ເພື່ອຮັບປະກັນໃຫ້ແກ່ ການເຄື່ອນໄຫວພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາປະຊາຊົນແຂວງ ໃນຖານະເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນບັນດາເຜົ່າ ກໍ່ຄືຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດ ລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ຂອງອົງການປົກແຂວງ ໃຫ້ໄດ້ຮັບປະສິດພາບສູງຂຶ້ນ ສະນັ້ນ, ຄະນະນຳສະພາປະຊາຊົນແຂວງ ຈຶ່ງໄດ້ສົມກັບພາກສ່ວນທີ່ກ່ຽວຂ້ອງ ຂອງສະພາແຫ່ງຊາດ ຈັດຕັ້ງກອງປະຊຸມຝຶກອົບຮົມ ສ້າງຄວາມເຂັ້ມແຂງ ໃຫ້ສະມາຊິກສະພາປະຊາຊົນແຂວງ ແລະ ພະນັກງານຊ່ວຍວຽກສະພາປະຊາຊົນແຂວງ ໃນການນຳໃຊ້ຄູ່ມື ການຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດ ຂໍ້ຕົກລົງ ຂອງປະທານຄະນະກຳມະການປົກຄອງ ນະຄອນຫຼວງ ແລະ ແຂວງ ຂຶ້ນໃນລະຫວ່າງວັນທີ 17-18 ກໍລະກົດ 2025 ຢູ່ທີ່ ເມືອງນານ ແຂວງຫຼວງພະບາງ ພາຍໃຕ້ການເປັນປະທານຂອງ ທ່ານ ສີວອນ ວົງຄຳຈັນ ຄະນະປະຈຳ, ເລຂາທິການສະພາປະຊາຊົນແຂວງຫຼວງພະບາງ ມີບັນດາທ່ານສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງ 11 ເມືອງ 1 ນະຄອນ, ມີນັກວິທະຍາກອນທີ່ມາຈາກສະພາແຫ່ງຊາດ ພ້ອມດ້ວຍຄະນະຮັບຜິດຊອບໂຄງການ CEGGA ໄລຍະ II ແລະ ພະນັກງານຊ່ວຍວຽກ ສະພາປະຊາຊົນແຂວງເຂົ້າຮ່ວມທັງໝົດ 59 ທ່ານ, ຍິງ 16 ທ່ານ.
ກອງປະຊຸມໄດ້ຮັບຟັງການນຳສະເໜີ ກ່ຽວກັບການນຳໃຊ້ຄູ່ມື ການຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດ ຂໍ້ຕົກລົງ ຂອງປະທານຄະນະກຳມະການປົກຄອງນະຄອນ ແລະ ແຂວງ ໂດຍທ່ານ ພອນແກ້ວ ຕົ້ນວໍລະຈິດ ຫົວໜ້າກົມຕິດຕາມກວດກາໂຄສະນາ ແລະ ຕີຄວາມໝາຍກົດໝາຍ ສະພາແຫ່ງຊາດ ແລະ ເອກະສານ ວຽກງານການລົງຕິດຕາມກວດກາ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ–ສັງຄົມ ຂອງແຂວງ ໂດຍທ່ານ ປອ. ສາຍທອງ ພົມມະວົງ, ຫົວໜ້າກົມແຜນການ ແລະ ການລົງທຶນ ສະພາແຫ່ງຊາດ, ທີ່ໄດ້ນຳສະເໜີ ໃຫ້ບັນດາທ່ານນັກສຳມະນາກອນທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບເນື້ອໃນ, ຂັ້ນຕອນ, ຮູບແບບ, ວິທີການ ແລະ ເຄື່ອງມືຕ່າງໆ ໃນການຕິດຕາມກວດກາ ໃຫ້ໄດ້ຮັບປະສິດທິຜົນສູງ ທັງເປັນຂໍ້ມູນພື້ນຖານ ໃຫ້ແກ່ການຕິດຕາມກວດກາ ແລະ ການພັດທະນາ ໃຫ້ສອດຄ່ອງກັບສະພາບເສດຖະກິດ-ສັງຄົມ ໃນຕໍ່ໜ້າ ພ້ອມດຽວນັ້ນ, ກອງປະຊຸມໄດ້ຈັດຕັ້ງກຸ່ມຝຶກຫັດ ເພື່ອທົດລອງການຂຽນແຜນການຕິດຕາມກວດກາ ໃນຫົວຂໍ້ຕ່າງໆເຊັ່ນ: ແຜນພັດທະນາເສດຖະກິດ-ສັງຄົມ ໂຄງການລົງທຶນຂອງລັດ, ການຕິດຕາມກວດກາແຜນງົບປະມານ ການເກັບລາຍຮັບ ແລະ ການຕິດຕາມກວດກາຂົງເຂດວັດທະນະທຳ-ສັງຄົມ, ການສຶກສາ ຫຼື ສາທາລະນະສຸກ ເພື່ອເປັນການສ້າງຄວາມເຂົ້າໃຈ ທັງເປັນປະເມີນຄືນຄວາມຮັບຮູ້ ແລະ ເຂົ້າໃຈ ຂອງບັນດາທ່ານນັກສຳມະນາກອນ ກ່ອນການນຳໄປໝູນໃຊ້ເຂົ້າໃນວຽກງານຕົວຈິງໃນຕໍ່ໜ້າ; ເຊິ່ງກອງປະຊຸມຝຶກອົບຮົມດັ່ງກ່າວນີ້ ໄດ້ຮັບການສະນັບສະໜູນ ທຶນຮອນຈາກໂຄງການ CEGGA ໄລຍະ II ຈາກສະພາແຫ່ງຊາດ.