
ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II ພາຍຫລັງທີ່ໄດ້ດໍາເນີນມາເປັນເວລາ 1 ວັນເຄິ່ງ, ແຕ່ວັນທີ 10-11 ກໍລະກົດ 2025 ກໍ່ໄດ້ປິດລົງທີ່ສະໂມສອນຂອງແຂວງ, ໂດຍການເປັນປະທານຂອງ ທ່ານ ຄຳດີ ວົງລ້ອມ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເຈົ້າແຂວງອຸດົມໄຊ, ມີສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 4, ສະມາຊິກສະພາປະຊາຊົນແຂວງ, ຄະນະປະຈໍາພັກແຂວງ, ພະແນກການ, ອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງ, ສອງກອງບັນຊາການ, ທະນາຄານ, ສະຖາບັນການເງິນ, ລັດວິສາຫະກິດ, ໂຮງຮຽນ, ໂຮງໝໍ ພ້ອມດ້ວຍ ອົງການປົກຄອງບ້ານເທດສະບານແຂວງ ເຂົ້າຮ່ວມ.

ກອງປະຊຸມ ບັນດາທ່ານສະມາຊິກສະພາປະຊາຊົນແຂວງ ໄດ້ສຸມທຸກສະຕິປັນຍາ ແລະ ເສີມຂະຫຍາຍສິດປະຊາທິປະໄຕ ໃນການຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາບັນດາເນື້ອໃນສໍາຄັນພື້ນຖານຂອງແຂວງ ເປັນຕົ້ນແມ່ນ ແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ບັນຫາສໍາຄັນພື້ນຖານອື່ນໆ ທີ່ນໍາມາພິຈາລະນາໃນກອງປະຊຸມຄັ້ງນີ້. ທັງນີ້, ກໍ່ເພື່ອເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ບັນດາມະຕິກອງປະຊຸມສະໄໝສາມັນເທື່ອທີ 9 ຂອງ ສະພາແຫ່ງຊາດ ຊຸດທີ IX ກໍ່ຄືມະຕິກອງປະຊຸມ ຄັ້ງທີ IX ຂອງອົງຄະນະພັກແຂວງ ໃຫ້ເຂົ້າສູ່ວຽກງານຕົວຈິງ ເພື່ອເຮັດໃຫ້ແຂວງອຸດົມໄຊ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ບັນຫາຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ໄດ້ຮັບການແກ້ໄຂຢ່າງຕໍ່ເນື່ອງ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າພາຍໃນແຂວງ ໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ.




ນອກຈາກນີ້, ກອງປະຊຸມຍັງໄດ້ຮັບຟັງການລາຍງານ-ການຊີ້ແຈງ ແລະ ໃຫ້ຄວາມກະຈ່າງແຈ້ງ ຕໍ່ຄໍາຊັກຖາມຂອງບັນດາທ່ານສະມາຊິກສະພາປະຊາຊົນແຂວງ ຕໍ່ກັບ ແຜນພັດທະນາ ເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ, ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ການຈັດຕັ້ງປະຕິບັດປະຕິບັດ ຄໍາສັ່ງ ເລກທີ 11/ນຍ, ລົງວັນທີ 21 ກໍລະກົດ 2023, ການເຄື່ອນໄຫວຂອງ ສະພາປະຊາຊົນແຂວງ ແລະ ການຕິດຕາມກວດກາ ຂອງຄະນະປະຈຳສະພາປະຊາຊົນແຂວງ; ຜົນສໍາເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ຊຸດທີ II ຄັ້ງນີ້, ແມ່ນໝາກຜົນແຫ່ງສະຕິປັນຍາການຍົກສູງຄວາມຮັບຜິດຊອບການເມືອງ ຂອງບັນດາທ່ານສະມາຊິກສະພາປະຊາຊົນແຂວງ, ຄວາມຕັດສິນໃຈຂອງ ອົງການປົກຄອງແຂວງ ທີ່ຈະສືບຕໍ່ພັດທະນາແຂວງອຸດົມໄຊ.

ພາບ/ຂ່າວ: ສະພາປະຊາຊົນແຂວງ.