ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ9 ຂອງສະພາແຫ່ງຊາດ ຢູ່ນະຄອນຫລວງວຽງຈັນ ໃນວັນທີ 25 ມິຖຸນາ 2025 ສະພາປະຊາຊົນແຂວງ ຫລວງນ້ຳທາ ໄດ້ມອບໃບສົມມະນາຄຸນໃຫ້ ກອງທຶນຊ່ວຍເຫລືອສັງຄົມ ຂອງສະພາແຫ່ງຊາດ ທີ່ໄດ້ປະກອບສ່ວນຊ່ວຍເຫລືອປະຊາຊົນທີ່ຖຶກຜົນກະທົບໄພພິບັດນ້ຳຖ້ວມ ຈຳນວນເງິນສົດ 30,000,000 ລ້ານກີບ ແລະ ບໍລິສັດຈໍາປາຫອມ ການຄ້າຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ທີ່ໄດ້ປະກອບສ່ວນຊ່ວຍເຫລືອປະຊາຊົນທີ່ຖຶກຜົນກະທົບໄພພິບັດນ້ຳຖ້ວມ ຢູ່ແຂວງຫລວງນ້ຳທາ ປະກອບມີເຂົ້າສານ 1,000 ກິໂລ ລວມມູນຄ່າ 25,000,000 ລ້ານກີບ, ໂດຍໃຫ້ກຽດມອບ ຂອງທ່ານ ຄໍາຟອງ ອິນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ທັງນີ້ກໍເພື່ອເປັນການສະແດງຄວາມຂອບໃຈ ແລະ ຈາລຶກບຸນຄຸນຂອງບັນດາທ່ານຕະຫລອດໄປ ທີ່ໄດ້ປະກອບສ່ວນຊ່ວຍເຫລືອປະຊາຊົນທີ່ຖຶກຜົນກະທົບຈາກໄພນ້ຳຖ້ວມໃນຄັ້ງນີ້
ສະພາປະຊາຊົນແຂວງ ຫລວງນ້ຳທາ ມອບໃບສົມມະນາຄຸນ
