ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II ໄດ້ດຳເນີນໃນວັນທີ 30 ກໍລະກົດ ຫາ 01 ສິງຫາ 2025 ທີ່ສະໂມສອນໃຫຍ່ຂອງແຂວງ ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ, ເປັນກຽດເຂົ້າຮ່ວມມີ ທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ ທັງເປັນສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ມີບັນດາທ່ານການນຳຂອງແຂວງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ, ສະມາຊິກສະພາປະຊາຊົນຂັ້ນແຂວງ 10 ຕົວເມືອງ, ຫົວໜ້າພະແນກການ, ເຈົ້າເມືອງ, ມີບັນດາທ່ານ ພະນັກງານອາວຸໂສບຳນານ ແລະ ແຂກຖືກເຊີນ.


ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II ໄດ້ພິຈາລະນາ, ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງແຂວງ ດັ່ງນີ້: ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກ ຂອງແຂວງ ປະຈໍາ 6 ເດືອນຕົ້ນປີ 2025 ແລະ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກ ປະຈໍາ 6 ເດືອນທ້າຍປີ 2025 ຂອງແຂວງຄຳມ່ວນ. ກອງປະຊຸມ ໄດ້ຕີລາຄາສູງຕໍ່ຄວາມພະຍາຍາມຂອງອົງການປົກຄອງ ທີ່ໄດ້ນໍາໃຊ້ທຸກທ່າແຮງ ແລະ ປຸກລະດົມປະຊາຊົນບັນດາເຜົ່າ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ຊຶ່ງສາມາດເຮັດໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,2; ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ຂອງອົງການປົກຄອງແຂວງ ກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດ ຂໍ້ຕົກລົງ ຂອງເຈົ້າແຂວງ ວ່າດ້ວຍການຄຸ້ມຄອງສິ່ງເສດເຫຼືອທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ຢູ່ແຂວງຄຳມ່ວນ ສະບັບເລກທີ 1163/ຈຂ.ຄມ, ລົງວັນທີ 12 ສິງຫາ 2021; ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ຂອງອົງການປົກຄອງແຂວງ ກ່ຽວກັບການການພິຈາລະນາຮັບຮອງເອົາການຈັດຕັ້ງອົງການກາແດງແຂວງ, ດ່ານສາກົນຂົວມິດຕະພາບ 3, ດ່ານສາກົນນາເພົ້າ ເປັນອົງການລັດທຽບເທົ່າຂັ້ນພະແນກການຂອງແຂວງ ແລະ ຮັບຮອງດອົາການສ້າງຕັ້ງ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ ເປັນກົງຈັກການຈັດຕັ້ງທຽບເທົ່າພະແນກການ ຂອງແຂວງ; ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດສະເໜີ ຂອງອົງການປົກຄອງແຂວງ ກ່ຽວກັບການພິຈາລະນາຮັບຮອງ ຊົນເຜົ່າບຣູ (ໝວດພາສາມອນ-ຂະແມ) ເປັນຊົນເຜົ່າທີ 10 ຂອງແຂວງຄໍາມ່ວນ; ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາການແຕ່ງຕັ້ງບຸກຄະລາກອນ ເຂົ້າໃນໂຄງປະກອບກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ ທີ່ໄດ້ມີການປັບປຸງຄື: ຮັບຮອງເອົາທ່ານ ຄຳສິງ ໄຊສິດທິເດດ ເປັນຫົວໜ້າພະແນກການເງິນ, ຮັບຮອງເອົາທ່ານ ເດດສັກດາ ມະນີຄຳ ເປັນຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ, ຮັບຮອງເອົາທ່ານ ສົມວິໄຊ ວົງທິລາດ ເປັນຫົວໜ້າພະແນກອຸດສະຫະກຳ ແລະ ການຄ້າ ແລະ ຮັບຮອງເອົາທ່ານ ໝັ້ນຍືນ ຄິນສະໝອນ ເປັນປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ ແລະ ຮັບຮອງເອົາປະທານຄະນະກຳມະການປົກຄອງເມືອງໃນ 10 ຕົວເມືອງ ດ້ວຍຄະແນນສຽງ 100%; ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ ຂອງສະພາປະຊາຊົນແຂວງຄຳມ່ວນ ໄລຍະແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຫາ ກອງປະຊຸມສະໄໝສາມັນ ເທື່ອທີ 9 ແລະ ແຜນການເຄື່ອນໄຫວວຽກງານ ຮອດກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II; ນອກນັ້ນ, ກອງປະຊຸມໄດ້ພິຈາລະນາ, ຮັບຮອງເອົາການສ້າງນິຕິກໍາ ໃຕ້ກົດໝາຍ ຂອງແຂວງ (ຂໍ້ຕົກລົງເຈົ້າແຂວງ) ຈໍານວນ 02 ສະບັບ ຄື: ຮ່າງຂໍ້ຕົກລົງ ວ່າດ້ວຍການກໍານົດເຂດປອດຄວັນຢາສູບ ພາຍໃນແຂວງຄໍາມ່ວນ ແລະ ຮ່າງຂໍ້ຕົກລົງ ວ່າດ້ວຍການແຂ່ງຂັນກິລາ ພາຍໃນແຂວງຄໍາມ່ວນ ແລະ ກອງປະຊຸມໄດ້ປະເມີນຜົນ ຕໍ່ຄວາມຮັບຜິດຊອບ ຂອງບຸກຄະລາກອນ ທີ່ມາລາຍງານ, ຊີ້ແຈງ ແລະ ຕອບຄໍາຊັກຖາມ ຢູ່ກອງປະຊຸມຄັ້ງນີ້.