ສະຫະພັນແມ່ຍິງສະພາແຫ່ງຊາດ ເຂົ້າຮ່ວມສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

​ກ.ກ. 11, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ວັນທີ 10 ກໍລະກົດຜ່ານມາ, ສະຫາຍ ນາງ ວິໄຊ ສຣິດທິຣາດ ປະທານຄະນະບໍລິຫານງານສະຫະພັນແມ່ຍິງສະພາແຫ່ງຊາດ ແລະ ສະຫາຍ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສຸນກາງພັກ, ຄະນະປະຈຳພັກ, ເລຂາຄະ ນະພັກຮາກຖານຄະນະເລຂາທິການສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ທີ່ສູນການຄ້າລາວ-ໄອເຕັກ, ນະຄອນຫຼວງວຽງຈັນ.
ໃນພິທີ, ໄດ້ມີການປາຖະກະຖາມູນເຊື້ອແມ່ຍິງລາວ ໃນພາລະກິດປົດປ່ອຍຊາດ ແລະ ການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນຫົວຂໍ້ “ມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ແລະ ເສີມຂະຫຍາຍຄຸນລັກສະນະທີ່ເປັນມູນເຊື້ອຂອງສະຫະພັນແມ່ຍິງລາວ ແລະ ແມ່ຍິງລາວ”. ພາຍໃນງານ ໄດ້ມີການຈັດສໍາມະນາໃຫ້ຄວາມຮູ້ທາງດ້ານວິຊາການໃນຫຼາຍຫົວຂໍ້ ເປັນຕົ້ນ: ແມ່ຍິງກັບການຮັກສາສຸຂະພາບ (ການໃຫ້ຄວາມຮູ້ກ່ຽວກັບການປ້ອງກັນ ແລະ ປິ່ນປົວມະເຮັງເຕົ້ານົມ ແລະ ມະເຮັງປາກໝົດລູກ), ແມ່ຍິງກັບວັດທະນະທຳ, ແມ່ຍິງກັບການກໍ່ຕັ້ງທຸລະກິດ, ແມ່ຍິງກັບສິ່ງແວດລ້ອມ, ການປົກປ້ອງແມ່ຍິງ ແລະ ໄວໜຸ່ມ, ການປົກປ້ອງສິດຊັບສິນທາງປັນຍາ ແລະ ຫົວຂໍ້ອື່ນໆ; ກິດຈະກໍາສະແດງສິລະປະ ແລະ ການເດີນແບບອາພອນເພດບັນດາເຜົ່າ ຂອງເຍົາ ວະຊົນ, ເປີດຮັບບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມ ກໍຄືຄົນເຈັບທີ່ຕ້ອງການເລືອດຢູ່ໂຮງໝໍຕ່າງໆໃນທົ່ວປະເທດ ພາຍໃຕ້ຄໍາຂວັນ “70 ປີ ມີໄຊ ຮ່ວມໃຈໃຫ້ເລືອດ ຊ່ວຍຊີວິດ”, ບໍລິການກວດຕາບໍ່ເສຍຄ່າ ແລະ ໃຫ້ຄຳປຶກສາກໍລະນີທີ່່ມີບັນຫາທາງສາຍຕາ ໂດຍທ່ານໝໍທີ່ມີຄວາມຊ່ຽວຊານໃນສະເພາະດ້ານ. ນອກນີ້, ຍັງມີງານຕະຫຼາດນັດເພື່ອວາງສະແດງຜົນງານການເຄື່ອນໄຫວດ້ານຕ່າງໆ ຂອງສະຫະພັນແມ່ຍິງບັນດາກະຊວງ, ອົງການ 13 ພາກສ່ວນ (44 ຮ້ານ); ວາງສະແດງຜະລິດຕະພັນຂອງສະຫະພັນແມ່ຍິງແຂວງ ແລະ ນະຄອນຫຼວງ, ນັກທຸລະກິດຍິງ, ຜູ້ປະກອບການ, ຊາວຄ້າ ຂາຍເພດຍິງ.
ງານຄັ້ງນີ້ ໄດ້ດຳເນີນເປັນເວລາ 7 ວັນ ນັບແຕ່ວັນທີວັນທີ 7-13 ກໍລະກົດນີ້.