(ສພຊ) – ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທຳ ໄດ້ລາຍງານການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງທ່ານໃຫ້ຮູ້ວ່າ: ພາຍຫຼັງປັບປຸງລັດຖະທຳມະນູນ ປີ 2015 ເປັນຕົ້ນມາ ເຫັນວ່າແຕ່ລະຂະແໜງການແຕ່ສູນກາງຮອດທ້ອງຖິ່ນ ໄດ້ຖືເອົາການໂຄສະນາເຜີຍແຜ່, ສຶກສາອົບຮົມສ້າງສະຕິເຄົາລົບກົດໝາຍ ເປັນວຽກງານໜຶ່ງທີ່ມີຄວາມສໍາຄັນ ເພາະເປັນການໂຄສະນາເຜີຍແຜ່ແນວທາງນະໂຍບາຍທີ່ໄດ້ຜັນຂະຫຍາຍມາເປັນຫຼັກການ, ລະບຽບການ ແລະ ມາດຕະການອັນລະອຽດໃນທຸກຂົງເຂດວຽກງານ; ກະຊວງ, ອົງການ ຕະຫຼອດຮອດອົງການປົກຄອງທ້ອງຖິ່ນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວຢ່າງແຂງແຮງ ແລະ ເລິກເຊິ່ງ ເຮັດໃຫ້ພະນັກງານ-ລັດຖະກອນ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ປະຊາຊົນລາວບັນດາເຜົ່າ ມີສະຕິຕື່ນຕົວເຄົາລົບ ແລະ ປະຕິບັດກົດໝາຍສູງຂຶ້ນ, ສັງຄົມມີຄວາມສະເໝີພາບ, ສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ຍຸຕິທໍາໂດຍພື້ນຖານ.
ກົດໝາຍທີ່ຢູ່ໃນຄວາມຮັບຜິດຊອບຂອງລັດຖະບານ ປັດຈຸບັນມີ 147 ສະບັບ ໃນນີ້, ໄດ້ໂຄສະນາເຜີຍແຜ່ 143 ກົດໝາຍ. ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ໄດ້ຄົ້ນຄວ້າສ້າງແຜນການ, ແຜນງານ ແລະ ໂຄງການໂຄສະນາເຜີຍແຜ່ກົດໝາຍທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຜ່ານຮູບການຕ່າງໆ ໂດຍສະເພາະໄດ້ຈັດພິມປຶ້ມກົດໝາຍ 4 ຂົງເຂດ, ແຈກຢາຍປຶ້ມສັງລວມກົດໝາຍ 356,489 ຫົວ ໃຫ້ສໍານັກງານ, ອົງການ ແລະ ສະໜອງເຂົ້າຕູ້ປຶ້ມກົດໝາຍປະຈຳບ້ານ ເພື່ອອໍານວຍຄວາມສະດວກໃຫ້ປະຊາຊົນລາວບັນດາເຜົ່າໄດ້ນໍາໃຊ້; ໂຄສະນາເຜີຍແຜ່ເຊື່ອມຊຶມກົດໝາຍ 106,568 ຄັ້ງ ມີຜູ້ເຂົ້າຮ່ວມ 20,550,014 ເທື່ອຄົນ ຍິງ 5,754,583 ເທື່ອຄົນ; ໂຄສະນາເຜີຍແຜ່ຜ່ານສື່ມວນຊົນ ດ້ວຍການຜະລິດລາຍການຄວາມຮູ້ທາງດ້ານກົດໝາຍ, ລະຄອນສັ້ນ, ສາລະຄະດີ, ສະປອດໂຄສະນາ, ແຜ່ນພັບ, ໂພດສ໌ເຕີ ເປັນພາສາລາວ, ພາສາມົ້ງ ແລະ ພາສາກຶມມຸ ເຜີຍແຜ່ຜ່ານວິທະຍຸ, ໂທລະພາບ, ໂທລະໂຄ່ງ, ເຟສບຸກ, ຢູທູບ, ວາລະສານ ແລະ ໜັງສືພິມ; ໂຄສະນາເຜີຍແຜ່ຜ່ານເວັບໄຊຈົດໝາຍເຫດທາງລັດຖະການຂອງລັດຖະບານ, ແອັບກົດໝາຍລາວຂອງກະຊວງຍຸຕິທຳ ແລະ ເວັບໄຊຂອງບັນດາກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ເຊິ່ງມີຜູ້ເຂົ້າຊົມໃຊ້ຈົດໝາຍເຫດທາງລັດຖະການ 249,000 ເທື່ອຄົນ, ເຂົ້າຊົມໃຊ້ແອັບກົດໝາຍລາວ 136,732 ຄັ້ງ; ຄົ້ນຄວ້າຫັນເອົາກົດໝາຍເຂົ້າໃນຫຼັກສູດການສຶກສາ ທັງພາກລັດ ແລະ ເອກະຊົນ ພ້ອມທັງເປີດການຮຽນ-ການສອນກົດໝາຍຊັ້ນຕົ້ນ ໃຫ້ພະນັກງານຫຼັກແຫຼ່ງຂອງແຂວງ, ນະຄອນຫຼວງ, ເມືອງ, ນະຄອນ ແລະ ອົງການຈັດຕັ້ງຂັ້ນບ້ານ 1,507 ຄົນ ຍິງ 447 ຄົນ.
ຄຽງຄູ່ກັບຜົນສໍາເລັດ, ຍັງພົບຂໍ້ຫຍຸ້ງຍາກທີ່ເປັນສິ່ງທ້າທາຍ ເປັນຕົ້ນ: ບຸກຄະລາກອນທີ່ເຮັດວຽກງານໂຄສະນາເຜີຍແຜ່ກົດໝາຍ ຍັງມີຄວາມຈຳກັດດ້ານປະລິມານ ແລະ ຄຸນນະພາບ; ປະຊາຊົນຈໍານວນໜຶ່ງ ອາໄສຢູ່ເຂດພູດອຍ, ຫ່າງໄກສອກຫຼີກ ເຮັດໃຫ້ການເຂົ້າເຖິງກົດໝາຍພົບຄວາມຫຍຸ້ງຍາກ; ພົນລະເມືອງຈໍານວນໜຶ່ງ ມີແນວຄິດຈົງໃຈຫຼົບຫຼີກຈາກການຈັດຕັ້ງປະຕິບັດຫຼັກການ, ລະບຽບການ ແລະ ມາດຕະການຂອງກົດໝາຍ, ຮູ້ກົດໝາຍ ແຕ່ຈົງໃຈບໍ່ປະຕິບັດ, ສວຍໃຊ້ຊ່ອງວ່າງຂອງກົດໝາຍ ເພື່ອຫາຜົນປະໂຫຍດສ່ວນຕົວ ແລະ ຄອບຄົວ; ການຊອກແຫຼ່ງທຶນ, ການຕອບສະໜອງດ້ານວັດຖຸອຸປະກອນ, ພາຫະນະ ເຂົ້າໃນວຽກງານໂຄສະນາເຜີຍແຜ່ກົດໝາຍ ຍັງບໍ່ພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງວຽກງານຕົວຈິງ.
ສຳລັບທິດທາງໃນຕໍ່ໜ້າ ຈະຍົກລະດັບດໍາລັດວ່າດ້ວຍການໂຄສະນາເຜີຍແຜ່ນິຕິກຳ ຂຶ້ນເປັນກົດໝາຍ; ເພີ່ມທະວີບົດບາດຄຸ້ມຄອງມະຫາພາກວຽກງານໂຄສະນາເຜີຍແຜ່ກົດໝາຍ ໂດຍການສ້າງແຜນການພັດທະນາການໂຄສະນາເຜີຍແຜ່ກົດໝາຍ ແຕ່ປີ 2026-2030 ເພື່ອຊຸກຍູ້, ຕິດຕາມກວດກາການຈັດຕັ້ງໂຄສະນາເຜີຍແຜ່ກົດໝາຍຂອງຂະແໜງການຕ່າງໆ ໃຫ້ເປັນລະບົບ; ສ້າງພະນັກງານໂຄສະນາເຜີຍແຜ່ນິຕິກຳຂອງຂະແໜງການຕ່າງໆ ດ້ວຍການເຝິກອົບຮົມໄລຍະສັ້ນ ແລະ ໄລຍະຍາວ ໃຫ້ມີຄຸນນະພາບສູງຂຶ້ນກວ່າເກົ່າ; ດໍາເນີນການປະເມີນ ແລະ ເກັບກຳສະຖິຕິການໂຄສະນາເຜີຍແຜ່ກົດໝາຍ ແນໃສ່ປັບປຸງກົນໄກ, ຮູບການ, ວິທີການໂຄສະນາເຜີຍແຜ່ນິຕິກຳ ໃຫ້ມີຄວາມດຶງດູດ, ແທດເໝາະກັບລະດັບຄວາມຮັບຮູ້, ຄວາມສົນໃຈຂອງເປົ້າໝາຍ ແລະ ໃຫ້ສອດຄ່ອງກັບສະພາບຈຸດພິເສດຂອງສູນກາງ ແລະ ທ້ອງຖິ່ນ; ປັບປຸງກົນໄກປະສານສົມທົບລະຫວ່າງບັນດາກະຊວງ, ອົງການທີ່ຂຶ້ນກັບລັດຖະບານ ເພື່ອຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານໂຄສະນາເຜີຍແຜ່ກົດໝາຍ ໃຫ້ມີຄວາມໂລ່ງລ່ຽນກວ່າເກົ່າ; ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການໂຄສະນາເຜີຍແຜ່ກົດໝາຍ ເປັນຕົ້ນດ້ານງົບປະມານ, ພາຫະນະ ແລະ ອຸປະກອນຮັບໃຊ້ຕ່າງໆ ໃຫ້ພຽງພໍ.