

ປະຕິບັດຕາມແຈ້ງການ ຂອງອະນຸກໍາມະການຂະບວນການ ແລະ ສຶກສາອົບຮົມການເມືອງແນວຄິດ, ສະບັບເລກທີ 54/ອກສຂ, ລົງວັນທີ 28 ກໍລະກົດ 2025 ເລື່ອງການອະນາໄມ, ປະດັບປະດາຕົວເມືອງ, ບັນດາສໍານັກງານ, ອົງການ. ໃນຕອນເຊົ້າຂອງວັນທີ 31 ກໍລະກົດ 2025 ນີ້, ສະພາປະຊາຊົນແຂວງອຸດົມໄຊ ໄດ້ສ້າງຂະບວນການອອກແຮງງານເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ອົງຄະນະພັກແຂວງອຸດົມໄຊ ຄັ້ງທີ X ເຊິ່ງນໍາໂດຍທ່ານ ນ. ວັນສີ ພວງມະໄລ ເລຂາໜ່ວຍພັກສະພາປະຊາຊົນແຂວງ, ມີທ່ານ ນ. ຄໍາພອນ ພິມມະຈັນ ຮອງປະທານສະພາປະຊາຊົນແຂວງ, ບັນດາສະຫາຍຄະນະພັກ, ສະມາຊິກພັກ ແລະ ພະນັກງານພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.




ເພື່ອເຮັດໃຫ້ການກະກຽມຕ້ອນຮັບກອງປະຊຸມໃຫຍ່ ອົງຄະນະພັກແຂວງອຸດົມໄຊ ຄັ້ງທີ X ໃຫ້ເປັນຂະບວນການຟົດຟື້ນ, ມີເນື້ອໃນຄວາມໝາຍເລິກເຊິ່ງ ແລະ ທັງເປັນການເສີມຂະຫຍາຍບົດບາດການນໍາພາຂອງພັກໃນທຸກຂົງເຂດວຽກງານຢ່າງກວ້າງຂວາງ, ປຸກລະດົມນໍ້າໃຈຮັກຊາດຂອງທຸກຊັ້ນຄົນ ແລະ ປະຊາຊົນບັນດາເຜົ່າໃຫ້ສູງຂຶ້ນ.

ພາບ/ຂ່າວ: ສະພາປະຊາຊົນແຂວງ.