(ສພຊ) – ວັນທີ 8 ກໍລະກົດຜ່ານມາ, ທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ລົດໄຟຄວາມໄວສູງໂລກ ຄັ້ງທີ 12 ທີ່ນະຄອນຫຼວງປັກກິ່ງ, ສປຈີນ ເຊິ່ງມີຜູ້ແທນຈາກຫຼາຍກວ່າ 10 ປະເທດ ເຂົ້າຮ່ວມ ລວມເຖິງທ່ານຮອງນາຍົກລັດຖະມົນຕີຈີນ ແລະ ທ່ານຮອງນາຍົກລັດຖະມົນຕີກຽກກິດສະຖານ.
ໃນພິທີເປີດກອງປະຊຸມ, ທ່ານ ສົມມາດ ພົລເສນາ ໄດ້ຂຶ້ນກ່າວຄຳເຫັນເນັ້ນໜັກເຖິງຜົນສຳເລັດຂອງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ເປັນຄວາມຝັນອັນຍາວນານຂອງປະເທດລາວ ເຊິ່ງທ່ານໄດ້ກ່າວວ່າ “ພັກ ແລະ ລັດຖະບານລາວ ມີແນວທາງນະໂຍບາຍ ແລະ ຄວາມຫວັງອັນສູງສົ່ງ ທີ່ຢາກຈະປ່ຽນຂໍ້ຈຳກັດຂອງປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດທີ່ເຊື່ອມຈອດກັບບັນດາປະເທດທົ່ວໂລກ.” ທ່ານຍັງກ່າວເສີມວ່າ: ສິ່ງນີ້ ແມ່ນສອດຄ່ອງກັບແນວຄິດ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ສີ ຈິ້ນຜິງ ເຊິ່ງສະແດງເຖິງການຈັດຕັ້ງປະຕິບັດແນວຄວາມຄິດຄູ່ຮ່ວມຊາຕາກຳ ລາວ-ຈີນ ໃຫ້ເກີດດອກອອກຜົນ.

ທ່ານ ສົມມາດ ພົລເສນາ ໄດ້ກ່າວຢໍ້າອີກວ່າ “ເສັ້ນທາງລົດໄຟ ລາວ-ຈີນ ບໍ່ພຽງແຕ່ເປັນເສັ້ນທາງຍຸດທະສາດທີ່ເຊື່ອມຕໍ່ລະຫວ່າງ ສປປລາວ ແລະ ສປຈີນ ເທົ່ານັ້ນ, ແຕ່ຍັງເປັນເສັ້ນທາງທີ່ເຊື່ອມຕໍ່ ສປປລາວ ກັບໂລກພາຍນອກ ໂດຍຜ່ານ ສປຈີນ.” ເພື່ອຢືນຢັນເຖິງຄວາມສຳຄັນຂອງໂຄງການນີ້, ທ່ານໄດ້ກ່າວເຖິງຄຳເວົ້າຂອງທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ທີ່ກ່າວວ່າ “ເສັ້ນທາງລົດໄຟ ລາວ-ຈີນ ເປັນເສັ້ນທາງທີ່ເຮັດໃຫ້ ສປປລາວ ກ້າວເຂົ້າສູ່ສັດຕະວັດທີ 21” ພ້ອມກັນນີ້, ທ່ານຍັງໄດ້ຍົກຄຳເວົ້າຂອງທ່ານ ສີ ຈິ້ນຜິງ ກ່າວໃນພິທີເປີດເສັ້ນທາງລົດໄຟ ລາວ-ຈີນ ທີ່ວ່າ “ການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ສຳເລັດ ພູກໍຈະບໍ່ສູງ ເສັ້ນທາງກໍຈະບໍ່ຍາວໄກ.”
