ແຂວງສາລະວັນ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ

ມ.ຖ. 30, 2025 | ເຂດ 14 ສາ​ລະ​ວັນ

ໃນຕອນເຊົ້າຂອງວັນທີ 30 ມິຖຸນາ 2025 ນີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງສາລະວັນ ຄະນະປະຈໍາສະພາປະຊາຊົນແຂວງສາລະວັນ ໄດ້ຮັບຮອງເອົາມະຕິ ວ່າດ້ວຍການຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ ໃນກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງ ປະຈໍາເດືອນ ມິຖຸນາ 2025; ໂດຍການເປັນປະທານກອງປະຊຸມຂອງທ່ານ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ປະທານຄະນະປະຈໍາ ສະພາປະຊາຊົນແຂວງ; ເຂົ້າຮ່ວມຂອງທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ທັງເປັນຮອງຫົວໜ້າຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ, ມີທ່ານຄະນະປະຈໍາພັກແຂວງ, ບັນດາທ່ານຄະນະປະຈໍາພາຍໃນສະພາປະຊາຊົນແຂວງ, ຄະນະເລຂາທິການ, ຫົວໜ້າພະແນກການອ້ອມຂ້າງແຂວງທີ່ກ່ຽວຂ້ອງ ເຂົ້າຮ່ວມ;

ໃນທີ່ປະຊຸມ ທ່ານ ແຫວນເພັດ ລັດດາວົງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ລາຍງານຄວາມຄືບໜ້າ ການກະກຽມປັບປຸງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງແຂວງ, ຜ່ານໜັງສືສະເໜີຂອງອົງການປົກຄອງແຂວງ ກ່ຽວກັບການປັບປຸງກົງຈັກການຈັດຕັ້ງຂອງບັນດາພະແນກການ-ອົງການທຽບເທົ່າ; ຈາກນັ້ນ, ກອງປະຊຸມໄດ້ຜ່ານຮ່າງມະຕິ ວ່າດ້ວຍການພິຈາລະນາ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງສາລະວັນ ມີດັ່ງນີ້:

  1. ໂຮມພະແນກແຜນການ ແລະ ການລົງທຶນແຂວງ ເຂົ້າກັບ ພະແນກການເງິນແຂວງ ເປັນພະແນກການເງິນແຂວງ.
  2. ໂຮມພະແນກພະລັງງານ ແລະ ບໍ່ແຮ່ແຂວງ ເຂົ້າກັບ ພະແນກອຸດສາຫະກຳ ແລະ ການຄ້າແຂວງ ເປັນພະແນກອຸດສາຫະກຳ ແລະ ການຄ້າແຂວງ.
  3. ໂຮມພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ເຂົ້າກັບ ພະແນກກະສິກຳ ແລະ ປ່າໄມ້ ແຂວງ ເປັນພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ.
  4. ໂຮມພະແນກພາຍໃນແຂວງ ພ້ອມທັງຍົກຍ້າຍບຸກຄະລາກອນ ທີ່ສອດຄ່ອງກັບພາລະບົດບາດ ໄປເຂົ້າກັບຄະນະຈັດຕັ້ງແຂວງ, ຫ້ອງວ່າການແຂວງ ແລະ ພະແນກອື່ນທີ່ກ່ຽວຂ້ອງຕາມຂະແໜງສາຍຕັ້ງທີ່ມີການປັບປຸງຢູ່ກະຊວງ-ອົງ ການ.
  5. ໂອນວຽກຖະແຫຼງຂ່າວ ພ້ອມທັງຍົກຍ້າຍບຸກຄະລາກອນ ອອກຈາກພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໄປຂຶ້ນກັບ ຄະນະໂຄສະນາອົບຮົມແຂວງ.

– ປ່ຽນຊື່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ເປັນພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງ.

ມອບໃຫ້ອົງການປົກຄອງແຂວງ ສົມທົບກັບຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ ແລະ ພາກສ່ວນກ່ຽວຂ້ອງ ນໍາພາການປັບປຸງກົງຈັກການຈັດຕັ້ງ ຂອງອົງການປົກຄອງແຂວງ ໃຫ້ສໍາເລັດພາຍໃນເດືອນ ກໍລະກົດ 2025.

ຫຼັງຈາກນັ້ນ, ຄະນະປະຈໍາສະພາປະຊາຊົນແຂວງ ໄດ້ຄົ້ນຄວ້າປະກອບຄໍາຄິດຄໍາເຫັນ ຢ່າງເປັນເຈົ້າການ ຕໍ່ວຽກງານການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ ແລະ ພ້ອມທັງລົງຄະແນນສຽງ ເປັນເອກະພາບ 100% ຮັບຮອງເອົາມະຕິ ວ່າດ້ວຍການພິຈາລະນາ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງສາລະວັນ;

ວາລະຕໍ່ມາ ກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບ ການເຄື່ອນໄຫວວຽກງານ ປະຈໍາເດືອນ ມິຖຸນາ 2025 ແລະ ວາງທິດທາງແຜນການປະຈໍາເດືອນ ກໍລະກົດ 2025, ພ້ອມທັງຄົົ້ນຄວ້າປະກອບຄໍາຄິດຄໍາເຫັນຢ່າງສ້າງສັນ ເຂົ້າໃສ່ຮ່າງບົດສະຫຼຸບດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນສົມບູນ ພ້ອມທັງເອກະພາບຮັບຮອງເອົາທິດທາງວຽກງານ ປະຈໍາເດືອນ ກໍລະກົດ 2025;

 

ພາບ-ຂ່າວ: ດີລໍາພົນ ພົມມະຈັນ