ຮອງປະທານສະພາແຫ່ງຊາດ ພ້ອມຄະນະ ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານ ທີ່ ດ່ານພາສີສາກົນ ນາເພົ້າ.

​ກ.ກ. 16, 2025

ຕອນເຊົ້າຂອງວັນທີ 16 ກໍລະກົດ 2025 ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ແລະ ທ່ານ ບຸນມີ ພິມມະສອນ ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ; ທ່ານ ນາງ ວິໄຊ ສຮິດທິຣາດ ຮອງປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ ສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ວຽກງານ ຢູ່ທີ່ ດ່ານພາສີ ສາກົນນາເພົ້າ ເມືອງບົວລະພາ ແຂວງຄໍາມ່ວນ, ໂດຍການຕ້ອນຮັບ ແລະ ເຂົ້າຮ່ວມເຮັດວຽກຂອງ ທ່ານ ສຸພັດ ສຸແສງໄທ ຮັກສາການຫົວໜ້າຄະນະຄຸ້ມຄອງດ່ານສາກົນນາເພົ້າ, ພ້ອມດ້ວຍຄະນະຄຸ້ມຄອງດ່ານ.
  
ໃນກອງປະຊຸມໄດ້ຮັບຟັງການລາຍງານ ໂດຍສັງເຂບຈາກ ທ່ານ ສຸພັດ ສຸແສງໄທ ຮັກສາການຫົວໜ້າຄະນະຄຸ້ມຄອງດ່ານສາກົນນາເພົ້າ ກ່ຽວກັບສະພາບຂ້ໍສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຄຸ້ມຄອງວຽກງານຢູ່ດ່ານສາກົນນາເພົ້າ ແຂວງຄໍາມ່ວນ ເປັນຕົ້ນ: ການຄຸ້ມຄອງ ແລະ ກວດກາ ສິນຄ້າ, ລົດຂົນສົ່ງສິນຄ້າ, ການຂົນສົ່ງສິນຄ້າຜ່ານແດນ ທີ່ເຂົ້າ – ອອກ ດ່ານສາກົນນາເພົ້າ, ການປ່ຽນຖ່າຍຫົວລາກ, ຫາງລາກ. ພ້ອມກັນນັ້ນ, ກໍຍັງໄດ້ຮັບຟັງການລາຍງານກ່ຽວກັບການຄຸ້ມຄອງຄົນເຂົ້າ-ອອກເມືອງ; ຫຼັງຈາກນັ້ນ, ກອງປະຊຸມໄດ້ແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາ ເພື່ອຊອກໃຫ້ເຫັນດ້ານດີທີ່ຄວນເສີມຂະຫຍາຍ ແລະ ດ້ານຂໍ້ຄົງຄ້າງ ທີ່ຕ້ອງໄດ້ຊອກຫາວິທີແກ້ໄຂ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ທັນສະໄໝໃນການອຳນວຍຄວາມສະດວກທາງດ້ານການຄ້າຄື ລະບົບການແຈ້ງພາສີແບບເອເລັກໂຕຣນິກ, ເຂົ້າສູ່ການຄຸ້ມຄອງການນຳເຂົ້າ-ສົ່ງອອກ ສິນຄ້າ ຢູ່ດ່ານພາສີສາກົນນາເພົ້າໃຫ້ມີຄວາມຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍທີ່ໄດ້ກໍານົດໄວ້.
ໂອກາດດັ່ງກ່າວ ທ່ານ ຮອງປະທານສະພາແຫ່ງຊາດ ໄດ້ມີຄໍາເຫັນວ່າ: ການເຄື່ອນໄຫວຕິດຕາມກວດກາ ໃນຄັ້ງນີ້ແມ່ນໄດ້ປະຕິບັດຕາມ ສາມພາລະບົດບາດຂອງສະພາແຫ່ງຊາດ ຄື: ສະພາແຫ່ງຊາດ ມີພາລະບົດບາດຮັບຮອງເອົາ ລັດຖະທຳມະນູນ ແລະ ກົດໝາຍ, ຕົກລົງບັນຫາສຳຄັນພື້ນຖານຂອງປະເທດຊາດ ແລະ ຕິດຕາມກວດກາການເຄົາລົບ, ປະຕິບັດ ລັດຖະທຳມະນູນ, ກົດໝາຍ ຂອງບັນດາອົງການລັດ; ພ້ອມນັ້ນ, ທ່ານ ໄດ້ໂອ້ລົມ ແລະ ຊີ້ນຳ ໃຫ້ຄະນະຄຸ້ມຄອງດ່ານຈົ່ງໄດ້ພ້ອມກັນເອົາໃຈໃສ່ປັບປຸງພື້ນຖານໂຄງລ່າງໃນດ້ານຕ່າງໆທີ່ສາມາດແກ້ໄຂໄດ້ສະດວກຂຶ້ນຕື່ມ, ປັບປຸງຂອດການບໍລິການພາຍໃນດ່ານ ເພື່ອຮັບປະກັນການປະຕິບັດບັນດາໜ້າວຽກຕ່າງໆມີຄວາມໂລ່ງລ່ຽນ, ລວມເຖິງການປົກປັກຮັກສາທາງດ້ານອາຄານ, ວັດຖຸອຸປະກອນ, ເຄື່ອງຮັບໃຊ້ຕ່າງໆ ໃຫ້ນໍາໃຊ້ໄດ້ຢ່າງຍາວນານ ເພື່ອຫຼຸດຜ່ອນຄວາມສິ້ນເປືອງທາງດ້ານງົບປະມານລັດ, ສືບຕໍ່ປັບປຸງ ແລະ ອະນາໄມໃນຂອບເຂດບໍລິເວນດ່ານ ເພື່ອຄວາມສະອາດ, ສວຍງາມ ໂດຍມອບໃຫ້ເປັນຄວາມຮັບຜິດຊອບຂອງຄະນະຄຸ້ມຄອງດ່ານ ຄົ້ນຄວ້າສົມທົບ ກັບຂະແໜງການຕ່າງໆພາຍໃນດ່ານ ເພື່ອຮອງຮັບແຂກ ແລະ ນັກທ່ອງທ່ຽວ, ເພີ່ມທະວີໃນການຕິດຕາມ, ກວດກາພາຍໃນດ່ານ ໂດຍມີການວາງລະບຽບ, ກົນໄກການຄຸ້ມຄອງໃຫ້ເປັນລະບົບ ເພື່ອຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ເອົາໃຈໃສ່ການເກັບລາຍຮັບ, ຄ່າທຳນຽມ, ພາສີ ອາກອນຕ່າງໆເຂົ້າງົບປະມານ ຢ່າງຄົບຖ້ວນ ແລະ ຖືກຕ້ອງຕາມລະບຽບກົດໝາຍ ໂດຍນໍາໃຊ້ລະບົບທີ່ທັນສະໄໝ ເພື່ອຫຼຸດຜ່ອນການຮົ່ວໄຫຼທາງດ້ານງົບປະມານ, ໂຄສະນາປະຊາສຳພັນ ແນະນໍາໃຫ້ແກ່ຜູ້ໃຊ້ບໍລິການໃຫ້ເຂົ້າໃຈຢ່າງລະອຽດ ກ່ຽວກັບການຊໍາລະຄ່າພາສີອາກອນ ຜ່ານລະບົບທີ່ທັນສະໄໝ ແລະ ປະຕິບັດຕາມຂັ້ນຕອນ ເພື່ອເຮັດໃຫ້ການບໍລິການວ່ອງໄວຂຶ້ນ, ເອົາໃຈໃສ່ການກວດກາສິນຄ້າເຂົ້າ-ອອກ ຕິດຕາມການລັກລອບນໍາເຂົ້າສິນຄ້າຫ້າມນໍາເຂົ້າ ແລະ ສິນຄ້າຜິດກົດໝາຍ, ເອົາໃຈໃສ່ໃນການປະຕິບັດພາລະບົດບາດຂອງແຕ່ລະຂະແໜງການ ແລະ ພ້ອມກັນປະສານສົມທົບ, ປຶກສາຫາລືກັນ ໃຫ້ມີຄວາມກົມກຽວກັນ ໃນການຄຸ້ມຄອງ ເພື່ອປະຕິບັດພາລະບົດບາດລວມ ໃນການເກັບລາຍຮັບງົບປະມານໃຫ້ໄດ້ຕາມແຜນ ຫຼື ລື່ນແຜນ, ພ້ອມກັນຄົ້ນຄວ້າບັນດາກົນໄກ, ຂອດການປະສານງານລະຫວ່າງຂະແໜງການຕ່າງໆ ໃນຂັ້ນສູນກາງ, ທ້ອງຖິ່ນ ແລະ ລະຫວ່າງຂະແໜງການປິ່ນອ້ອມຂອງດ່ານ ເພື່ອຊອກຫາວິທີແກ້ໄຂໃນຈຸດອ່ອນ-ຂໍ້ຄົງຄ້າງໃນຕໍ່ໜ້າ ແນໃສ່ເຮັດໃຫ້ລະບົບການບໍລິຫານຈັດການພາຍໃນດ່ານ, ການບໍລິການສິນຄ້າ, ຄົນເຂົ້າ-ອອກ ແລະ ອື່ນໆໃຫ້ມີຄວາມສະດວກ, ວ່ອງໄວ ຮັບປະກັນຄວາມຖືກຕ້ອງສອດຄ່ອງຕາມລະບຽບກົດໝາຍ. ສໍາລັບຂໍ້ສະເໜີຕ່າງໆ ແມ່ນໃຫ້ຂຶ້ນແຜນນໍາສະເໜີຕໍ່ການນໍາຂັ້ນແຂວງ ຄົ້ນຄວ້າພິຈາລະນາແກ້ໄຂ ເພື່ອເຮັດໃຫ້ການປະຕິບັດວຽກງານມີຄວາມສະດວກ ແລະ ວ່ອງໄວຫຼາຍຂຶ້ນ.