ສະຫຼຸບວຽກງານປ້ອງກັນພາຍໃນ ແລະ ໜ່ວຍປ້ອງກັນຕົວ

ສ.ຫ. 12, 2025

(ສພຊ) – ວັນທີ 11 ສິງຫານີ້, ຄະນະປ້ອງກັນພາຍໃນ ແລະ ການປ້ອງກັນຕົວ ຂອງສະພາແຫ່ງຊາດ (ສພຊ) ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2025 ໂດຍການເປັນປະທານຂອງສະຫາຍ ພົທ. ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ທັງເປັນຫົວໜ້າຄະນະປ້ອງກັນພາຍໃນ ສພຊ, ມີບັນດາສະຫາຍເລຂາ, ຮອງເລຂາ ແລະ ຕາງໜ້າຈາກຮາກຖານພັກອ້ອມຂ້າງອົງຄະນະພັກ ສພຊ, ສະຫາຍຫົວໜ້າກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ແລະ ບັນດາສະຫາຍໃນຄະນະປ້ອງກັນພາຍໃນ ແລະ ໜ່ວຍປ້ອງກັນຕົວ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ທັງນີ້, ກໍເພື່ອກວດກາ, ຕີລາຄາຄືນການເຄື່ອນໄຫວວຽກງານປ້ອງກັນພາຍໃນ ແລະ ການປ້ອງກັນຕົວ ຂອງສະພາແຫ່ງຊາດ ໃນ 6 ເດືອນຜ່ານມາ ທັງຖອດຖອນໄວ້ເປັນບົດຮຽນ ແລະ ຄົ້ນຄວ້າກໍານົດທິດທາງວຽກງານຈຸດສຸມໃນ 6 ເດືອນທ້າຍປີ 2025; ຮັບປະກັນທາງດ້ານຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພ ຂອງສໍານັກງານ-ຫ້ອງການ ລວມທັງສະພາບທາງດ້ານແນວຄິດ, ການເຄື່ອນໄຫວຂອງສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນ ສພຊ ແລະ ເພື່ອປັບປຸງ, ຍົກລະດັບວຽກງານດັ່ງກ່າວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນເທື່ອລະກ້າວ.
ກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບການເຄື່ອນໄຫວວຽກງານປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2025 ຂອງຄະນະປ້ອງກັນພາຍໃນ ແລະ ການປ້ອງກັນຕົວ ຂອງສະພາແຫ່ງຊາດ; ຈາກນັ້ນ, ຫົວໜ້າກົມໃຫຍ່ສັນຕິບານ ໄດ້ມີຄຳເຫັນຕໍ່ບົດສະຫຼຸບດັ່ງກ່າວ ແລະ ມີການແລກປ່ຽນຄຳຄິດຄຳເຫັນກ່ຽວກັບການເຄື່ອນໄຫວວຽກງານປ້ອງກັນພາຍໃນ ແລະ ປ້ອງກັນຕົວ ຂອງແຕ່ລະໜ່ວຍພັກພາຍໃນ ສພຊ.
ສະຫາຍ ພົທ. ສຸວອນ ເລືອງບຸນມີ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ທັງເນັ້ນໜັກໃຫ້ເພີ່ມທະວີຄວາມສາມາດໃນການເປັນເສນາທິການໃຫ້ແກ່ຄະນະພັກຂັ້ນຂອງຕົນ ໃນການສຶກສາອົບຮົມການເມືອງ-ແນວຄິດ, ຖືວຽກງານດັ່ງກ່າວເປັນບັນຫາສໍາຄັນ ເພື່ອຕ້ານຢັນຕໍ່ກົນອຸບາຍ, ເລ່ຫຼ່ຽມ ຂອງອິດທິກຳລັງປໍລະປັກ ທີ່ຫວັງມ້າງເພ, ທໍາລາຍ ລະບອບຂອງພວກເຮົາ ໂດຍສວຍໃຊ້ປາກົດການ “ຫັນປ່ຽນດ້ວຍຕົນເອງ”, “ເສື່ອມຄຸນປ່ຽນທາດເອງ” ຂອງຖັນແຖວພະນັກງານ, ສະມາຊິກພັກ; ຕ້ອງກວດກາ ແລະ ປະເມີນຄືນ ວ່າອັນໃດຄວນເສີມຂະຫຍາຍ ຫຼື ເນັ້ນໜັກຂຶ້ນຕື່ມ, ອັນໃດຕ້ອງໄດ້ປັບປຸງ ແລະ ແກ້ໄຂຢ່າງເດັດຂາດ ໄປຄຽງຄູ່ກັບການຮັກສາ ແລະ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນເອກະພາບກັນພາຍໃນໃຫ້ແໜ້ນແຟ້ນ; ເອົາໃຈໃສ່ຕິດຕາມກວດກາກຳແໜ້ນສະພາບການຮອບດ້ານຢູ່ພາຍໃນໜ່ວຍພັກ ກໍຄືການຈັດຕັ້ງຂອງຕົນ, ກຳໃຫ້ໄດ້ທັດສະນະທ່າອຽງທາງດ້ານການເມືອງ-ແນວຄິດ ແລະ ສະພາບການເຄື່ອນໄຫວຂອງພະນັກງານ, ສະມາຊິກພັກ ໃນແຕ່ລະໄລຍະຢ່າງປົກກະຕິ, ຕໍ່ເນື່ອງ ໂດຍຖືເອົາວຽກງານປ້ອງກັນ, ສະກັດກັ້ນແຕ່ຫົວທີ ເປັນກົກ ແລະ ເອົາການແກ້ໄຂບັນຫາກັບທີ່ ເປັນອັນສໍາຄັນ, ຖ້າເກີດມີຢູ່ບ່ອນໃດ ມອບໃຫ້ການຈັດຕັ້ງບ່ອນນັ້ນເປັນເຈົ້າການແກ້ໄຂຢ່າງຂາດຕົວ ຮັບປະກັນຄວາມຖືກຕ້ອງ, ຍຸຕິທຳ ແລະ ທັນການ ບໍ່ປ່ອຍປະໃຫ້ແຜ່ລາມ ແລະ ສົ່ງຜົນກະທົບເປັນວົງກວ້າງ; ເພີ່ມທະວີການຕິດຕາມເລ່ຫຼ່ຽມ, ກົນອຸບາຍ ຂອງອິດທິກຳລັງປໍລະປັກ ແລະ ຄົນບໍ່ດີ ທີ່ຫວັງມ້າງເພ, ທໍາລາຍພວກເຮົາ ພ້ອມທັງມີວິທີການສະກັດກັ້ນ ແລະ ຕ້ານຄືນກັບກົນອຸບາຍດັ່ງກ່າວຂອງສັດຕູໃຫ້ໄດ້ຢ່າງຂາດຕົວ; ຄົ້ນຄວ້າວາງແຜນການ, ສ້າງ ແລະ ປັບປຸງລະບຽບການ ເພື່ອປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ປອດໄພ ພາຍໃນສໍານັກງານ ແລະ ລະບຽບການຄຸ້ມຄອງການເຄື່ອນໄຫວຂອງສະມາຊິກພັກ, ພະນັກງານ-ລັດຖະກອນ ທີ່ຢູ່ໃນການຄຸ້ມຄອງຂອງຕົນ ເພື່ອຮັບປະກັນໃຫ້ໄດ້ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພ ຢູ່ພາຍໃນອົງການຂອງພວກເຮົາ; ສືບຕໍ່ເປັນເສນາທິການໃຫ້ແກ່ຄະນະບໍລິຫານງານພັກສະພາແຫ່ງຊາດ ໃນການພົວພັນປະສານສົມທົບກັບກົມປ້ອງກັນພາຍໃນ, ກົມໃຫຍ່ສັນຕິບານ, ກອງບັນຊາການປ້ອງກັນສູນກາງ ໃຫ້ມີຄວາມກົມກຽວ ແລະ ໂລ່ງລ່ຽນ; ຄົ້ນຄວ້າປັບປຸງນິຕິກຳ, ລະບອບການພົວພັນປະສານງານ ໃຫ້ເປັນລະບົບ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານນີ້ ໃຫ້ມີປະສິດທິຜົນດີຂຶ້ນເທື່ອລະກ້າວ. ພ້ອມກັນນັ້ນ, ສະຫາຍຍັງຮຽກຮ້ອງໃຫ້ເພີ່ມທະວີຄວາມສາມັກຄີເປັນເອກະພາບ; ເຊີດຊູນໍ້າໃຈເປັນເຈົ້າຕົນເອງ, ກຸ້ມຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ເຕົ້າໂຮມທຸກກໍາລັງແຮງສັງລວມ ສຸມໃສ່ການຈັດຕັ້ງປະຕິບັດໜ້າທີ່ອັນມີກຽດສະຫງ່ານີ້ ໃຫ້ມີຜົນສໍາເລັດຢ່າງແຂງແຮງ; ເປັນເຈົ້າການແຕ່ຫົວທີ ໃນການປ້ອງກັນຕົວເອງ, ປ້ອງກັນພັກ, ປ້ອງກັນພະນັກງານ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.
(ນາງ ອາລິນ ສຸພິມມະປະດິດ)