ສສຊ ແລະ ສສນວ ພົບປະຜູ້ມີສິດເລືອກຕັ້ງຢູ່ເມືອງໄຊທານີ

ສ.ຫ. 22, 2025

(ສພຊ) – ວັນທີ 22 ສິງຫານີ້, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 1 ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ສສນວ) ນຳໂດຍທ່ານ ບຸນຕາ ເທບພະວົງ ກຳມະການສຳຮອງສູນກາງພັກ, ປະທານກຳມາທິການວັດທະນະທຳ-ສັງຄົມ ໄດ້ພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ (ສປນວ) ຊຸດທີ II ທີ່ສະໂມສອນປົກຄອງເມືອງໄຊທານີ ເຊິ່ງມີຫົວໜ້າ-ຮອງຫົວໜ້າຫ້ອງການ, ນາຍ ແລະ ພົນທະ ຫານ-ຕຳຫຼວດ ແລະ ພະນັກງານ-ລັດຖະກອນພາຍໃນເມືອງດັ່ງກ່າວ ເຂົ້າຮ່ວມຢ່າງພ້ອມພຽງ; ໂອກາດນີ້, ທ່ານ ສິນລະປະກອນ ພົມມະໄຊສີ ຮອງເລຂາພັກເມືອງ, ຮັກສາການເຈົ້າເມືອງໄຊທານີ ໄດ້ລາຍງານຫຍໍ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຂອງເມືອງ.
ບັນດາສະມາຊິກສະພາ ໄດ້ຜັດປ່ຽນກັນເຜີຍແຜ່ຜົນສຳເລັດຂອງ 2 ກອງປະຊຸມດັ່ງກ່າວ ເຊິ່ງຍົກໃຫ້ເຫັນຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ໂດຍໄດ້ພິຈາລະນາຮັບຮອງເອົາບັນດາເນື້ອໃນວຽກງານສໍາຄັນຕ່າງໆຄື: ວຽກງານຂອງລັດຖະບານ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ 2025; ການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກໍາ, ກົນໄກຕ່າງໆ ໃນການພັດທະນາພະລັງງານໄຟຟ້າ; ນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່; ການສະຫຼຸບຕີລາຄາຜົນການໂຄສະນາເຜີຍແຜ່ກົດໝາຍທົ່ວປະເທດ; ການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ ແລະ ທິດທາງແຜນການໃນຕໍ່ໜ້າ. ວຽກງານຂອງ ສພຊ: ການເຄື່ອນໄຫວວຽກງານແຕ່ກອງປະຊຸມສະໄໝສາມັນເທື່ອທີ 8-9 ແລະ ທິດທາງແຜນການຮອດກອງປະຊຸມສະໄໝສາມັນເທື່ອທີ 10; ການສ້າງ ແລະ ປັບປຸງກົດໝາຍ. ສຳລັບກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນ ເປັນຕົ້ນ: ວຽກງານທີ່ພົ້ນເດັ່ນຕໍ່ກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ 6 ເດືອນຕົ້ນປີ ຕິດພັນກັບການປະເມີນໂດຍສັງເຂບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025); ການຈັດຕັ້ງປະຕິບັດ 8 ແຜນງານ, 20 ໂຄງການລະດັບຊາດ, ໂຄງການປິ່ນອ້ອມທີ່ກໍານົດໃນແຜນການ 5 ປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຂອງນະຄອນຫຼວງ; ການສະເໜີປັບລາຄາຊົມໃຊ້ນໍ້າປະປາ ປີ 2025-2027 ຂອງລັດວິສາຫະກິດນໍ້າປະປາ ນວ; ການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງ; ວຽກງານນິຕິກໍາ; ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຂອງ ສປນວ.
ຈາກນັ້ນ, ກໍໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ແລກປ່ຽນ, ປະກອບຄຳຄິດຄຳເຫັນ ແລະ ສະເໜີບັນຫາທີ່ມີຄວາມສົນໃຈ ແລະ ຂັດຂ້ອງໝອງໃຈ ເພື່ອໃຫ້ ສສຊ-ສສນວ ນຳໄປສະເໜີຕໍ່ພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າ, ພິຈາລະນາ ແລ້ວກ້າວໄປສູ່ການຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງ.

(ສຳນານ, ເພຈ: ໜສພ ປະຊາຊົນ)