ຕອນເຊົ້າວັນທີ່ 9 ກໍລະກົດ 2025ນີ້, ສະພາປະຊາຊົນແຂວງຫຼວງນໍ້າທາ, ໄດ້ມອບເຄື່ອງພະລັງງານໄຟຟ້າແສງຕາເວັນ ຫຼື ( ໂຊລາເຊວ )ໃຫ້ກອງບັນຊາການທະຫານແຂວງຫຼວງນໍ້າທາ, ໂດຍແມ່ນ ທ່ານຄໍາຟອງອິນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງເປັນຜູ້ກ່າວມອບໃຫ້ ທ່ານ ພັນເອກ ບຸນມີ ໄຊປະເສີດ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຫຼວງນໍ້າທາ, ມີບັນດາທ່ານ ສສຊ-ສສຂ, ຄະນະເລຂາທິການ ສພຂ ພ້ອມດ້ວຍພະນັກງານພາຍໃນສະພາປະຊາຊົນແຂວງ ແລະ ນາຍພົນທະຫານເຂົ້າຮ່ວມເປັນສັກຂີພິຍານ, ເຄື່ອງພະລັງງານໄຟຟ້າທີ່ມອບຄັ້ງນີ້, ມີຈໍານວນ 2 ຊຸດລວມມີເຄື່ອງອາໄລຕິດຕັ້ງຄົບຊຸດ, ລວມເປັນມຸນຄ່າທັງໝົດ 37,690,000 ກີບ ( ສາມສິບເຈັດລ້ານຫົກແສນເກົ້າສິບລ້ານກີບ ) ທັງນີ້ກໍ່ເພື່ອນໍາໄປຕິດຕັ້ງໃຫ້ຄ້າຍທະຫານທີ່ຢູ່ເຂດຫ່າງໄກໄດ້ຊົມໃຊ້.
ຂ່າວ:ອາເມີງ ວີແຄລູ
ສະພາປະຊາຊົນແຂວງຫຼວງນໍ້າທາມອບເຄື່ອງພະລັງງານໄຟຟ້າແສງຕາເວັນ ໃຫ້ກອງບັນຊາການທະຫານແຂວງ
