ມອບ-ຮັບໝວກ ເພື່ອຊຸກຍູ້ຂະບວນການແຂ່ງຂັນກິລາແລ່ນ

ສ.ຫ. 11, 2025

(ສພຊ) – ຕອນສວາຍວັນສຸກທີ 8 ສິງຫາຜ່ານມາ ທີ່ສະພາແຫ່ງຊາດ ໄດ້ມີພິທີມອບ-ຮັບໝວກ ຈຳນວນ 500 ໜ່ວຍ ຈາກບໍລິສັດ ສະຕາໂທລະຄົມ (ຢູນິເທວ) ໃຫ້ແກ່ສະພາແຫ່ງຊາດ ເພື່ອປະກອບສ່ວນຊຸກຍູ້ຂະບວນການແຂ່ງຂັນກິລາແລ່ນ ສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 34 ປີ (15/8/1991-15/8/2025), ຕາງໜ້າມອບໂດຍທ່ານ ສິນທະພອນ ວົງໄຊ ຮອງອຳນວຍການສູນສະໜອງເຕັກໂນໂລຊີຂໍ້ມູນຂ່າວສານຂອງບໍລິສັດດັ່ງກ່າວ ແລະ ຕາງໜ້າຮັບໂດຍທ່ານ ປອ. ອາຄົມ ປຣະເສີດ ຮອງເລຂາທິການສະພາແຫ່ງຊາດ ເຊິ່ງມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພະຍານ; ໂອກາດນີ້, ທ່ານ ປອ. ອາຄົມ ປຣະເສີດ ໄດ້ສະແດງຄວາມຂອບໃຈ ແລະ ມອບໃບຊົມເຊີຍຂອງຄະນະເລຂາທິການສະພາແຫ່ງຊາດ ໃຫ້ບໍລິສັດ ສະຕາໂທລະຄົມ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນອຸປະຖຳໃນຄັ້ງນີ້.


(ນາງ ກຸກກິກ ບຸດດາໄຊ)