ໃນວັນທີ 13 ສິງຫາ 2025, ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ມີກອງປະຊຸມຕິດຕາມກວດກາ ການຂໍຫັນປ່ຽນປະເພດດີນປ່າໄມ້ ເປັນດີນປະເພດອື່ນລັກສະນະຊົ່ວຄາວ ທີ່ນອນໃນປ່າຜະລິດແຫ່ງຊາດ ນໍ້າປາ-ຫ້ວຍວີ. ໂດຍການເປັນປະທານຂອງທ່ານ ນາງ ມີນາພອນ ໄຊສົມພູ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17 ປະທານສະພາປະຊາຊົນແຂວງ ອັດຕະປື, ມີບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17, ຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາປະຊາຊົນແຂວງ ເຂດເລືອກຕັ້ງເມືອງຊານໄຊ, ຄະນະກໍາມະການ, ຄະນະເລຂາທິການ, ຕາງໜ້າຫ້ອງວ່າການແຂວງ, ເມືອງ, ພະແນການທີ່ກ່ຽວຂ້ອງ, ຕາງໜ້າບໍລິສັດ ນິແລນລາວ ມາຍນິ້ງ ຈໍາກັດ, ກຸ່ມບ້ານ ແລະ , ອໍານາດການປົກຄອງບ້ານຈະເລີນໄຊ ເຂົ້າຮ່ວມ.
ໃນກອງປະຊຸມ ຜູ້ຕາງໜ້າບໍລິສັດ ນິແລນລາວ ມາຍນິ້ງ ຈໍາກັດ ໄດ້ລາຍງານສະພາບຄວາມເປັນມາໂດຍຫຍໍ້ ໃຫ້ຊາບວ່າ: ບໍລິສັດ ໄດ້ເຊັນສັນຍາວ່າດ້ວຍການຊອກຄົ້ນ ແລະ ສໍາຫຼວດ ໃນຄັ້ງວັນທີ 12 ຕຸລາ 2009 ໃນເນື້ອທີ່ 164 ກິໂລຕາແມັດ,ໄດ້ຢຸດການດໍາເນີນວຽກງານຂອງໂຄງການຊົ່ວຄາວໃນຊ່ວງ ປີ2017 ຫາ 2018 ເນື່ອງຈາກສະພາການແຜ່ລະບາດຂອງພະຍາດໂຄວິດ19, ໃນປີ 2024 ບໍລິສັດໄດ້ສືບຕໍ່ວຽກໂຄງການເພື່ອປັບປຸງບັນດາເອກະສານນິຕິກໍາ, ເຕັກນິກ ກັບບັນດາຂະແໜງການທີ່ກ່ຽວຂ້ອງ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ການຫັນປ່ຽນທີ່ດີນປ່າໄມ້ ໄປເປັນດີນປະເພດອື່ນ ລັກສະນະຊົ່ວຄາວ ທີ່ນອນໃນປ່າຜະລິດແຫ່ງຊາດນໍ້າປາ-ຫ້ວຍວີ ເພື່ອຈະນໍາໃຊ້ເຂົ້າໃນໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຊືນ ແລະ ແຮ່ເງີນ ຢູ່ເຂດກຸ່ມບ້ານຈະເລີນໄຊ, ເມືອງຊານໄຊ ແຂວງອັດຕະປື, ມີເນື້ອທີ່ທັງໝົດ 150 ເຮັກຕາ, ແຕ່ບໍລິສັດຈະນໍາໃຊ້ຕົວຈິງຈໍານວນ 19,08 ເຮັກຕາ ນໍາໃຊ້ເຂົ້້າໃນກິດຈະການຕ່າງໆ.ນອກນີີ້ຍັງໄດ້ຮັບຟັງການລາຍງານຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ຜູ້ເຂົ້າຮ່ວມ,ໄດ້ປະກອບຄໍາຄິດຄໍາເຫັນ, ປືກສາຫາລືແລກປ່ຽນ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບັນຫາອື່ນໆ ເພື່ອຮັບປະກັນການຢັ້ງຢືນຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ແລະ ທໍາມະຊາດ ໃນການຂຸດຄົ້ນ ແລະ ປຸງແຕ່ງ ຂອງໂຄງການ ແລະ ເພື່ອເປັນຂໍ້ມູນລາຍງານຕໍ່ຄະນະປະຈໍາສະພາແຫ່ງຊາດ ໃຫ້ມີຄວາມເປັນເອກະພາບລະຫວ່າງຂັ້ນທ້ອງຖີ່ນ ແລະ ສູນກາງ.ກອງປະຊຸມ, ທ່ານ ມີນາພອນ ໄຊສົມພູ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17 ປະທານສະພາປະຊາຊົນແຂວງ ອັດຕະປື ຍັງໄດ້ມີຄໍາເຫັນ ເອົາໃຈໃສ່ຕິດຕາມກວດກາ ຢ່າງໃກ້ສິດ ຕໍ່ບັນຫາຜົນກະທົບ ທີ່ອາດຈະເກີດຂື້ນຈາກໂຄງການພັດທະນາ, ຄົ້ນຄວ້າ, ປັບປຸງ ນະໂຍບາຍ ແລະ ນິຕິກຳ ກ່ຽວກັບການສົ່ງເສີມວຽກງານການຟື້ນຟູ ແລະ ປູກໄມ້ທົດແທນ ໂດຍການມີສ່ວນຮ່ວມ ລະຫວ່າງ ພາກລັດ, ຜູ້ປະກອບການ ແລະ ປະຊາຊົນ ໃຫ້ມີຄວາມຊັດເຈນ ແລະ ຮັດກຸມ, ຕິດຕາມ ການຟື້ນຟູ ຊີວິດການເປັນຢູ່ຂອງປະຊາຊົນ ຈາກການພັດທະນາໂຄງການ ຮັບປະກັນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂື້ນກວ່າເກົ່າ; ແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດ ແຕ່ລະຂັ້ນ ໃຫ້ລະອຽດຊັດເຈນ ໂດຍການມີສ່ວນຮ່ວມຂອງປະຊາຊົນໃນແຕ່ລະທ້ອງຖິ່ນ ພ້ອມທັງ ມີລະບຽບການຄຸ້ມຄອງ ແລະ ຕິດຕາມກວດກາ ຢ່າງເປັນລະບົບ ແລະ ຕໍ່ເນື່ອງ; ສຸມໃສ່ ຕິດຕາມ, ກວດກາ ແລະ ສັງລວມ ການປະຕິບັດ ພັນທະຕ່າງໆ ກ່ຽວກັບວຽກງານຟື້ນຟູປ່າໄມ້, ປູກໄມ້ທົດແທນ, ຄຸ້ມຄອງປົກປັກຮັກສາປ່າໄມ້ ແລະ ສັດປ່າ ຕາມສັນຍາຫັນປ່ຽນ, ກົດໝາຍ, ມະຕິສະພາແຫ່ງຊາດ ແລະ ນິຕິກຳອື່ນທີ່ກ່ຽວຂ້ອງ.
(ວິນັດ ສີສຸລາດ)