
ຕອນເຊົ້າວັນທີ 1 ກໍລະກົດ 2025, ຢູ່ທີ່ສະຖານີ ວິທະຍຸ-ໂທລະພາບແຂວງ, ທ່ານ ຄໍາດີ ວົງລ້ອມ ປະທາານຄະນະສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 4, ປະທານສະພາປະຊາຊົນແຂວງອຸດົມໄຊ, ໄດ້ຖະແຫຼງຕໍ່ສື່ມ່ວນຊົນຂອງແຂວງ ແລະ ຕໍ່ສື່ຂອງສະພາປະຊາຊົນແຂວງ ວ່າ:
ຂ້າພະເຈົ້າ ຕາງໜ້າຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລື່ອກຕັ້ງທີ 04, ມີຄວາມຍິນດີ ແລະ ຖືເປັນກຽດຢ່າງສູງແຈ້ງມາຍັງບັນດາທ່ານການນໍາພັກ-ລັດ, ຕະຫຼອດຮອດພໍ່ແມ່ພີນ້ອງຊາວແຂວງອຸດົມໄຊ ບັນດາເຜົ່າຮັບຊາບ ກ່ຽວກັບ ການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນໃນວັນທີ 09 ຫາວັນທີ 26 ມີຖຸນາ 2025 ໃຊ້ເວລາ 14 ວັນ(ວັນລັດຖະການ).
ຕະຫຼອດໄລຍະການດໍາເນີນກອງປະຊຸມ ສະມາຊິກສະພາແຫ່ງຊາດ ໄດ້ປະຕິບັດພາລະບົດບາດສິດ ແລະ ໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ໃນການສຸມເຫື່ອແຮງສະຕິປັນຍາ ເຂົ້າໃນການຄົ້ນຄ້ວາປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ; ພ້ອມດຽວກັນນັ້ນ ກໍ່ໄດ້ຮັບການຮ່ວມມື ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງ ລັດຖະບານ, ກະຊວງ, ອົງການ, ຂະແໜງການຕ່າງໆ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕາມພາລະບົດບາດຂອງຕົນ ຈຶ່ງເຮັດໃຫ້ການພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງຊາດ ຕາມສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ທີ່ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້.
ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ ພິຈາລະ ນາຮັບຮອງ ເອົາບັນຫາສໍາຄັນພື້ນຖານຂອງຊາດ ໂດຍໄດ້ອອກເປັນມະຕິສະພາແຫ່ງຊາດ ຈໍານວນ 15 ສະບັບ ດັ່ງນີ້:
1. ມະຕິ ວ່າດ້ວຍ ການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ , ແຜນງົບປະມານແຫ່ງລັດ ແລະ ແຜນເງີນຕາ 6 ເດືອນປີ 2025 ແລະ ແຜນການ 6 ເດືອນທ້າຍປີ 2025;
2. ມະຕິ ວ່າດ້ວຍ ການຮັບຮອງເອົາບົດລາຍງານ ກ່ຽວກັບນະໂຍບາຍຊຸກຍູ້ ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່ ;
3. ມະຕິ ວ່າດ້ວຍ ການຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດນະໂຍບາຍ, ນິຕິກໍາກົນໄກຕ່າງໆ ໃນການພັດທະນາພະລັງງານໄຟຟ້າ;
4. ມະຕິ ວ່າດ້ວຍ ການຮັບຮອງເອົາບົດລາຍງານ ກ່ຽວກັບຜົນການສະຫຼຸບຕີລາຄາການໂຄສະນາເຜີ່ຍແຜ່ກົດໝາຍທົ່ວປະເທດ;
5. ມະຕິ ວ່າດ້ວຍ ການຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ແຕ່ກອງປະຊຸມສະໄໝສາມັນເທື່ອທີ 8 ຫາ ເທື່ອທີ 9 ແລະ ທິດທາງແຜນການຮອດກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ IX ;
ກອງປະຊຸມ ຍັງໄດ້ພິຈາລະນາ ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈໍານວນ 10 ສະບັບ,ດັ່ງນີ້:
ກົດໝາຍສ້າງໃໝ່ ຈໍານວນ 5 ສະບັບ ຄື:
1. ກົດໝາຍ ວ່າດ້ວຍ ພະນັກງານໄອຍະການປະຊາຊົນ;
2. ກົດໝາຍ ວ່າດ້ວຍ ສັງຄົມສົ່ງເຄາະ;
3. ກົດໝາຍ ວ່າດ້ວຍ ສາມັນສຶກສາ;
4. ກົດໝາຍ ວ່າດ້ວຍ ການປູກຝັງ;
5. ກົດໝາຍ ວ່າດ້ວຍ ຄວາມປອດໄພໄຊເບີ.
ກົດໝາຍປັບປຸງ ຈໍານວນ 5 ສະບັບ ຄື:
1. ກົດໝາຍ ວ່າດ້ວຍ ການປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍສານປະຊາຊົນ;
2. ກົດໝາຍ ວ່າດ້ວຍ ຢາ ແລະ ຜະລິດຕະພັນການແພດ;
3. ກົດໝາຍ ວ່າດ້ວຍ ຊົນລະປະທານ;
4. ກົດໝາຍ ວ່າດ້ວຍ ອາກອນລາຍໄດ້;
5. ກົດໝາຍ ວ່າດ້ວຍ ປ້າຍ;
ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້, ຄຽງຄູ່ກັບການພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນດັ່ງກ່າວມາຂ້າງເທິງນັ້ນ, ໃນໄລຍະດຳເນີນກອງສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ມີປະຊາຊົນບັນດາເຜົ່າສົ່ງຄຳຄິດຄຳເຫັນຜ່ານໂທລະສັບສາຍດ່ວນ(156) ລວມທັງໝົດ 710 ສາຍ, 520 ເລື່ອງ ເຊິ່ງພົວພັນເຖິງການພັດທະນາເສດຖະກິດ-ສັງຄົມ, ການຄຸ້ມຄອງບໍລິຫານລັດ, ການຊົດເຊີຍຜົນກະທົບຈາກໂຄງການພັດທະນາຕ່າງໆ ຕໍ່ກັບຄໍາຄິດເຫັນຂອງປະຊາຊົນທີ່ສົ່ງມາທາງໂທລະສັບສາຍດ່ວນດັ່ງກ່າວ ກອງເລຂາກອງປະຊຸມຈະໄດ້ສັງລວມ ແລະ ຈະໄດ້ມອບໃຫ້ກຳມາທິການທີ່ກ່ຽວຂ້ອງ ເພື່ອປະສານສົມທົບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າແກ້ໄຂໃຫ້ຖືກຕ້ອງສອດຄ່ອງຕາມກົດໝາຍ ແລະ ລະບຽບການ.
ຕະຫຼອດໄລຍະດໍາເນີນກອງປະຊຸມ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລື່ອກຕັ້ງທີ່ 04 ມີຄໍາຄິດຄໍາເຫັນ 17 ຄັ້ງ ແລະ ສໍາພາດຂ່າວອອກສື່ຕ່າງໆ 6 ຄັ້ງ.
ອີກເທື່ອໜຶ່ງຕາງໜ້າຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລື່ອກຕັ້ງທີ່ 04 ຂໍສະແດງຄວາມຂອບອົກຂອບໃຈຕໍ່ທຸກທ່ານ ທີ່ໄດ້ຕິດຕາມການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແຕ່ຕົ້ນຕະຫຼອດປາຍໂດຍຜ່ານສື່ຕ່າງໆ.
ສໍາລັບກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II ຄາດກະວ່າຈະໄຂຂຶ້ນໃນຕົ້ນເດືອນ ກໍລະກົດ 2025 ນີ້.
ທ້າຍນີ້ ຕາງໜ້າໃຫ້ຄະນະປະຈໍາສະພາປະຊາຊົນແຂວງ ຂໍອວຍພອນໄຊອັນປະເສີດແກ່ບັນດາທ່ານການນໍາພັກ-ລັດ, ຕະຫຼອດຮອດພໍ່ແມ່ພີນ້ອງຊາວແຂວງອຸດົມໄຊບັນດາເຜົ່າ ຈົ່ງມີສຸຂະພາບເຂັ້ມແຂງແຮງກ້າ, ມີຄວາມຜາສຸກໃນຊີວິດສ່ວນຕົວຄອບຄົວ, ມີຜົນສໍາເລັດໃໝ່ຍິ່ງໃຫຍ່ກວ່າເກົ່າ ໃນພາລະກິດສ້າງສາພັດທະນາແຂວງອຸດົມໄຊ ຕາມທິດໃຈກາງຢ່າງສະຫງ່າງາມ ຂໍຂອບໃຈ!
ພາບ/ຂ່າວ: ສະພາປະຊາຊົນແຂວງ.