ຊາວໜຸ່ມ ສພຊ ເຂົ້າຮ່ວມງານບຸນມະໂຫລານຊາວໜຸ່ມ-ເຍົາວະຊົນທົ່ວ​ປະ​ເທດ

ມ.ຖ. 27, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ວັນທີ 25-29 ມິຖຸນານີ້ ທີ່ສູນການຄ້າ ລາວ-ໄອເຕັກ (ຕຶກເກົ່າ), ຄະນະຊາວໜຸ່ມສະພາແຫ່ງຊາດ (ສພຊ) ນຳ​ໂດຍສະຫາຍ ສົມບູນ​ ​ໂຄດ​ໄຊ ​ເລຂາ​ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ​ສະພາ​ແຫ່ງ​ຊາດ ໄດ້ເຂົ້າຮ່ວມງານບຸນມະໂຫລານ ຊາວໜຸ່ມ-ເຍົາວະຊົນ ປະຈໍາປີ 2025 ພາຍໃຕ້ຫົວຂໍ້ “ຊາວໜຸ່ມ-ເຍົາວະຊົນຍຸກໃໝ່ ເສີມຂະຫຍາຍບົດບາດປະຈັນບານເຂົ້າໃນການປະດິດສ້າງຫັນເປັນດິຈິຕອນ”; ທັງນີ້, ກໍເພື່ອປະກອບສ່ວນສ້າງຂະບວນການ ແລະ ສະ​ແດງ​ຜົນງານການ​ເຄື່ອນ​ໄຫວວຽກ​ງານຂອງ​ຄະນະ​ຊາວ​ໜຸ່ມ ​ສພຊ ຕິດ​ພັນ​ກັບ​ການ​ເຄື່ອນ​ໄຫວ​ວຽກ​ງານ​ຂອງ​ສະພາ​ແຫ່ງ​ຊາດ ເຊິ່ງ​ໄດ້​ນຳ​ເອົາບັນດາ​ຮູບ​ພາບ, ນິຕິກຳ ​ເປັນ​ຕົ້ນລັດຖະທຳມະນຸນ, ກົດໝາຍ, ນິຕິກຳໃຕ້ກົດໝາຍ ແລະ ຄູ່ມືທີ່ ສພຊ ສ້າງ, ຂໍ້ມູນຂ່າວສານການເຄື່ອນໄຫວວຽກງານຊາວໜຸ່ມຂອງ ສພຊ ວາງສະ​ແດງ​ຢູ່​ໃນ​ງານ, ​ເຂົ້າ​ຮ່ວມ​ເສວະນາ​ໃນ​ຫົວ​ຂໍ້ “ຄວາມ​ຝັນ ​ແລະ ຄວາມ​ສ່ຽງ: ທາງ​ເລືອກ​ຂອງ​ໄວ​ໜຸ່ມ​ລາວ​ໃນ​ຍຸກ​ໂລກາ​ພິວັດ” ແລະ ເຮັດກິດຈະກຳ ຖາມ-​ຕອບ ແຈກຂອງລາງວັນ ໃນໄລຍະຈັດງານບຸນມະໂຫລານຄັ້ງນີ້.
ບຸນມະໂຫລານ ຊາວໜຸ່ມ-ເຍົາວະຊົນ ປະຈໍາປີ 2025 ເປັນການຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ, ນະໂຍບາຍຂອງລັດ, ແຜນພັດທະນາຊາວໜຸ່ມ-ເຍົາວະຊົນ 5 ປີ ຄັ້ງທີ II; ຍຸດທະສາດການພັດທະນາຊາວໜຸ່ມ, ເຍົາວະຊົນ ປີ 2021-2030 ໂດຍການສ້າງເງື່ອນໄຂ ແລະ ສະພາບແວດລ້ອມທີ່ດີສໍາລັບຊາວໜຸ່ມ-ເຍົາວະຊົນ ທັງເປີດໂອກາດໃຫ້ຊາວໜຸ່ມ-ເຍົາວະຊົນລາວບັນດາເຜົ່າ ໄດ້ສະແດງຄວາມຮູ້, ຄວາມສາມາດ ແລະ ແລກປ່ຽນບົດຮຽນ ແລະ ເປັນການປູກຈິດສຳນຶກຂອງບັນດາຊາວໜຸ່ມ-ເຍົາວະຊົນ ໄດ້ເຂົ້າເຖິງຂໍ້ມູນຂ່າວສານທີ່ສຳຄັນ ແລະ ເປັນປະໂຫຍດ; ທົບທວນຄືນເຖິງຜົນງານ ແລະ ການປະກອບສ່ວນຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ (ຊປປລາວ) ແຕ່ລະຂັ້ນ, ຜູ້ປະກອບການໜຸ່ມ ທີ່ຈະໄດ້ນໍາເອົາຜົນງານມາແລກປ່ຽນ, ຮຽນຮູ້ ເຊິ່ງກັນແລະກັນ ໂດຍຜ່ານເວທີສົນທະນາແລກປ່ຽນ ແລະ ແຂ່ງຂັນ. ພ້ອມນັ້ນ, ຍັງເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ 3 ວັນປະຫວັດຊາດຂອງຊາດ, ຂອງພັກ, ສະເຫຼີມສະຫຼອງ ແລະ ຊົມເຊີຍ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ແລະ ການກະກຽມດໍາເນີນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ທີ່ຈະເປີດຂຶ້ນໃນມໍ່ໆນີ້; ນອກນັ້ນ, ຍັງເປັນການເປີດໂອກາດໃຫ້ເຍົາວະຊົນ-ອະນຸຊົນ ໄດ້ແລກປ່ຽນບົດຮຽນເຊິ່ງກັນແລະກັນ ທາງດ້ານການເວົ້າທີ່ມີເນື້ອໃນ, ມີຫຼັກການບ່ອນອີງ ແລະ ກິດຈະກໍາຕ່າງໆ ເພື່ອພັດທະນາຕົນເອງໃຫ້ມີຄວາມຮູ້ຄວາມສາມາດ ກາຍເປັນຜູ້ສືບທອດທີ່ມີຄຸນນະພາບຂອງພັກຂອງຊາດ.
ພາຍໃນງານມີການວາງສະແດງສິນຄ້າ, ຜະລິດຕະພັນຊາວໜຸ່ມ, ຕົວແບບຊາວໜຸ່ມ, ງານວາງສະແດງຮູບພາບມູນເຊື້ອ 70 ປີ ຂອງຄະນະຊາວໜຸ່ມນະຄອນຫຼວງ, ນັກທຸລະກິດໜຸ່ມແຫ່ງຊາດ, ກະຊວງ, ອົງການທຽບເທົ່າ, ແຂວງ ແລະ ບັນດາກົມອ້ອມຂ້າງສູນກາງ ຊປປລາວ, ເວທີການສະແດງ, ເວທີສົນທະນາແລກ ປ່ຽນຄວາມຮູ້, ການແຂ່ງຂັນຂຽນບົດຄວາມຊາວໜຸ່ມ-ເຍົາວະຊົນ, ການບໍລິຈາກເລືອດ ແລະ ງານວາງສະແດງສິນຄ້າອື່ນໆ; ນອກນີ້, ຍັງມີການແຂ່ງຂັນເກມກິລາ, ສິລະປະ ແລະ ການວາດພາບຂອງຫຼານນ້ອຍ ແລະ ອື່ນໆ.