ຄະນະສະມາຊິກສະພາປະຊາຊົນແຂວງ ສົມທົບກັບ ພະແນກ ກະສິກຳ ແລະ ປ່າໄມ້ ແຂວງ ລົງຊຸກຍູ້ການລ້ຽງສັດຢູ່ເມືອງໄຊ

ມ.ຖ. 24, 2025

ເພື່ອເປັນການສ້າງຂະບວນການ ແລະ ຜົນງານຄຳນັບຮັບຕ້ອນກອງປະຊຸມໃຫຍ່ຂອງແຂວງ ແລະ ກອງປະຊຸມສະພາປະຊາຊົນແຂວງ ທີ່ຈະໄຂຂຶ້ນໃນໄວໆນີ້, ໃນວັນທີ 19 ມິຖຸນາ 2025, ພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ປະສານສົມທົບກັບ ກຳມາທິການເສດຖະກິດ, ແຜນການ ແລະ ການເງິນ ຂອງສະພາປະຊາຊົນແຂວງ ແລະ ຫ້ອງການກະສິກຳ-ປ່າໄມ້ເມືອງໄຊ ລົງເຄື່ອນໄຫວຊຸກຍູ້ສົ່ງເສີມການຜະລິດ, ໂດຍສະເພາະແມ່ນການລ້ຽງສັດ ຢູ່ພາຍໃນເມືອງໄຊ.
ການເຄື່ອນໄຫວຄັ້ງນີ້ ແມ່ນໜຶ່ງໃນພາລະບົດບາດຂອງພະແນກກະສິກຳ ແລະ ປ່າໄມ້ແຂວງ ໃນນາມເປັນອະນຸກຳມະການຂະບວນການສຶກສາອົບຮົມການເມືອງແນວຄິດ, ເຊິ່ງມີໜ້າທີ່ຮັບຜິດຊອບໃນການຊຸກຍູ້ສົ່ງເສີມການຜະລິດ ເພື່ອຄ້ຳປະກັນສະບຽງອາຫານໃຫ້ມີຄວາມໝັ້ນຄົງ, ທັງຜະລິດເປັນສິນຄ້າເພື່ອສົ່ງອອກ ແລະ ທົດແທນການນຳເຂົ້າ.

ຄະນະທີ່ລົງເຄື່ອນໄຫວປະກອບມີ: ທ່ານ ສີພອນ ອິນຕະວົງ, ຮອງປະທານຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ, ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງຫຼາ; ທ່ານ ສີວິໄສ ບຸນສະຫວັດ, ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ; ມີຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງໄຊ ພ້ອມດ້ວຍຫົວໜ້າຂະແໜງລ້ຽງສັດ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນການລົງພື້ນທີ່ຄັ້ງນີ້, ຄະນະທີມງານໄດ້ເຂົ້າຢ້ຽມຢາມ 2 ແຫ່ງ ຄື:
• ຟາມລ້ຽງໝູ “ສອນນິພົນຟາມ” ທີ່ບ້ານຫ້ວຍຊາງເໜືອ ເພື່ອຮັບຟັງການລາຍງານສະພາບການດຳເນີນກິດຈະການ, ໃຫ້ກຳລັງໃຈ ແລະ ຄຳແນະນຳດ້ານວິຊາການ ເພື່ອຂະຫຍາຍການຜະລິດໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ.
• ໂຄງການກໍ່ສ້າງຟາມໄກ່ພັນໄຂ່ ທີ່ບ້ານກັດ ເພື່ອຕິດຕາມຄວາມຄືບໜ້າຂອງການກໍ່ສ້າງ ແລະ ຊຸກຍູ້ໃຫ້ໂຄງການສຳເລັດຕາມແຜນການ ເພື່ອປະກອບສ່ວນໃນການສະໜອງໄຂ່ໄກ່ໃຫ້ພຽງພໍກັບຄວາມຕ້ອງການຂອງຕະຫຼາດ.

ການລົງຊຸກຍູ້ສົ່ງເສີມຄັ້ງນີ້ ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງພາກສ່ວນທີ່ກ່ຽວຂ້ອງ ໃນການພັດທະນາການຜະລິດກະສິກຳໃຫ້ກາຍເປັນສິນຄ້າ, ສ້າງວຽກເຮັດງານທຳ ແລະ ສ້າງລາຍຮັບທີ່ໝັ້ນຄົງໃຫ້ແກ່ປະຊາຊົນ, ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການສ້າງຜົນງານຕ້ອນຮັບກອງປະຊຸມໃຫຍ່ທັງສອງລະດັບຂອງແຂວງທີ່ຈະມາເຖິງ. ຂ່າວ: ສະພາປະຊາຊົນແຂວງ.