ດໍາເນີນຊີວິດການເມືອງ ໜ່ວຍພັກສະພາປະຊາຊົນແຂວງ ປະຈໍາເດືອນ ສິງຫາ 2025.

ສ.ຫ. 25, 2025

ຕອນເຊົ້າ, ວັນທີ 22 ສິງຫາ 2025 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໜ່ວຍພັກສະພາປະຊາຊົນແຂວງ ໄດ້ດໍາເນີນຊີວິດການເມືອງ ໜ່ວຍພັກສະພາປະຊາຊົນແຂວງ ປະຈໍາເດືອນ ສິງຫາ 2025, ໂດຍການເປັນປະທານຂອງສະຫາຍ ນ. ວັນສີ ພວງມະໄລ ເລຂາໜ່ວຍພັກສະພາປະຊາຊົນແຂວງ, ມີສະຫາຍ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ບັນດາສະຫາຍຄະນະພັກ, ສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມ ຢ່າງພ້ອມພຽງ.
ການດໍາເນີນຊີວິດການເມືອງ ໜ່ວຍພັກສະພາປະຊາຊົນແຂວງ ຄັ້ງນີ້, ສະຫາຍ ນ. ຄໍາພອນ ພິມມະຈັນ ກໍາມະການແນວລາວສ້າງຊາດແຂວງ, ຮອງປະທານສະພາປະຊາຊົນແຂວງ ໄດ້ນໍາເອົາເອກະສານ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ(13 ສິງຫາ 1950-13 ສິງຫາ 2025) ເຊິ່ງໄດ້ຍົກໃຫ້ເຫັນກ່ຽວກັບປະຫວັດການກໍາເນີດເຕີບໃຫຍ່ຂະຫຍາຍຕົວຂອງແນວລາວສ້າງຊາດໃນແຕ່ລະໄລຍະ, ບົດຮຽນທີ່ຖອດຖອນໄດ້ ພ້ອມຍົກໃຫ້ເຫັນໜ້າທີ່ ແລະ ຄວາມຮັບຜິດຊອບການເມືອງຂອງຄະນະກໍາມະການແນວລາວສ້າງຊາດໃນສະເພາະໜ້າ ແລະ ຕ້ອງສືບຕໍ່ຍົກສູງຄັນທຸງ ເຕົ້າໂຮມຄວາມສາມັກຄີ, ຄວາມເປັນປຶກແຜ່ນແໜ້ນໝາຂອງປວງຊົນທັງຊາດ, ສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງແນວລາວອິດສະຫລະ, ແນວລາວຮັກຊາດ, ໂດຍສະເພາະມູນເຊື້ອໃກ້ຊິດຕິດແທດກັບປະຊາຊົນ ແລະ ເປັນຫຼັກແຫຼ່ງໃນການເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນລາວທັງຊາດ ເພື່ອປຸກລະດົມກຳລັງແຮງທົ່ວສັງຄົມ ເຂົ້າຮ່ວມໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ; ເຊີດຊູສະຕິຊາດເອກະພາບເປັນອັນໜຶ່ງອັນດຽວ, ຍົກສູງຈິດໃຈເອກະລາດເປັນເຈົ້າຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພີ່ມທະວີຄວາມຮັບຜິດຊອບ ຂອງຄົນລາວຕໍ່ຊາຕາກໍາຂອງປະເທດຊາດ, ບໍ່ໃຫ້ອິດທິກຳລັງໃດໆມາມ້າງເພ ແລະ ທຳລາຍໄດ້. ປະຕິບັດຕາມວາລະ, ສະຫາຍເລຂາໜ່ວຍພັກ ໄດ້ຜ່ານຮ່າງບົດສໍາສະຫຼຸບ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025; ຜ່ານຮ່າງບົດສໍາສະຫຼຸບການນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກສະພາປະຊາຊົນແຂວງ ປະຈໍາເດືອນ ສິງຫາ ເຊິ່ງຕະຫລອດໄລຍະ 1 ເດືອນຜ່ານມາ ຄະນະໜ່ວຍພັກໄດ້ເອົາໃຈໃສ່ໃນການ ນໍາພາ-ຊີ້ນໍາ ການຈັດປະຕິບັດໜ້າທີ່ຄວາມຮັບຜິດຊອບດ້ານວຽກງານວິຊາສະເພາະຂອງຕົນສໍາເລັດຕາມການມອບໝາຍໃນຫລາຍໆດ້ານ ແລະ ໄດ້ຜ່ານທິດທາງແຜນການປະຈໍາເດືອນ ກັນຍາ 2025. ຫຼັງຈາກນັ້ນ, ບັນດາສະຫາຍສະມາຊິກພັກ ໄດ້ປະກອບຄໍາຄິດຄໍາເຫັນໃສ່ 2 ຮ່າງບົດສະຫຼຸບດັ່ງກ່າວ ເພື່ອໃຫ້ເນື້ອໃນຄົບຖ້ວນສົມບູນ, ໄດ້ຕໍານິສົ່ງຂ່າວເຊິ່ງກັນຢ່າງຈິງອົກຈິງໃຈ ແລະ ກົງໄປກົງມາ. ພາບ/ຂ່າວ: ສະພາປະຊາຊົນແຂວງ.