
ຕອນບ່າຍວັນທີ 19 ມິຖຸນາ 2025, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໄດ້ຈັດກອງປະຊຸມຮ່ວມ ລະຫວ່າງ ສະພາປະຊາຊົນແຂວງ ກັບ ອົງການປົກຄອງແຂວງ, ໂດຍການເປັນປະທານຮ່ວມຂອງທ່ານ ຄໍາເຜີຍ ງອນວັນຄໍາ ຮອງປະທານສະພາປະຊາຊົນແຂວງ ແລະ ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງ, ມີຄະນະປະຈໍາສະພາປະຊາຊົນແຂວງ, ຄະນະເລຂາທິການ, ຫົວໜ້າ-ຮອງຫົວໜ້າພະແນກ, ຫ້ອງວ່າການແຂວງ, ຫົວໜ້າ-ຮອງຫົວໜ້າຂະ ແໜງ ແລະ ພະນັກງານວິຊາການຂະແໜງກ່ຽວຂ້ອງ ເຂົ້າຮ່ວມ.




ກອງປະຊຸມ, ທ່ານ ວົງສີ ບຸນທີໃຈ ຮອງເລຂາທິການສະພາປະຊາຊົນແຂວງ ໄດ້ຕາງໜ້າຄະນະເລຂາທິການ ຜ່ານຮ່າງແຜນການກະກຽມ ແລະ ດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II. ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ແລະ ກອງປະຊຸມໄດ້ເອກະພາບກັນເປັນຕົ້ນແມ່ນ: ເຫັນດີຈະຈັດກອງປະຊຸມຂຶ້ນໃນລະຫວ່າງວັນທີ 7-8 ກໍລະກົດ 2025 ທີ່ຈະມາເຖິ່ງນີ້ ແລະ ມອບໃຫ້ພະແນກການທີ່ກ່ຽວຂ້ອງສົ່ງບັນດາເນື້ອໃນຕ່າງໆທີ່ຈະນໍາເຂົ້າຜ່ານໃນກອງປະຊຸມກ່ອນວັນທີ 30 ມິຖຸນາ 2025 ແລະ ມອບໃຫ້ຄະນະຮັບຜິດຊອບລວບລວມບັນດາຫົວຂໍ້ຕ່າງໆ, ພ້ອມທັງສືບຕໍ່ປະສານສົມທົບກັນໃຫ້ກົມກຽວ ລະຫວ່າງ ສະພາປະຊາຊົນແຂວງ ກັບ ອົງການປົກຄອງແຂວງ ແລະ ຂໍທິດຊີ້ນໍາຈາກຂັ້ນເທິ່ງທັດຕົນຕໍ່ບາງບັນຫາທີ່ພົບຄວາມຫຍຸ້ງຍາກ ເພື່ອຮັບປະກັນດ້ານເນື້ອໃນໃຫ້ຄົບຖ້ວນສົມບູນ, ຮັດກຸມ ແລະ ສອດຄ່ອງກັບສະພາບຕົວຈິງຂອງສັງຄົມ ກໍ່ຄືທ້ອງຖິ່ນຕົນ.



ພ້ອມນັ້ນ, ຄະນະປະທານກອງປະຊຸມຍັງໄດ້ມີຄໍາເຫັນຊີ້ນໍາ, ສະຫຼຸບສັງລວມ ແລະ ໄດ້ເນັ້ນໜັກໃຫ້ແຕ່ລະພາກສ່ວນເອົາໃຈໃສ່ຕໍ່ໜ້າວຽກທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນເປັນຕົ້ນແມ່ນ: ກະກຽມບັນດາບົດລາຍງານຂອງອົງການປົກຄອງແຂວງ, ຂອງສະພາປະຊາຊົນແຂວງ ແລະ ບັນຫາພົ້ນເດັ່ນອື່ນໆ ທີ່ຈະນໍາເຂົ້າຜ່ານໃນກອງປະຊຸມດັ່ງກ່າວ ເພື່ອຮັບປະກັນໃນການຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນຂອງບັນດາທ່ານສະມາຊິກສພາປະຊາຊົນແຂວງ ຖືກຕ້ອງສອດຄອງຕາມແນວທາງນະໂຍບາຍຂອງພັກ-ລັດ ແລະ ພິຈາລະນາຮັບຮອງເອົາບັນຫາສໍາຄັນຕ່າງໆ ໃຫ້ຖືກຕ້ອງສອດຄອງຕາມກົດໝາຍ ແລະ ຮັບປະກັນໃນການນໍາໄປຈັດຕັ້ງປະຕິບັດໃຫ້ສໍາເລັດຜົນຕາມລະດັບຄາດໝາຍທີ່ວາງໄວ້.