ຮອງປະທານ ກປຊສ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຢູ່ແຂວງໄຊສົມບູນ

ສ.ຫ. 15, 2025

(ສພຊ) – ວັນທີ 13 ສິງຫາຜ່ານມາ, ທ່ານ ພົຈວ. ສົມວັນ ທຳມາໄຊ ຮອງປະທານກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ກປຊສ) ພ້ອມດ້ວຍສະມາຊິກສະພາປະຊາຊົນແຂວງ ແລະ ຄະນະ ໄດ້ເຄື່ອນໄຫວເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ແລະ ສະພາປະຊາຊົນແຂວງ (ສພຂ) ໄຊສົມບູນ ຊຸດທີ II ຢູ່ກອງບັນຊາການທະຫານແຂວງ ແລະ ໂຮງຮຽນເຫຼົ່າຮົບພະລາທິການກອງທັບແຂວງໄຊສົມບູນ, ເຂົ້າຮ່ວມຮັບຟັງມີບັນດາຄະນະພັກ-ຄະນະບັນຊາ, ພະນັກງານ, ນາຍ ແລະ ພົນທະຫານ ລວມ 2 ຈຸດ ມີທັງໝົດ 176 ສະຫາຍ, ຍິງ 18 ສະຫາຍ.
ຫົວໜ້າກອງບັນຊາການທະຫານແຂວງ ແລະ ອຳນວຍການໂຮງຮຽນເຫຼົ່າຮົບພະລາທິການກອງທັບ ແຂວງໄຊສົມບູນ ໄດ້ລາຍງານສະພາບການເຄື່ອນໄຫວຂອງກົມກອງໂດຍຫຍໍ້ ໂດຍສະເພາະແມ່ນຈຸດທີ່ຕັ້ງ, ພາລະບົບບາດ, ຜົນສຳເລັດໃນການຈັດຕັ້ງປະຕິບັດແຕ່ລະຂົງເຂດວຽກງານ ເປັນຕົ້ນວຽກງານການເມືອງ, ການທະຫານ ແລະ ພະລາທິການ; ຈາກນັ້ນ, ສະມາຊິກສະພາ ໄດ້ຜັດປ່ຽນກັນເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງໄຊສົມບູນ ພ້ອມທັງໃຫ້ຮູ້ເຖິງພາລະບົດບາດ, ສິດ ແລະ ໜ້າທີ່ຂອງ ສພຊ ແລະ ສພຂ, ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ, ເນື້ອໃນຂອງ 2 ວາລະແຫ່ງຊາດ ຄື: ການແກ້ໄຂບັນຫາຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໃຫ້ຖັນແຖວນາຍ ແລະ ພົນທະຫານ ໄດ້ຮັບຮູ້ເຂົ້າໃຈຢ່າງກວ້າງຂວາງ, ທົ່ວເຖິງ ແລະ ຖືກຕ້ອງ ກ່ຽວກັບບັນດາບັນຫາສຳຄັນພື້ນຖານຂອງປະເທດຊາດ, ຂອງແຂວງ ທີ່ໄດ້ນຳມາພິຈາລະນາ ແລະ ຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 9 ເພື່ອນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງຂອງແຕ່ລະພາກສ່ວນ ໃຫ້ມີຄວາມສອດຄ່ອງ, ເໝາະສົມ ແລະ ປະຕິບັດໃຫ້ປາກົດຜົນເປັນຈິງ. ພ້ອມດຽວກັນ, ຍັງໄດ້ຮັບຟັງການສະເໜີບາງບັນຫາຈາກນາຍ ແລະ ພົນທະຫານ ອີກດ້ວຍ.
ໂອກາດນີ້, ທ່ານ ພົຈວ. ສົມວັນ ທຳມາໄຊ ໄດ້ມີຄຳເຫັນເນັ້ນໜັກໃຫ້ເອົາໃຈໃສ່ການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ການຄຸ້ມຄອງທັບ-ຄຸ້ມຄອງລັດ-ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍລັດຖະທຳມະນູນ ແລະ ກົດໝາຍ ໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອປະກອບສ່ວນເຮັດໃຫ້ບັນຫາທີ່ຍັງພົບຄວາມຫຍຸ້ງຍາກ, ອຸດຕັນ ໄດ້ຮັບການແກ້ໄຂໃຫ້ດີຂຶ້ນເທື່ອລະກ້າວ.