ສະພາປະຊາຊົນແຂວງຫລວງນ້ຳທາ ປະກາດຄະນະໜ່ວຍພັກ ສພຂ ຊຸດໃໝ່ ແລະ ເລື່ອນສະມາຊິກພັກສໍາຮອງຂຶ້ນສົມບຸນ

​ກ.ກ. 15, 2025 | ເຂດ 3 ຫຼວງນ້ຳ​ທາ

ປະຕິບັດຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ໃນວັນທີ 9 ມິຖຸນາ 2025 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ(ສພຂ) ໜ່ວຍພັກ ສພຂ ໄດ້ຈັດພິທີປະກາດຄະນະໜ່ວຍພັກ ສພຂ ຊຸດໃໝ່ ແລະ ເລື່ອນສະມາຊິກພັກສໍາຮອງຂຶ້ນສົມບຸນ ພາຍໃຕ້ການເປັນປະທານຂອງສະຫາຍ ຄຳຟອງ ອິນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ມີສະມາຊິກພັກສົມບຸນ, ສຳຮອງເຂົ້າຮ່ວມຢ່າງພ້ອມພຽງ.

ຮັບຟັງຜ່ານມະຕິ ຂອງຄະນະປະຈຳພັກແຂວງ ສະບັບເລກທີ 124/ຄປພຂ, ລົງວັນທີ 2 ມິຖຸນາ 2024 ວ່າດ້ວຍການບົງຕົວແຕ່ງຕັ້ງ ຄະນະໜ່ວຍພັກ ສພຂ ໂດຍແຕ່ງຕັ້ງສະຫາຍ ກົງເພັດ ແກ້ວບົວພາ ກຳມະການພັກແຂວງ ຮອງປະທານ ສພຂ ເປັນເລຂາໜ່ວຍພັກ ສພຂ, ສະຫາຍ ມີໄຊ ມີວິໄລ ກຳມະການຄະນະປະຈຳ ສພຂ ເປັນຮອງເລຂາໜ່ວພັກ ແລະ ສະຫາຍ ວຽງໄຊ ສັກລໍາດວນ ຮອງເລຂາທິການ ສພຂ ເປັນຄະນະໜ່ວຍພັກ, ພ້ອມດຽວກັນ ໄດ້ຜ່ານມະຕິຂອງຄະນະພັກຂັ້ນເທີງວ່າດ້ວຍການເລື່ອນສະມາຊິກພັກສໍາຮອງຂຶ້ນສົມບຸນ ຈຳນວນ 4 ສະຫາຍ, ຍິງ 4 ສະຫາຍ, ພ້ອມທັງມອບ-ຮັບມະຕິຕົກລົງຂອງຄະນະພັກຂັ້ນເທີງ ໃຫ້ກຽດມອບຂອງສະຫາຍ ຄຳຟອງ ອິນມານີ ແລະ ຮັບໂດຍສະຫາຍ ກົງເພັດ ແກ້ວບົວພາ

ໂອກາດນີ້ ຍັງໄດ້ຮັບຟັງຄໍາເຫັນໂອ້ລົມຂອງສະຫາຍ ຄຳຟອງ ອິນມານີ ກ່ອນອື່ນສະຫາຍໃຫ້ຮູ້ເຖີງຄວາມໝາຍສຳຄັນຂອງພັກຢ່າງເລິກເຊີງ ໃນການປະກາດຄະນະພັກຊຸດໃໝ່ນີ້ ໃຫ້ເອົາໃຈໃສ່ຄົ້ນຄວ້າຊີ້ນໍາ-ນໍາພາ ວຽກພັກພາຍໃນໃຫ້ເຂັ້ມແຂງ, ປອດໃສ, ໃຫ້ມີຜົສໍາເລັດກວ່າເກົ່າ, ໃນການເລື່ອນສະມາຊິກພັກສໍາຮອງຂຶ້ນສົມບຸນ ແມ່ນສໍຄັນຫລາຍ ເຊີ່ງເປັນການຂະຫຍາຍພັກ ຢ່າງແຂງແຮງ ພ້ອມທັງ ຮຽກຮ້ອງໃຫ້ສະມາຊິກພັກທີ່ເລື່ອນຂື້ນສົມບຸນຊຸດນີ້ກໍ່ຄືສະມາຊິກພັກທຸກສະຫາຍ ຈົ່ງຝຶກຝົນຫລໍ່ຫລອມຕົນເອງຄົ້ນຄວ້າຮ່ຳຮຽນ ກຳແໜ້ນແນວທາງລະບຽບຂອງພັກ ແລະ ພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະພາຍໃນ ສພຂ ໃຫ້ມີຜົນສໍາເລັດ.

ຂ່າວ ວັນນີ ແຝງບົວວັນ