ລາຍງານການຮັບຮອງເອົາບຸນຄາລາກອນຂອງອົງການປົກຄອງແຂວງ

ສ.ຫ. 11, 2025

ວັນທີ 8 ສິງຫາ 2025,  ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງອັດຕະປື ຊຸດທີ, ພາຍໃຕ້ການເປັນປະທານຂອງທ່ານ ນາງ ມີນາພອນ ໄຊສົມພູ ປະທານສະພາປະຊາຊົນແຂວງອັດຕະປື, ເຂົ້າຮ່ວມມີບັນດາທ່ານການນຳພັກ-ລັດຂັ້ນແຂວງ,  ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17, ສະມາຊິກສະພາປະຊາຊົນແຂວງ, ບັນດາພະແນກການ ແລະ ພາກສ່ວນຕ່າງໆເຂົ້າຮ່ວມ.ໃນວາລະສຸດທ້າຍຂອງການດໍາເນີນກອງປະຊຸມ, ທ່ານ ນາງ ພອນມະນີ ຂຽນໄຊຍະວົງ ຮອງປະທານສະພາປະຊາຊົນແຂວງ ຕາງໜ້າຄະນະປະຈໍາສະພາປະຊາຊົນແຂວງ ລາຍງານກ່ຽວກັບການຮັບຮອງເອົາບຸນຄາລາກອນຂອງອົງການປົກຄອງແຂວງ ຕາມການສະເໜີຂອງທ່ານເຈົ້່າແຂວງດັ່ງນີ້:   1.)ມະຕິຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ວ່າດ້ວຍຮັບຮອງເອົາການຍົກຍ້າຍ ທ່ານ ສຸພາສິດ ລໍວັນໄຊ ຫົວໜ້າອົງການໄອຍະການປະຊາຊົນແຂວງ ອັດຕະປື ພະນັກງານໄອຍະການປະຊາຊົນ ຂັ້ນ I ຍ້າຍໄປ ປະຈໍາການຢູ່ແຂວງຈໍາປາສັກ;  2.)ຮັບຮອງເອົາການແຕ່ງຕັ້ງ ທ່ານ ວີໄລວັນ ແກ້ວເຮືອງສີ ຮອງຫົວໜ້າອົງການໄອຍະການປະຊາຊົນພາກໄຕ້ ພະນັກງານໄອຍະການປະຊາຊົນ ຂັ້ນ I ເປັນຫົວໜ້າອົງການໄອຍະການປະຊາຊົນແຂວງ ອັດຕະປື;   3.)ຮັບຮອງເອົາການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນໍາພາຄຸ້ມຄອງ ຂອງສານປະຊາຊົນແຂວງ ແລະ ສານປະຊາຊົນເຂດ 1: ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ຄໍາຫຼ້າ ແກ້ວວັນສອນ ໄປເປັນປະທານສານປະຊາຊົນແຂວງອັດຕະປື; ທ່ານ ພູໄຫວ ພີມມະສານ ໄປເປັນ ຮອງປະທານສານປະຊາຊົນແຂວງອັດຕະປື ແລະ ແຕ່ງຕັ້ງ ທ່ານ ຄໍາຄິດ ກຸນນະແສງ ເປັນປະທານສານປະຊາຊົນເຂດ 1 ແຂວງອັດຕະປື 4.) ຮັບຮອງເອົາການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນໍາພາ-ຄຸ້ມຄອງ ຂອງແຂວງ: ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ສຸລິວົງ ອະໄພວົງ ເປັນຫົວໜ້າພະແນກການເງີນແຂວງ; ທ່ານ ບຸນທະມາລີ ໝັ້ນອານົງ ເປັນຫົວໜ້າພະແນກຍຸຕິທໍາແຂວງ; ຍົກຍ້າຍທ່ານ ສຸວັນສີ ແກ້ວວິເສີດ ໄປຢູ່ຄະນະກວດກາພັກແຂວງ; ແຕ່ງຕັ້ງທ່ານ ສຸດໃຈ ກົມມະເມືອງ ເປັນຫົວໜ້າພະແນກອຸດສະຫະກໍາແລະ ການຄ້າແຂວງ; ທ່ານ ກົງໃຈ ສີດາວົງ ເປັນຫົວໜ້າພະແນກກະສີກໍາ ແລະ ສິ່ງແວດລ້ອມແຂວງ ແລະ ທ່ານ ສີອຸດົມ ອາລົມຈິດ ເປັນຫົວໜ້າຄະນະຄຸ້ມຄອງດ່ານສາກົນພູເກືອ.   5.)ຮັບຮອງເອົາການແຕ່ງຕັ້ງປະທານຄະນະກໍາມະການປົກຄອງຂັ້ນເມືອງ: ແຕ່ງຕັ້ງທ່ານ ຄໍາກ້ອນ ດວງສົມປານ ເປັນປະທານຄະນະກໍາມະການປົກຄອງເມືອງພູວົງ; ທ່ານ ພອນໄຊ ໄກສອນເສນາ ເປັນປະທານຄະນະກໍາມະການປົກຄອງເມືອງໄຊເສດຖາ; ທ່ານ ບົວຄໍາ ຮຽງລະເຢ ເປັນປະທານຄະນະກໍາມະການປົກຄອງເມືອງຊານໄຊ; ທ່ານ ສັນຕິໄຊ ສີລືໄຊ ເປັນປະທານຄະນະກໍາມະການປົກຄອງເມືອງສະໜາມໄຊ ແລະ ທ່ານ ຄູນສະຫວັນ ເວັມມະສອນ ເປັນປະທານຄະນະກໍາມະການປົກຄອງເມືອງສາມັກຄີໄຊ.

(ວິນັດ ສີສຸລາດ)