ຜົນກອງປະຊຸມຄັ້ງປະຖົມມະລືກຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ສະໄໝທີ VI

ສ.ຫ. 8, 2025

(ສພຊ) – ວັນທີ 8 ສິງຫານີ້, ສະຫາຍ ປອ. ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ລາຍງານຜົນກອງປະຊຸມຄັ້ງປະຖົມມະລືກຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ສະໄໝທີ VI ຕໍ່ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນປະເທດ ໂດຍການເປັນປະທານຂອງສະຫາຍ ພົທ. ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ; ເຂົ້າຮ່ວມມີສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ບັນດາຄະນະເລຂາທິ ການສູນກາງພັກ, ກໍາມະການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ຄະນະພັກກະ ຊວງປ້ອງກັນປະເທດ, ຄະນະພັກກະຊວງປ້ອງກັນຄວາມສະຫງົບ, ຄະນະພັກນະຄອນຫຼວງວຽງຈັນ, ຄະນະພັກສະ ຫະພັນນັກຮົບເກົ່າລາວ, ພະນັກງານປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ ແລະ ຜູ້ແທນສົມບູນທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດໃນທົ່ວກອງທັບ.

ສະຫາຍ ປອ. ວິໄລວົງ ບຸດດາຄຳ ໃຫ້ຮູ້ວ່າ: ໂດຍອີງຕາມຜົນການປ່ອນບັດເລືອກຕັ້ງຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ສະໄໝທີ VI ແລະ ຜົນກອງປະຊຸມຄັ້ງປະຖົມມະລືກຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ສະໄໝທີ VI ໃນວັນທີ 7 ສິງຫາຜ່ານມາ, ຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ສະໄໝທີ VI ປະກອບມີ 35 ສະຫາຍ, ຍິງ 2 ສະຫາຍ. ບັນດາສະຫາຍທີ່ໄດ້ຮັບການເລືອກຕັ້ງຄັ້ງນີ້ ລ້ວນແຕ່ໄດ້ຮັບການທົດສອບ, ເຝິກຝົນຫຼໍ່ຫຼອມຈາກຂະບວນການວຽກງານຕົວຈິງ, ມີຄວາມບໍລິສຸດຜຸດຜ່ອງຕໍ່ພັກ, ເປັນຜູ້ທີ່ມີຄວາມຕັ້ງໜ້າ, ເປັນແບບຢ່າງທີ່ດີເດັ່ນໃຫ້ແກ່ຖັນແຖວສະມາຊິກພັກ, ນາຍ ແລະ ພົນທະຫານ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ຄະນະບໍລິຫານງານພັກຊຸດນີ້ ສ່ວນຫຼາຍແມ່ນໄດ້ຮັບການສຶກສາຮໍ່າຮຽນທິດສະດີ ມາກ-ເລນິນ ທັງລະບົບບຳລຸງ-ກໍ່ສ້າງ, ລະດັບການສຶກສາວິຊາສະເພາະ ແລະ ເຕັກນິກວິທະຍາສາດ ຈົບຊັ້ນສູງຂຶ້ນໄປ.
ກອງປະຊຸມໄດ້ເປັນເອກະສັນກັນຢ່າງສົມບູນ ເລືອກຕັ້ງເອົາຄະນະປະຈຳພັກກະຊວງ 11 ສະຫາຍ ເຊິ່ງມີລາຍຊື່ດັ່ງນີ້:
1. ສະຫາຍ ພົທ. ຄຳລຽງ ອຸທະໄກສອນ
2. ສະຫາຍ ພົຕ. ວົງສອນ ອິນປານພິມ
3. ສະຫາຍ ພົຕ. ສາຍໃຈ ກົມມະສິດ
4. ສະຫາຍ ພົຈວ. ຈັນດີ ສຸລິວົງສັກ
5. ສະຫາຍ ພົຈວ. ແສງມະນີວອນ ຄຳມະນີ
6. ສະຫາຍ ພົຕ. ພັນແສງ ບຸນພັນ
7. ສະຫາຍ ພົຕ. ວັນທອງ ບຸດຕະວົງ
8. ສະຫາຍ ພົຈວ. ກົງທອງ ສຸຂະວົງ
9. ສະຫາຍ ພົຈວ. ວົງສັກ ສີພັນດອນ
10. ສະຫາຍ ພົຈວ. ຈອມເພັດ ໄຊຍະສຸກ
11. ສະຫາຍ ພົຕ. ໄພວັນ ຈັນທະພົມມາ
ກອງປະຊຸມໄດ້ເປັນເອກະສັນຢ່າງສົມບູນ ເລືອກເອົາ:
1. ສະຫາຍ ພົທ. ຄຳລຽງ ອຸທະໄກສອນ ເປັນເລຂາຄະນະພັກ
2. ສະຫາຍ ພົຕ. ວົງສອນ ອິນປານພິມ ເປັນຮອງເລຂາຄະນະພັກ
3. ສະຫາຍ ພົຕ. ສາຍໃຈ ກົມມະສິດ ເປັນຮອງເລຂາຄະນະພັກ
ກອງປະຊຸມໄດ້ເປັນເອກະສັນຢ່າງສົມບູນ ເລືອກເອົາ:
1. ສະຫາຍ ພົຈວ. ແສງມະນີວອນ ຄຳມະນີ ເປັນປະທານກວດກາພັກ
2. ສະຫາຍ ພັອ. ແພງສີ ເສັງວິໄຊ ເປັນຮອງປະທານກວດກາພັກ
3. ສະຫາຍ ພັອ. ຂັນທະນູໄຊ ຈະເລີນສຸກ ເປັນຮອງປະທານກວດກາພັກ
ກຳມະການຄະນະບໍລິຫານງານພັກ ປະກອບມີ 35 ສະຫາຍ, ຍິງ 2 ສະຫາຍ ຄື:
1. ສະຫາຍ ພົທ. ຄຳລຽງ ອຸທະໄກສອນ
2. ສະຫາຍ ພົຕ. ວົງສອນ ອິນປານພິມ
3. ສະຫາຍ ພົຕ. ສາຍໃຈ ກົມມະສິດ
4. ສະຫາຍ ພົຈວ. ຈັນດີ ສຸລິວົງສັກ
5. ສະຫາຍ ພົຈວ. ແສງມະນີວອນ ຄຳມະນີ
6. ສະຫາຍ ພົຕ. ພັນແສງ ບຸນພັນ
7. ສະຫາຍ ພົຕ. ວັນທອງ ບຸດຕະວົງ
8. ສະຫາຍ ພົຈວ. ກົງທອງ ສຸຂະວົງ
9. ສະຫາຍ ພົຈວ. ວົງສັກ ສີພັນດອນ
10. ສະຫາຍ ພົຈວ. ຈອມເພັດ ໄຊຍະສຸກ
11. ສະຫາຍ ພົຕ. ໄພວັນ ຈັນທະພົມມາ
12. ສະຫາຍ ພົຈວ. ເດືອນສະຫວັນ ສາຍພິມຄຳປະທຸມ
13. ສະຫາຍ ພົຈວ. ບົວສິງ ອິນທະວົງ
14. ສະຫາຍ ຈວ. ຄຳສິງ ລືເດດສົມບັດ
15. ສະຫາຍ ພົຈວ. ສີພອນໄຊ ຄຳທອງເຫວີນ
16. ສະຫາຍ ພົຈວ. ຄຳແປງ ບົວລະບັດ
17. ສະຫາຍ ພົຈວ. ຈັນທະຈັກ ໄຊຍະວົງສາ
18. ສະຫາຍ ພົຈວ. ຂາວມະນີ ສີພອນ
19. ສະຫາຍ ພົຈວ. ຈັນທາ ບຸນນະວົງ
20. ສະຫາຍ ພັອ. ສອນໄຊ ຈັນຍາລາດ
21. ສະຫາຍ ພົຈວ. ທະນູກອນ ສຸລິຍະແສງ
22. ສະຫາຍ ພົຈວ. ສີ ທະວີໄຊ
23. ສະຫາຍ ພົຈວ. ທອງສະໄໝ ສຸກປະເສີດ
24. ສະຫາຍ ພັອ. ໃຈເພັດ ວົງແສນສົມ
25. ສະຫາຍ ພົຈວ. ວົງຈັນ ພັນຈັນທະມານ
26. ສະຫາຍ ພັອ. ພູເງິນ ພົມເມືອງ
27. ສະຫາຍ ພົຈວ. ປອ. ຄຳຜີວ ມະນີວົງ
28. ສະຫາຍ ພົຈວ. ນາງ ໄພວອນ ອິນທະບຸດ
29. ສະຫາຍ ພັອ. ແພງສີ ເສັງວິໄຊ
30. ສະຫາຍ ພົຈວ. ປອ. ເຜີຍເພັດ ພົມສີຈັນ
32. ສະຫາຍ ພັອ. ຄຳກົດ ອິນສີນາ
32. ສະຫາຍ ພົຈວ. ແກ້ວສຸວັນ ຜາງພິລາວົງ
33. ສະຫາຍ ພັອ. ຂັນທະນູໄຊ ຈະເລີນສຸກ
34. ສະຫາຍ ພົຈວ. ສາຍທອງ ປີຊາຈັນ
35. ສະຫາຍ ພົຈວ. ນາງ ມາລີວອນ ສຸລິຍະແສງ
(ເພຈ: Lao people’s Army News)