ຖະແຫຼງ ຜົມສໍາເລັດການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II.

​ກ.ກ. 14, 2025 | ເຂດ 4 ອຸດົມໄຊ

ຕອນເຊົ້າວັນທີ 14 ກໍລະກົດ 2025, ຢູ່ທີ່ສະຖານີ ວິທະຍຸ-ໂທລະພາບແຂວງ, ທ່ານ ນ. ວັນສີ ພວງມະໄລ ກໍາມະການປະຈໍາ, ເລຂາທິການສະພາປະຊາຊົນແຂວງ
ໄດ້ຖະແຫຼງຕໍ່ສື່ມ່ວນຊົນຂອງແຂວງ ແລະ ຕໍ່ສື່ມ່ວນຊົນຂອງສະພາປະຊາຊົນແຂວງ ທ່ານໃຫ້ຮູ້ວ່າ:
ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 10 ກໍລະກົດ 2025 ແລະ ດໍາເນີນເປັນເວລາ 1 ວັນເຄິ່ງ, ຢູ່ທີ່ສະໂມສອນໃຫຍ່ຂອງແຂວງ(ບ້ານເຈງ) ພາຍໃຕ້ການເປັນປະທານຂອງທ່ານ ຄໍາດີ ວົງລ້ອມ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ, ພ້ອມດ້ວຍບັນດາທ່ານຮອງປະທານສະພາປະຊາຊົນແຂວງ, ມີສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 04, ສະມາຊິກສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II, ເປັນກຽດເຂົ້າຮ່ວມກອງປະຊຸມໂດຍມີທ່ານ ບຸນຄົງ ຫຼ້າຈຽມພອນ ກໍາມະການສໍາຮອງສູນກາງພັກ, ເລຂາພັກແຂວງ-ເຈົ້າແຂວງອຸດົມໄຊ, ມີບັນດາທ່ານຄະນະປະຈໍາພັກແຂວງ, ກຳມະການພັກແຂວງ, 2 ກໍາລັງ ປກຊ-ປກສ, ອົງການທຽບເທົ່າ, ອົງການຈັດຕັ້ງມະຫາຊົນ, ບັນດາທະນາຄານ, ນາຍບ້ານເທດສະບານ ແລະ ແຂກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ດໍາເນີນດ້ວຍບັນຍາກາດແຫ່ງການເສີມຂະຫຍາຍສິດປະຊາທິປະໄຕ ຂອງບັນດາທ່ານສະມາຊິກສະພາປະຊາຊົນແຂວງ ໃນການພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງແຂວງ ໂດຍໄດ້ອອກເປັນມະຕິ ຈໍານວນ 2 ສະບັບ ຄື:
1. ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍ ການຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ ປະຈໍາ 6 ເດືອນທ້າຍປີ 2025;
2. ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາ ບົດລາຍງານການເຄື່ອນໄຫວວຽກ ງານຂອງສະພາປະຊາຊົນແຂວງ ແຕ່ກອງປະຊຸມສະໄໝສາມັນເທື່ອທີ 8 ຫາ ເທື່ອທີ 9 ແລະ ທິດທາງແຜນການ ຮອດ ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງ ຊຸດທີ II.
​ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II ຄັ້ງນີ້ ຄຽງຄູ່ກັບການພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນດັ່ງກ່າວມາຂ້າງເທິງນັ້ນ, ໃນຕະຫຼອດໄລຍະດຳເນີນກອງປະຊຸມ ໄດ້ມີປະຊາຊົນບັນດາເຜົ່າສົ່ງຄໍາຄິດເຫັນ ແລະ ຄໍາສະເໜີ ຜ່ານໂທລະສັບສາຍດ່ວນ(081 156 ທັງໝົດ 4 ສາຍ, ມີ 5 ເລື່ອງ: ຂົງເຂດເສດຖະກິດ, ແຜນການ ແລະ ການເງິນ(ມີ 3 ສາຍ, ມີ 3 ເລື່ອງ); ຂົງເຂດວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ(ມີ 1 ສາຍ, ມີ 1 ເລື່ອງ; ຂົງເຂດຍຸຕິທໍາ, ປກຊ-ປກສ, ມີ 1 ເລື່ອງ) ເຊິ່ງພົວພັນເຖິ່ງການພັດທະນາເສດຖະກິດ-ສັງຄົມ, ການຄຸ້ມຄອງບໍລິຫານລັດ, ການຊົດເຊີຍຜົນກະທົບຈາກໂຄງການພັດທະນາຕ່າງໆ. ຕໍ່ກັບຄໍາຄິດເຫັນທີ່ສົ່ງມານັ້ນ ຄະນະເລຂາທິ ການ​ ສພຂ ຈະໄດ້ສະຫຼຸບສັງລວມ, ມອບໃຫ້ຄະນະປະຈໍາ ແລະ ບັນດາຄະນະກໍາມະການ ພາຍໃນສະພາປະຊາຊົນແຂວງ ເພື່ອປະສານສົມທົບກັບພະແນກການ, ອົງການກ່ຽວຂ້ອງຄົ້ນຄ້ວາ​, ພິຈາລະນາ ແລະ ແກ້ໄຂໃຫ້ຖືກຕ້ອງສອດຄ່ອງຕາມກົດໝາຍ ແລະ ລະບຽບການ.
ຂໍສະແດງຄວາມຂອບໃຈ ແລະ ຊົມເຊີຍຢ່າງຈິງໃຈມາຍັງສື່ມ່ວນຊົນຂອງແຂວງ ທີ່ໄດ້ຕິດຕາມຢ່າງໃກ້ຊິດເພື່ອເກັບກໍາຂ່າວ ແລະ ໂຄສະນາເຜີຍແຜ່ຢ່າງທັນການ ກ່ຽວກັບການດໍາເນີນກອງປະຊຸມຄັ້ງນີ້ ໃຫ້ແກ່ສັງຄົມໄດ້ຮັບຊາບຢ່າງທົ່ວເຖິງ.
ອີກເທື່ອໜຶ່ງ ຕາງໜ້າໃຫ້ຄະນະປະຈຳສະພາປະຊາຊົນແຂວງ, ຂໍຂອບໃຈມາຍັງບັນດາທ່ານ ທີ່ໄດ້ເຂົ້າຮ່ວມ ແລະ ໄດ້ຕິດຕາມການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II, ອວຍພອນໃຫ້ບັນດາທ່ານມີສຸຂະພາບແຂງແຮງ, ມີພາລານາໄມສົມບູນ ແລະ ປະສົບຜົມສໍາເລັດໃນໜ້າທີ່ການງານຂອງບັນດາທ່ານ (ຂໍຂອບໃຈ)!
ພາບ/ຂ່າວ: ສະພາປະຊາຊົນແຂວງ.