ຮຽບຮຽງເນື້ອໃນກົດໝາຍປ້າຍ

​ກ.ກ. 14, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ວັນທີ 14 ກໍລະກົດນີ້ ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີກອງປະຊຸມຮຽບຮຽງເນື້ອໃນກົດໝາຍວ່າດ້ວຍປ້າຍ (ປັບປຸງ) ໂດຍການເປັນປະທານຂອງທ່ານ ຄໍາແພງ ວິລະພັນ ຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການກົດໝາຍ; ເຂົ້າຮ່ວມມີບັນດາທ່ານຮອງປະທານກຳມາທິການທີ່ກ່ຽວຂ້ອງພາຍໃນ ສພຊ, ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ຮອງລັດຖະມົນຕີກະຊວງຍຸຕິທໍາ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ບັນດາທ່ານຄະນະຮັບຜິດຊອບປັບປຸງກົດໝາຍ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ.
ທ່ານ ຄໍາແພງ ວິລະພັນ ໄດ້ມີຄຳເຫັນຕໍ່ທີ່ປະຊຸມ ເຊິ່ງທ່ານໄດ້ກ່າວວ່າ: ກົດໝາຍວ່າດ້ວຍປ້າຍ ໄດ້ຖືກພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍຂອງວັນທີ 25 ມິຖຸນາ 2025 ດ້ວຍຄະແນນສຽງເຫັນດີຫຼາຍກວ່າ 89% ເຊິ່ງກອງປະຊຸມຮຽບຮຽງຄັ້ງນີ້ ຈະໄດ້ກວດກາຄືນເນື້ອໃນທີ່ໄດ້ປັບປຸງຕາມຄຳເຫັນຂອງສະມາຊິກສະພາແຫ່ງຊາດ; ນອກຈາກນັ້ນ, ຄຳເຫັນໃດທີ່ຜູ້ແທນສະເໜີ ແຕ່ຄະນະຮັບຜິດຊອບບໍ່ໄດ້ປັບປຸງ ຫຼື ເນື້ອໃນມາດ ຕາໃດທີ່ກໍານົດ ແຕ່ເຫັນວ່າຍັງບໍ່ສອດຄ່ອງ, ບໍ່ຈະແຈ້ງ ແລະ ຍັງບໍ່ຮັດກຸມ ກໍຍົກຂຶ້ນມາປຶກສາຫາລືກັນຕື່ມ ເພື່ອຮັບປະກັນໃຫ້ກົດໝາຍສະບັບນີ້ ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງຍາວນານ. ພ້ອມກັນນັ້ນ, ຫາກມີເນື້ອໃນ ແລະ ບັນຫາໃດ ທີ່ກອງປະຊຸມບໍ່ສາມາດຕົກລົງເປັນເອກະພາບກັນໄດ້ ຈະໄດ້ນໍາສະເໜີຂໍຄຳເຫັນຈາກກອງປະຊຸມຄະນະປະຈຳສະພາແຫ່ງຊາດ ເພື່ອພິຈາລະນາຕື່ມ.
(ສອນສັກ ວັນວິໄຊ)