວຽກງານງົບປະມານ ແລະ ການກວດສອບ-ກວດກາ ທັງເປັນການປະກອບສ່ວນຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ, ການຜັນຂະຫຍາຍແຜນແມ່ບົດຄູ່ຮ່ວມຊາຕາກໍາ ລາວ-ຈີນ ທີ່ສອງເລຂາທິການໃຫຍ່, ປະທານປະເທດ ໄດ້ຮ່ວມກັນລົງນາມໃນເດືອນເມສາ 2019, ຂໍ້ຕົກລົງການຮ່ວມມືລະຫວ່າງສະພາແຫ່ງຊາດ ແຫ່ງ ສປປລາວ ແລະ ສະພາຜູ້ແທນປະຊາຊົນທົ່ວປະເທດ ແຫ່ງ ສປຈີນ ທີ່ໄດ້ລົງນາມໃນປີ 2023, ບົດບັນທຶການຮ່ວມມື ແລະ ຜົນສໍາເລັດຂອງການຢ້ຽມຢາມເຮັດວຽກ ທີ່ ສປປລາວ ຂອງສະຫາຍ ຊຸ ຮົງ ຊາຍ ຮອງປະທານກໍາມາທິການການເງິນ ແລະ ເສດຖະກິດ, ປະທານຄະນະກໍາມະການວຽກງານງົບປະມານ ໃນເດືອນພະຈິກ 2024 ທີ່ຜ່ານມາ.
‎ ໃນການພົບປະ, ສອງຝ່າຍໄດ້ແລກປ່ຽນບົດຮຽນ ແລະ ລາຍງານໂດຍຫຍໍ້ສະພາບພົ້ນເດັ່ນຂອງການພັດທະນາເສດຖະກິດ-ສັງຄົມ ຂອງ ສປປລາວ ແລະ ສປຈີນ ລວມທັງແລກປ່ຽນຢ່າງກົງໄປກົງມາ ກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງສອງອົງການນິຕິບັນຍັດ ກໍຄືຂອງສອງກໍາມາທິການ ເປັນຕົ້ນການພິຈາລະນາຮັບຮອງ ແລະ ການຕິດຕາມກວດກາແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ, ການຄຸ້ມຄອງງົບປະມານ ລະຫວ່າງສູນກາງ ແລະ ທ້ອງຖິ່ນ, ວຽກງານກວດສອບ-ກວດກາ, ການສ້າງ-ປັບປຸງກົດໝາຍ ໃນຂົງເຂດຄວາມຮັບຜິດຊອບ ແລະ ການຮ່ວມມືໃນຕໍ່ໜ້າ ແລະ ອື່ນໆ.
‎ ພາຍຫຼັງການພົບປະຢ່າງເປັນທາງການແລ້ວ, ຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ນະຄອນເຊິນເຈີນ ແລະ ນະຄອນກວາງໂຈວ; ພົບປະແລກປ່ຽນກັບສະຫາຍ ຫູ ເຢ້ ເຊິງ ເລຂາຄະນະສະມາຊິກຈຸພັກ, ຄະນະປະຈໍາສະພາຜູ້ແທນປະຊາຊົນແຂວງກວາງຕຸ້ງ ແລະ ສະຫາຍ ຢູ ລີ ກັງ ປະທານຄະນະກໍາມະການວຽກງານງົບປະມານ, ສະພາຜູ້ແທນປະຊາຊົນແຂວງກວາງຕຸ້ງ.
‎ ໄລຍະຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປຈີນ ຄັ້ງນີ້, ສະຫາຍ ປອ. ລີເບີ ລີບົວປາວ ພ້ອມຄະນະ ຍັງໄດ້ໄປຢ້ຽມຊົມ ແລະ ທັດສະນະສຶກສາຢູ່ຫໍວາງສະແດງປະຫວັດສາດພັກກອມມູນິດຈີນ, ຫໍພິພິທະພັນບູຮານຄະດີ ທີ່ນະຄອນຫຼວງປັກກິ່ງ, ຫໍວາງສະແດງການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ພາຍໃຕ້ຫົວຂໍ້ ‘‘ຄື້ນໃຫຍ່ຢູ່ຕາມແມ່ນໍ້າ ຈູ່ຈ່ຽງ’’, ສວນນິເວດພະລັງງານ ນານຊັ່ງ, ວິສາຫະກິດ, ພື້ນຖານດ້ານເສດຖະກິດ ແລະ ທ່ອງທ່ຽວ ຈຳນວນໜຶ່ງ ຢູ່ນະຄອນເຊິນເຈີນ ແລະ ນະຄອນກວາງໂຈວ.