(ສພຊ) – ກອງປະຊຸມສໍາມະນາພາຍໃຕ້ຫົວຂໍ້: “ການສົ່ງເສີມບົດບາດເພດຍິງໃນເວທີການ ເມືອງ” ໄດ້ຈັດຂຶ້ນເມື່ອວັນທີ 21 ສິງຫາຜ່ານມາ ທີ່ໂຮງແຮມລາວພລາຊາ ໂດຍການເປັນປະທານ ຮ່ວມຂອງທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ (ສພຊ), ທ່ານ ນາງ ອໍາໄພວອນ ລ້ອມບຸນແພງ ກໍາມະການສໍາຮອງສູນກາງພັກ, ເລຂາທິການສະພາແຫ່ງຊາດ ແລະ ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກໍາມາທິການຍຸຕິທໍາ, ປະທານຄະນະສະມາຊິກສະພາແຫ່ງຊາດ (ສສຊ) ເພດຍິງ, ເຂົ້າຮ່ວມກອງປະຊຸມມີທ່ານ ນາງ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ບັນດາທ່ານຮອງລັດຖະມົນຕີເພດຍິງ, ສສຊ ເພດຍິງ, ນາຍພົນເພດຍິງຈາກສອງກໍາລັງປະກອບອາວຸດ, ອະດີດການນຳເພດຍິງຂອງ ສພຊ ຊຸດຜ່ານມາ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າກົມ, ຄະນະພະແນກເພດຍິງ ຈາກບັນດາກະຊວງ-ອົງການຂັ້ນສູນກາງ ເຂົ້າຮ່ວມ 170 ກວ່າທ່ານ.

ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ສະພາບ ແລະ ຂໍ້ມູນກ່ຽວກັບການມີສ່ວນຮ່ວມຂອງແມ່ຍິງໃນເວທີການເມືອງ ຢູ່ໃນໂລກ ແລະ ພາກພື້ນ ຕິດພັນກັບການເຜີຍແຜ່ຜົນການວິເຄາະການເປັນຕົວແທນຂອງເພດຍິງ ແລະ ຄວາມສະເໝີພາບຍິງ-ຊາຍ ໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ທີ່ໄດ້ດໍາເນີນຄົ້ນຄວ້າໃນປີ 2024, ແຜນດຳເນີນງານ WPPL ໄລຍະປີ 2024-2030 ກ່ຽວກັບການມີສ່ວນຮ່ວມທາງການເມືອງ ແລະ ການເປັນຜູ້ນໍາຂອງເພດຍິງ, ຜົນສໍາເລັດ ແລະ ມະຕິກອງປະຊຸມສະມາຊິກລັດຖະສະພາເພດຍິງອາຊຽນ ຫຼື ໄວປາ (WAIPA) 2024 ທີ່ສະພາແຫ່ງຊາດລາວ ເປັນເຈົ້າພາບ; ນອກນີ້, ຍັງໄດ້ແລກປ່ຽນບົດຮຽນ ແລະ ປະສົບການກ່ຽວກັບການເປັນຜູ້ນໍາຂອງເພດຍິງ ຈາກບັນດາທ່ານທີ່ເປັນການນໍາເພດຍິງ ແລະ ອະດີດການນໍາເພດຍິງ ໃນ ສພຊ ແລະ ຂະແໜງການຕ່າງໆ ທີ່ໄດ້ແລກປ່ຽນບົດຮຽນໃນການເຄື່ອນໄຫວຂອງຕົນໃນເວທີການເມືອງ ແລະ ຍັງມີການປະກອບຄຳຄິດຄຳເຫັນທີ່ຫຼາກຫຼາຍຂອງຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້.

. ໂອກາດດັ່ງກ່າວ, ທ່ານຮອງປະທານສະພາແຫ່ງຊາດ ໄດ້ມີບາງຄໍາເຫັນໂອ້ລົມ ເຊິ່ງເນັ້ນໜັກເຖິງຄວາມສໍາຄັນຂອງການເຝິກຝົນຫຼໍ່ຫຼອມຄຸນທາດການເມືອງ, ການພັດທະນາຕົນເອງຢ່າງຮອບດ້ານ, ເຂົ້າຮ່ວມຂະບວນການເຄື່ອນໄຫວວຽກງານຕ່າງໆ ແລະ ໃກ້ຊິດຕິດແທດກັບມະຫາຊົນ. ທ່ານຍັງຮຽກຮ້ອງໃຫ້ການນໍາເພດຍິງທຸກຂັ້ນ ໃຫ້ການສະໜັບສະໜູນ, ຈິງໃຈກໍ່ສ້າງຊ່ວຍເຫຼືອ, ຊຸກຍູ້ສົ່ງເສີມເຊິ່ງກັນແລະກັນຢ່າງຕັ້ງໜ້າ ເພື່ອໃຫ້ແມ່ຍິງມີສ່ວນຮ່ວມໃນເວທີການເມືອງນັບມື້ນັບຫຼາຍຂຶ້ນ, ສູ້ຊົນໃຫ້ບັນລຸຄວາມສະເໝີພາບລະຫວ່າງຍິງ-ຊາຍຢູ່ໃນທຸກຂົງເຂດວຽກງານ ລວມທັງຢູ່ໃນຄອບຄົວ; ປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອຊຸກຍູ້, ສົ່ງເສີມ ໃຫ້ເພດຍິງໄດ້ລົງສະໝັກຮັບເລືອກຕັ້ງເປັນຄະນະພັກ, ສສຊ, ສສຂ ແລະ ໄດ້ຮັບການແຕ່ງຕັ້ງເປັນພະນັກງານນໍາພາ-ຄຸ້ມຄອງແຕ່ລະຂັ້ນ ໃຫ້ມີຈໍານວນເພີ່ມຂຶ້ນ ແລະ ໃຫ້ບັນລຸຕາມຄາດໝາຍທີ່ພັກ-ລັດໄດ້ກໍານົດໄວ້ ເຊັ່ນ: ສສຊ ແລະ ສສຂ ທີ່ເປັນເພດຍິງ ໃຫ້ບັນລຸ 30% ຂຶ້ນໄປ, ການນໍາທີ່ເປັນເພດຍິງຂັ້ນສູນກາງ 30% ຂຶ້ນໄປ, ຂັ້ນແຂວງ-ນະຄອນຫຼວງ 20% ຂຶ້ນໄປ, ຂັ້ນເມືອງ 20% ຂຶ້ນໄປ, ຂັ້ນບ້ານ 10% ຂຶ້ນໄປ.
(ອານຸສອນ ພູມມີທອນ)