ຮຽບຮຽງເນື້ອໃນກົດໝາຍຊົນລະປະທານ

​ກ.ກ. 19, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ກອງປະຊຸມຮຽບຮຽງເນື້ອໃນຮ່າງກົດໝາຍວ່າດ້ວຍຊົນລະປະທານ (ສະບັບປັບປຸງ) ໄດ້ຈັດຂຶ້ນໃນວັນທີ 17-18 ກໍລະກົດນີ້ ທີ່ເມືອງປາກຊັນ ແຂວງບໍລິຄຳໄຊ ໂດຍການເປັນປະທານຂອງທ່ານ ຄໍາແພງ ວິລະພັນ ຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ), ປະທານກຳມາທິການກົດໝາຍ, ເຂົ້າຮ່ວມມີທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ບັນດາທ່ານຮອງປະທານກຳມາທິການທີ່ກ່ຽວຂ້ອງພາຍໃນ ສພຊ, ທີ່ປຶກສາທາງດ້ານກົດໝາຍຂອງ ຄປຈສພຊ, ຄະນະກົມ ແລະ ພະແນກ ພ້ອມດ້ວຍພະນັກງານຈາກພາກສ່ວນທີ່ກ່ຽວຂ້ອງ.
ທ່ານ ຄໍາແພງ ວິລະພັນ ມີຄໍາເຫັນວ່າ: ກົດໝາຍວ່າດ້ວຍຊົນລະປະທານ ໄດ້ຜ່ານການພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງວັນທີ 20 ມິຖຸນາ 2025 ມີສະມາຊິກສະພາແຫ່ງຊາດ (ສສຊ) ຈຳນວນ 11 ທ່ານ ປະກອບຄຳເຫັນກວມເອົາ 36 ມາດຕາ ເຊິ່ງບັນດາຄຳຄິດຄໍາເຫັນເຫຼົ່ານັ້ນ ຄະນະຮັບຜິດຊອບກໍໄດ້ຄົ້ນຄວ້າພິຈາລະນາປັບປຸງເນື້ອໃນເບື້ອງຕົ້ນ ແລະ ລາຍງານຜົນການປັບປຸງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ໃນວັນທີ 25 ມິຖຸນາ 2025 ເພື່ອໃຫ້ບັນດາທ່ານ ສສຊ ຮັບຮອງເອົາດ້ວຍຄະແນນສຽງເຫັນດີຫຼາຍກວ່າ 97% ຂອງຈຳນວນທີ່ເຂົ້າຮ່ວມ; ເຖິງຢ່າງໃດກໍຕາມ, ຍັງມີເນື້ອໃນຈຳນວນໜຶ່ງທີ່ຈະຕ້ອງໄດ້ສືບຕໍ່ຄົ້ນຄວ້າ, ປັບປຸງ ແລະ ຮຽບຮຽງຄືນ ເພື່ອເຮັດໃຫ້ເນື້ອໃນຂອງກົດໝາຍມີຄວາມຄົບຖ້ວນ, ຮັດກຸມ ແລະ ສາມາດນຳເຂົ້າລາຍງານຕໍ່ກອງປະຊຸມ ຄປຈສພຊ ພິຈາລະນາ ກ່ອນນໍາສະເໜີປະທານປະເທດ ພິຈາລະນາອອກລັດຖະດໍາລັດປະກາດໃຊ້.
ປະທານກຳມາທິການກົດໝາຍ ກ່າວອີກວ່າ: ກອງປະຊຸມຮຽບຮຽງເນື້ອໃນກົດໝາຍສະບັບນີ້ ຈະໄດ້ພ້ອມກັນຄົ້ນຄວ້າ ແລະ ເລືອກເຟັ້ນເອົາບັນດາຄໍາຄິດຄໍາເຫັນຂອງ ສສຊ ທີ່ມີເຫດມີຜົນປັບປຸງໃສ່ ແນໃສ່ເຮັດໃຫ້ເນື້ອໃນຂອງກົດໝາຍມີຄວາມຄົບຖ້ວນ, ສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້.

(ອານຸສອນ ພູມມີທອນ)