ໂຮງຮຽນເຄເອັນຊີ ຢ້ຽມຊົມຫ້ອງມູນເຊື້ອ ແລະ ຫ້ອງປະຊຸມໃຫຍ່ ສພຊ

ສ.ຫ. 15, 2025

(ສພຊ) – ຕອນສວາຍວັນສຸກທີ 15 ສິງຫານີ້, ກົມສື່ມວນຊົນ ແລະ ຫ້ອງການຄຸ້ມຄອງຫໍສະພາແຫ່ງຊາດ (ສພຊ) ໄດ້ຕ້ອນຮັບ ແລະ ນຳພານັກຮຽນໂຮງຮຽນເຄເອັນຊີ ທີ່ມາທັດສະນະສຶກສາຢ້ຽມຊົມຫໍມູນເຊື້ອ ຈຳນວນ 23 ຄົນ ເຊິ່ງນຳໂດຍທ່ານ ນາງ ຈອມເພັດ ໄຊມູນວົງ ຮອງຜູ້ອຳນວຍການໂຮງຮຽນເຄເອັນຊີ.
ການມາທັດສະນະສຶກສາຄັ້ງນີ້, ໄດ້ຮັບຟັງການບັນລະຍາຍໂດຍຫຍໍ້ເຫດການຕ່າງໆໃນປະຫວັດສາດ, ຢ້ຽມຊົມການວາງສະແດງຮູບພາບ ແລະ ວັດຖຸພັນຕ່າງໆ, ຊົມຮູບເງົາປະຫວັດຄວາມເປັນມາຂອງສະພາປະຊາຊົນສູງສຸດ ຊຸດທີ I ເຖິງ ສະພາແຫ່ງຊາດ ຊຸດປັດຈຸບັນ (ຊຸດທີ IX) ແລະ ນ້ອງນັກຮຽນໄດ້ຕອບຄຳຖາມເພື່ອຮັບປຶ້ມທີ່ລະນຶກຈາກ ສພຊ. ຈາກນັ້ນ, ຍັງໄດ້ຢ້ຽມຊົມຫ້ອງປະຊຸມໃຫຍ່ຂອງສະພາແຫ່ງຊາດ ເຮັດໃຫ້ນ້ອງໆນັກຮຽນ, ຄູ-ອາຈານ ມີຄວາມຮັບຮູ້ເຂົ້າໃຈກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການນິຕິບັນຍັດຫຼາຍຂຶ້ນ.
(ນາງ ນິດຕາ ຄຸນປາກດີ)