ປີທ່ອງທ່ຽວລາວ 2024 ກະຈາຍລາຍຮັບຫຼາຍກວ່າ 1.77 ຕື້ໂດລາ

ມ.ຖ. 24, 2025 | SlideMobile, ຂ່າວກອງປະຊຸມ, ຂ່າວເດັ່ນ

(ສພຊ) – ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ລາຍງານການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024 ແລະ ທິດທາງແຜນການໃນຕໍ່ໜ້າ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງທ່ານໃຫ້ຮູ້ວ່າ: ປີທ່ອງທ່ຽວລາວ 2024 ພາຍໃຕ້ຄໍາຂວັນ: “ທ່ອງທ່ຽວ​ລາວປອດໄພ, ຊື່ນໃຈໃນວັດທະນະທຳ, ທຳມະຊາດ ເເລະ ປະຫວັດສາດ”​ ປະກອບມີ 79 ກິດຈະກໍາ ໂດຍແບ່ງອອກເປັນ 2 ລະດັບຄື: ກິດຈະກໍາລະດັບຊາດ 14 ກິດຈະກໍາ ປະຕິບັດສໍາເລັດ 100% ແລະ ກິດຈະກໍາລະດັບແຂວງ 65 ກິດຈະກໍາ ປະຕິບັດໄດ້ 98.5% ຍ້ອນບາງແຂວງຍັງບໍ່ມີເງື່ອນໄຂຄວາມພ້ອມ ຈຶ່ງບໍ່ສາມາດປະຕິບັດໄດ້ຢ່າງສົມບູນ. ນອກນີ້, ຍັງມີກິດຈະກໍາປິ່ນອ້ອມທັງພາຍໃນ ແລະ ຕ່າງປະເທດ ເພື່ອໂຄສະນາ, ຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວລາວໃຫ້ມີຄວາມຟົດຟື້ນ ເຊັ່ນ: ການຈັດງານວັນລາວ ທີ່ຍີ່ປຸ່ນ, ເຂົ້າຮ່ວມງານວາງສະແດງສາກົນ ແລະ ພາກພື້ນ, ແລະ ການຈັດສຳມະນາພົບປະລະຫວ່າງຫົວໜ່ວຍທຸລະກິດໃນຂະແໜງການທ່ອງທ່ຽວ ຢູ່ ຫວຽດນາມ, ກຳປູເຈຍ, ໄທ ແລະ ປະເທດອື່ນໆ; ເພີ່ມທະວີການໂຄສະນາປະຊາສຳພັນໃຫ້ກວ້າງຂວາງ ແລະ ເຂົ້າເຖິງກຸ່ມເປົ້າໝາຍການຕະຫຼາດ, ຍົກເວັ້ນວີຊາແກ່ນັກທ່ອງທ່ຽວກຸ່ມເປົ້າໝາຍຈໍານວນໜຶ່ງ ເພື່ອດຶງດູດນັກທ່ອງທ່ຽວໃຫ້ມາທ່ອງທ່ຽວຫຼາຍຂຶ້ນ.
ປີ 2024 ມີນັກທ່ອງທ່ຽວພາຍໃນ 3,904,483 ເທື່ອຄົນ ເພີ່ມຂຶ້ນເຖິງ 102% ກະຈາຍລາຍຮັບໄດ້ 632,526,246 ໂດລາ; ນັກທ່ອງທ່ຽວສາກົນມີ 4,120,832 ເທື່ອຄົນ ເພີ່ມຂຶ້ນ 21% ກະຈາຍລາຍຮັບໄດ້ 1,138,003,848 ໂດລາ. ສາມເດືອນຕົ້ນປີ 2025 ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 1,262,035 ເທື່ອຄົນ ເພີ່ມຂຶ້ນ 11% ທຽບໃສ່ໄລຍະດຽວກັນຂອງປີ 2024, ຄາດຄະເນລາຍຮັບທີ່ກະຈາຍໃນສັງຄົມ 426,975,454 ໂດລາ; ນັກທ່ອງທ່ຽວພາຍໃນ 1,467,886 ເທື່ອຄົນ ເພີ່ມຂຶ້ນ 98.6% ທຽບໃສ່ໄລຍະດຽວກັນຂອງປີ 2024, ລາຍຮັບທີ່ກະຈາຍໃນສັງຄົມ 237,797,532 ໂດລາ. ສໍາລັບນັກທ່ອງທ່ຽວ 10 ອັນດັບຕົ້ນທີ່ມາທ່ຽວລາວ: 1. ໄທ, 2. ຈີນ (ເລື່ອນຈາກອັນດັບ 3), 3. ຫວຽດນາມ, 4. ສ.ເກົາຫຼີ, 5. ອາເມລິກາ, 6. ຝຣັ່ງ, 7. ລັດເຊຍ, 8. ອັງກິດ, 9 ເຢຍລະມັນ, 10. ຍີ່ປຸ່ນ; ນະໂຍບາຍຍົກເວັ້ນວີຊາໃຫ້ບາງປະເທດກຸ່ມເປົ້າໝາຍໄລຍະປີທ່ອງທ່ຽວລາວ 2024 (ເລີ່ມແຕ່ກໍລະກົດ-ທັນວາ) ເຫັນວ່ານັກທ່ອງທ່ຽວຈີນແມ່ນໄດ້ຮັບຜົນເກີນຄາດໝາຍທີ່ວາງໄວ້ ເຊິ່ງມີ 1,048,034 ເທື່ອຄົນ ເພີ່ມຂຶ້ນ 63%.
ການເປີດປີທ່ອງທ່ຽວລາວ 2024 ເປັນໂອກາດດີໃນການປັບປຸງຄຸນນະພາບການບໍລິການຂອງທຸລະກິດການທ່ອງທ່ຽວ ແລະ ຂະແໜງການບໍລິການທີ່ປິ່ນອ້ອມ, ຫຼາຍຫົວໜ່ວຍທຸລະກິດໄດ້ຮັບການປະເມີນ ແລະ ຢັ້ງຢືນມາດຕະຖານການທ່ອງທ່ຽວອາຊຽນ; ສ້າງວຽກເຮັດງານທຳໃຫ້ສັງຄົມ, ສ້າງລາຍຮັບ, ຊຸກຍູ້ໃຫ້ບັນດາຜູ້ປະກອບການທຸລະກິດທ່ອງທ່ຽວ, ທຸລະກິດປິ່ນອ້ອມ ແລະ ການຜະລິດກະສິກຳ, ຫັດຖະກຳ ໃຫ້ກາຍເປັນສິນຄ້າສະໜອງໃຫ້ແກ່ນັກທ່ອງທ່ຽວ; ເພີ່ມທະວີການຮ່ວມມື ແລະ ມີສ່ວນຮ່ວມຂອງປະຊາຊົນລາວບັນດາເຜົ່າ ໃນການປົກປັກຮັກສາຊັບພະຍາກອນທ່ອງທ່ຽວໃຫ້ມີຄວາມຍືນຍົງ ໂດຍສະເພາະການສົ່ງເສີມການທ່ອງທ່ຽວທາງດ້ານວັດທະນະທຳ, ທຳມະຊາດ, ປະຫວັດສາດ ແລະ ກະສິກໍາ ເຮັດໃຫ້ກາຍເປັນວຽກງານລວມຂອງທຸກຂະແໜງການ ທັງສູນກາງ ແລະ ທ້ອງຖິ່ນໃນທົ່ວປະເທດ ຢ່າງແທ້ຈິງ.
ສຳລັບທິດທາງແຜນການຕໍ່ໜ້າ, ຈະສຸມໃສ່ປັບປຸງເສັ້ນທາງເຂົ້າເຖິງສະຖານທີ່ທ່ອງທ່ຽວບຸລິມະສິດ ແລະ ສິ່ງອໍານວຍຄວາມສະດວກດ້ານການທ່ອງທ່ຽວ, ການຄົມມະນາຄົມຂົນສົ່ງນັກທ່ອງທ່ຽວ ໃຫ້ມີຄວາມສະດວກ, ສະອາດ, ປອດໄພ, ປະທັບໃຈ, ໄດ້ມາດຕະຖານ ແລະ ມີຄວາມຍືນຍົງ; ຊຸກຍູ້ຜູ້ພັດທະນາສະຖານທີ່ທ່ອງທ່ຽວ, ປັບປຸງກິດຈະກຳການທ່ອງທ່ຽວ ແລະ ການບໍລິການ ໃຫ້ມີຄວາມຫຼາກຫຼາຍ ໂດຍການມີສ່ວນຮ່ວມຂອງຊຸມຊົນທ້ອງຖິ່ນ ແລະ ພາກເອກະຊົນຜູ້ທີ່ມີບົດຮຽນ ແລະ ປະສົບການ; ປັບປຸງການບໍລິຫານ-ຄຸ້ມຄອງບັນດາເມືອງທ່ອງທ່ຽວ ທີ່ເປັນແມ່ເຫຼັກດຶງດູດນັກທ່ອງທ່ຽວ ໃຫ້ໄດ້ມາດຕະຖານຂອງ ສປປລາວ ແລະ ສາກົນ; ສຸມໃສ່ການປະເມີນ ແລະ ຢັ້ງຢືນມາດຕະຖານການທ່ອງທ່ຽວອາຊຽນ ແລະ ມາດຕະຖານການທ່ອງທ່ຽວຂອງ ສປປລາວ ເພື່ອຮັບປະກັນສ້າງຄວາມປະທັບໃຈ ແລະ ມີຄວາມປອດໄພໃຫ້ແກ່ນັກທ່ອງທ່ຽວ; ໂຄສະນາການທ່ອງທ່ຽວທີ່ເປັນຈຸດເດັ່ນໃຫ້ມີຫຼາກຫຼາຍຮູບແບບຜ່ານສື່ຕ່າງໆ; ພັດທະນາລະບົບການຊໍາລະຜ່ານລະບົບທະນາຄານ ເພື່ອໃຫ້ມີເງິນໝູນວຽນພາຍໃນປະເທດໃຫ້ຫຼາຍຂຶ້ນ; ຫັນເປັນທັນສະໄໝໃນການກວດກາເອກະສານຕ່າງໆຢູ່ບັນດາດ່ານ ເພື່ອຫຼຸດຜ່ອນຂັ້ນຕອນ, ສາມາດອໍານວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ ແລະ ມີຖານຂໍ້ມູນທີ່ລະອຽດຢູ່ໃນລະບົບ; ຈັດກິດຈະກໍາປູກຈິດສຳນຶກໃນວຽກງານທ່ອງທ່ຽວ ແລະ ກິດຈະກຳສົ່ງເສີມການທ່ອງທ່ຽວ ໃຫ້ເປັນຂະບວນຟົດຟື້ນ ໂດຍຕິດພັນກັບງານເທດສະ ການ ແລະ ງານບຸນປະເພນີປະຈໍາຊາດ ແລະ ປະຈໍາທ້ອງຖິ່ນ ເພື່ອຈັດເຂົ້າໃນປະຕິທິນການທ່ອງທ່ຽວລາວ ປະຈໍາປີ 2025 ແລະ ປີຕໍ່ໆໄປ; ຊຸກຍູ້ສະມາຄົມຂະແໜງການທ່ອງທ່ຽວ ໃຫ້ມີການເຄື່ອນໄຫວຮ່ວມກັນກັບພາກທຸລະກິດຂອງບັນດາປະເທດໃກ້ຄຽງ ແນໃສ່ຂະຫຍາຍລາຍການທ່ອງທ່ຽວຮ່ວມກັນໃຫ້ຫຼາຍຂຶ້ນ; ປະສານສົມທົບກັບຂະແໜງການກ່ຽວຂ້ອງຂັ້ນສູນກາງ ເພື່ອຄົ້ນຄວ້ານະໂຍບາຍວີຊາໃຫ້ແກ່ນັກທ່ອງທ່ຽວກຸ່ມເປົ້າໝາຍ ໃຫ້ສອດຄ່ອງກັບນະໂຍບາຍຂອງປະເທດໃກ້ຄຽງ ກໍຄືພາກພື້ນ ເພື່ອດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາ ສປປລາວ ຫຼາຍຂຶ້ນ; ແລະ ອື່ນໆ.