(ສພຊ) – ຕອນບ່າຍວັນສຸກທີ 15 ສິງຫາຜ່ານມາ ທີ່ສະພາແຫ່ງຊາດ ໄດ້ມີກອງປະຊຸມສໍາມະນາເສດຖະກິດດິຈິຕອນ ແລະ ຊັບສິນດິຈິຕອນ (Digital Asset) ໂດຍການເປັນປະທານຮ່ວມຂອງທ່ານ ປອ. ອະລຸນຍະເດດ ຣາຊະພົນ ຫົວໜ້າກົມເສດຖະກິດບໍລິການ, ກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ (ກສຕສ) ແລະ ທ່ານ ປະສິດທິເດດ ຫຼວງວິໄລ ຮອງຫົວໜ້າກົມເຕັກໂນໂລຊີດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຊິ່ງມີບັນດາທ່ານຮອງຫົວໜ້າກົມໃນ ກສຕສ, ຮອງອຳນວຍການບໍລິສັດ ບິດຄິກ ຈຳກັດຜູ້ດຽວ, ຮອງອຳນວຍການບໍລິສັດ ບິກ ດາຕາ ຄຣິບໂຕ ມາຍນິງ ຈຳກັດຜູ້ດຽວ ແລະ ແຂກຖືກເຊີນ ເຂົ້າຮ່ວມ; ທັງນີ້, ກໍເພື່ອໃຫ້ພະນັກງານຈາກກົມເສດຖະກິດບໍລິການ ແລະ ກົມເຕັກໂນໂລຊີດິຈິຕອນ ຮັບຮູ້ໃນວຽກງານການຫັນເປັນດິຈິຕອນຂອງ ສປປລາວ ໃນຍຸກປັດຈຸບັນ ເປັນຕົ້ນແມ່ນທ່າອຽງຂອງການພັດທະນາເສດຖະກິດດິຈິຕອນ ແລະ ການນຳໃຊ້ເຕັກໂນໂລຊີດິຈິຕອນ ແລະ ລະບົບເຕັກໂນໂລຊີດິຈິຕອນ ເພື່ອສ້າງເສດຖະກິດດິຈິຕອນ, ຊັບສິນດິຈິຕອນ.

ກອງປະຊຸມໄດ້ຮັບຟັງການນຳສະເໜີທ່າອຽງຂອງສາກົນດ້ານການພັດທະນາເສດຖະກິດດິຈິຕອນ ແລະ ການນຳໃຊ້ເຕັກໂນໂລຊີດິຈິຕອນ ແລະ ການແນະນໍາລະບົບເຕັກໂນໂລຊີດິຈິຕອນ ເພື່ອສ້າງເສດຖະກິດດິຈິຕອນ, ຊັບສິນດິຈິຕອນ ຈາກບໍລິສັດ ບິດຄິກ ຈຳກັດຜູ້ດຽວ; ຄວາມເປັນມາຂອງບໍລິສັດ ບິກ ດາຕາ ຄຣິບໂຕ ມາຍນິງ ຈຳກັດຜູ້ດຽວ. ຈາກນັ້ນ, ໄດ້ມີການສົນທະນາແລກປ່ຽນການເກັບກຳຂໍ້ມູນ ແລະ ບົດຮຽນເຊິ່ງກັນແລະກັນ ເພື່ອນໍາບົດຮຽນດັ່ງກ່າວໄປໝູນໃຊ້ເຂົ້າໃນວຽກງານຕົວຈິງ.

(ສອນສັກ ວັນວິໄຊ)