ໃນຕອນເຊົ້າຂອງ ວັນທີ 01 ກໍລະກົດ 2025, ສະພາປະຊາຊົນ ນວ ໄດ້ດໍາເນີນກອງປະຊຸມສຳມະນາ ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ກໍາຈັດຂີ້ເຫຍື້ອ ໃນນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານນາງ ລຳພອຍ ສີອັກຄະຈັນ, ກໍາມະການປະຈຳພັກ, ຮອງປະທານ ສະພາປະຊາຊົນ ນະຄອນຫຼວງວຽງຈັນ, ມີບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1, ສະມາຊິກສະພາປະຊາຊົນ ນະຄອນຫຼວງ ເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການສະເໜີຫຍໍ້ ຈາກທ່ານ ປັນຍາ ມະນີວົງ ຮອງຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ ຕາງໜ້າຄະນະຮັບຜິດຊອບຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ກໍາຈັດຂີ້ເຫຍື້ອ ໃນນະຄອນຫຼວງວຽງຈັນ ກ່ຽວກັບເຫດຜົນ ແລະ ຄວາມຈຳເປັນ ໃນການສ້າງຮ່າງຂໍ້ຕົກລົງດັ່ງກ່າວ ເຊິ່ງເປັນການຜັນຂະຫຍາຍແຜນຍຸດທະສາດ ແລະ ແຜນດໍາເນີນງານການຄຸ້ມຄອງຂີ້ເຫຍື້ອ ແບບຍືນຍົງສໍາລັບນະຄອນຫຼວງວຽງຈັນ ຮອດປີ 2030 ແນໃສ່ປົກປັກຮັກສາສິ່ງແວດລ້ອມໃນຕົວເມືອງ ຕາມນະໂຍບາຍ 6 ສໍໃຫ້ບັນລຸວິໄສທັດ ນະຄອນຫຼວງວຽງຈັນ ມີຄວາມສະອາດ ສີຂຽວ ແລະ ໜ້າຢູ່, ເປັນການຄຸ້ມຄອງ ປົກປ້ອງສິດຜົນປະໂຫຍດ ລະຫວ່າງຜູ້ໃຊ້ບໍລິການ ແລະ ພາກສ່ວນໃຫ້ບໍລິການເກັບມ້ຽນຂົນສົ່ງຂີ້ເຫຍື້ອ, ຄຸ້ມຄອງຕິດຕາມກວດກາການເຄື່ອນໄຫວ ຂອງບັນດາຫົວໜ່ວຍທຸລະກິດ ຮັບປະກັນຜົນກະທົບຕໍ່ສິ່ງແວດລ້ອມ, ຊຸກຍູ້ໃຫ້ສັງຄົມທຸກພາກສ່ວນ ມີສ່ວນຮ່ວມ ໃນວຽກງານຄຸ້ມຄອງ ແລະ ກໍາຈັດຂີ້ເຫຍື້ອ ໃນນະຄອນຫຼວງວຽງຈັນ. ເພື່ອເປັນບ່ອນອີງໃຫ້ແກ່ພະແນກການທີ່ກ່ຽວຂ້ອງ, ອໍານາດການປົກຄອງເມືອງ, ບ້ານ ທົ່ວນະຄອນຫຼວງວຽງຈັນ ໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ໃນວຽກງານຄຸ້ມຄອງ ແລະ ກໍາຈັດຂີ້ເຫຍື້ອ
ຫຼັງຈາກນັ້ນ, ບັນດາທ່ານ ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນ ກໍ່ໄດ້ປະກອບຄຳຄິດຄຳເຫັນຢ່າງມີຈຸດສຸມ ຕໍ່ໂຄງສ້າງ ແລະ ເນື້ອໃນ ຂອງຮ່າງຂໍ້ຕົກລົງດັ່ງກ່າວ ເພື່ອໃຫ້ຄະນະຮັບຜິດຊອບໄດ້ນໍາໄປຄົ້ນຄວ້າ, ປັບປຸງຄືນ ໃຫ້ມີເນື້ອໃນມີຄວາມສົມບູນຄົບຖ້ວນ ກ່ອນນຳເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II.