ປະຊາຊົນບ້ານໂຊກນ້ອຍ ສະເໜີຫຼາຍບັນຫາທີ່ຕິດພັນກັບການພັດທະນາບ້ານ

ສ.ຫ. 22, 2025

(ສພຊ) – ວັນທີ 21 ສິງຫາຜ່ານມາ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 1 ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ນຳໂດຍທ່ານ ສຈ. ປອ. ວຽງວິໄລ ທ່ຽງຈັນໄຊ ຮອງປະທານກຳມາທິການຍຸຕິທຳ ໄດ້ເຄື່ອນໄຫວພົບປະກັບຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ທີ່ບ້ານໂຊກນ້ອຍ ເມືອງໄຊເສດຖາ ເຊິ່ງມີອຳນາດການປົກຄອງບ້ານ ແລະ ປະຊາຊົນ ເຂົ້າຮ່ວມຮັບຟັງ; ໂອກາດນີ້, ຜູ້ເຂົ້າຮ່ວມໄດ້ສະເໜີຕໍ່ຄະນະຜູ້ແທນຫຼາຍບັນຫາ ເປັນຕົ້ນແມ່ນການປັບປຸງສ້ອມແປງເສັ້ນທາງ ເນື່ອງຈາກເສັ້ນທາງເຊື່ອມຕໍ່ລະຫວ່າງບ້ານກັບບ້ານໃກ້ຄຽງ ເປ່ເພໜັກ ເຖິງແມ່ນວ່າໄດ້ຮັບການສ້ອມແປງບາງສ່ວນແລ້ວ ແຕ່ກໍຍັງບໍ່ຮັບປະກັນຄວາມປອດໄພຂອງຜູ້ສັນຈອນໄປມາເທົ່າທີ່ຄວນ, ລົດຂົນຂີ້ເຫຍື້ອຍັງບໍ່ເຂົ້າເຖິງໃນບາງເຂດບາງຮ່ອມ ເຖິງແມ່ນວ່າໄດ້ເຮັດສັນຍາແລ້ວ ແຕ່ບໍ່ມາເອົາຕາມກຳນົດເວລາ ເຮັດໃຫ້ເກີດມີສະພາບການຖິ້ມຂີ້ເຫຍື້ອຊະຊາຍຕາມດິນເປົ່າວ່າງ, ບັນຫາຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ ແລະ ບັນຫາອື່ນໆທີ່ຕິດພັນກັບການພັດທະນາບ້ານ.

(ເພຈ: ວຽງຈັນໃໝ່/VientianeMai)