(ສພຊ) – ໃນບົດສະເໜີສ້າງກົດໝາຍວ່າດ້ວຍຄວາມປອດໄພໄຊເບີ ໂດຍທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະ ຊວງເຕັກໂນໂລຊີ ແລະ ການສື່ສານ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 23 ມິຖຸນານີ້ ພາຍໃຕ້ການເປັນປະທານຂອງທ່ານ ພົທ. ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ເຊິ່ງທ່ານລັດຖະມົນ ຕີໃຫ້ຮູ້ວ່າ: ປັດຈຸບັນ, ສປປລາວ ກໍາລັງກ້າວເຂົ້າສູ່ໄລຍະສໍາຄັນຂອງການຫັນເປັນດິຈິຕອນຕາມ 3 ເສົາຄໍ້າຄື: ລັດຖະບານດິຈິຕອນ, ເສດຖະກິດດິຈິຕອນ ແລະ ສັງຄົມດິຈິຕອນ; ຢ່າງໃດກໍຕາມ, ການຫັນເປັນດິຈິຕອນນີ້ ໄດ້ນໍາມາຊຶ່ງຄວາມສ່ຽງ ແລະ ໄພຄຸກຄາມໃໝ່ທີ່ຮ້າຍແຮງ ທີ່ປະເທດເຮົາຍັງບໍ່ທັນມີຄວາມພ້ອມພຽງພໍໃນການຮັບມືໃຫ້ຮັບປະກັນ. ຜົນການສຶກສາຈາກດັດຊະນີຄວາມປອດໄພໄຊເບີໂລກໃນປີ 2023 ສະແດງໃຫ້ເຫັນວ່າ ສປປລາວ ໄດ້ຮັບຄະແນນພຽງ 20.34 ຈາກ 100 ຄະແນນເຕັມ ເຊິ່ງຕໍ່າກວ່າມາດຕະຖານສາກົນຫຼາຍ; ໃນດ້ານເຕັກນິກ, ການສຶກສາເຫັນວ່າ ເກືອບ 95% ຂອງເວັບໄຊໃນລາວ ຂາດການປົກປ້ອງຄວາມປອດໄພຂັ້ນພື້ນຖານ ແລະ ຂະແໜງການສໍາຄັນເຊັ່ນ: ທະນາຄານ, ລັດຖະບານ ແລະ ໂທລະຄົມມະນາຄົມ ກໍມີຄວາມສ່ຽງຄ້າຍຄືກັນ. ສະພາບການນີ້ ສ້າງຄວາມສ່ຽງສູງຕໍ່ຄວາມໝັ້ນຄົງຂອງຊາດ ແລະ ຄວາມປອດໄພຂອງຂໍ້ມູນສໍາຄັນ ທີ່ຈະສົ່ງຜົນກະທົບຕໍ່ການນໍາໃຊ້ເຕັກໂນໂລຊີດິຈິຕອນ ກໍຄືຄວາມສາມາດໃນການເຫັນເປັນດິຈິຕອນຂອງເຮົາໃຫ້ມີຄວາມປອດໄພ. ຍິ່ງໄປກວ່ານັ້ນ, ປະເທດເຮົາກໍາລັງປະເຊີນກັບໄພຄຸກຄາມຈາກກຸ່ມອາຊະຍາກຳທາງໄຊເບີຂ້າມຊາດ ທີ່ດໍາເນີນການໃນພາກພື້ນ ເຊິ່ງສ້າງລາຍໄດ້ຜິດກົດໝາຍສູງເຖິງ 39 ຕື້ໂດລາຕໍ່ປີໃນທົ່ວໂລກ; ການຫຼອກລວງອອນລາຍ, ການບັງຄັບໃຫ້ເຂົ້າໄປໃນອາຊະຍາກຳທາງໄຊເບີ ແລະ ການແຜ່ຂະຫຍາຍຂອງຂ່າວປອມ ກໍາລັງເປັນບັນຫາທີ່ຮ້າຍແຮງຂຶ້ນເລື້ອຍໆໃນທົ່ວປະເທດ.

ເຖິງແມ່ນວ່າລາວໄດ້ມີກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງລະບົບຄອມພິວເຕີ ມາແຕ່ປີ 2015 ແລະ ກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນທາງເອເລັກໂຕຣນິກ ມາແຕ່ປີ 2017, ແຕ່ການວິເຄາະສະແດງວ່າຍັງມີຊ່ອງວ່າງທີ່ສໍາຄັນຫຼາຍຢ່າງຕ້ອງໄດ້ປັບປຸງ; ກົດໝາຍທີ່ມີຢູ່ ບໍ່ໄດ້ກຳນົດຢ່າງຊັດເຈນວ່າອັນໃດແມ່ນໂຄງລ່າງພື້ນຖານສໍາຄັນຂອງຊາດທີ່ຕ້ອງການການປົກປ້ອງພິເສດ, ບໍ່ມີການບັງຄັບໃຫ້ລາຍງານເຫດການລະເມີດຄວາມປອດໄພ, ບໍ່ມີລະບົບຕອບໂຕ້ຕໍ່ເຫດການສຸກເສີນແຫ່ງຊາດ ແລະ ຂາດມາດຕະຖານເຕັກນິກທີ່ທັນສະໄໝ. ດ້ວຍຄວາມຮັບຮູ້ເຖິງຄວາມຈໍາເປັນອັນເຮັ່ງດ່ວນນີ້, ລັດຖະ ບານ ໂດຍສະເພາະກະຊວງເຕັກໂນໂລຊີ ແລະ ການສື່ສານ ຈຶ່ງຄົ້ນຄວ້າສ້າງກົດໝາຍໃຫ້ສອດຄ່ອງກັບສະພາບການປັດຈຸບັນ ພ້ອມທັງຮອງຮັບບັນຫາທີ່ຈະເກີດຂຶ້ນໃນອະນາຄົດ. ການສ້າງຮ່າງກົດໝາຍຄວາມປອດໄພໄຊເບີສະບັບນີ້ ແມ່ນກົດໝາຍໃໝ່ທີ່ມີລັກສະນະເຕັກນິກຫຼາຍ, ຖືກສ້າງຂຶ້ນບົນພື້ນຖານຂອງແນວທາງພັກ-ລັດ, ນະໂຍບາຍລັດຖະບານ ແລະ ການສຶກສາປະສົບການຈາກປະເທດທີ່ກ້າວໜ້າທາງດ້ານນີ້; ການສ້າງກົດໝາຍນີ້ ບໍ່ພຽງແຕ່ເພື່ອແກ້ໄຂຂໍ້ບົກພ່ອງທີ່ມີຢູ່, ແຕ່ຍັງເພື່ອວາງພື້ນຖານທີ່ເຂັ້ມແຂງສໍາລັບການພັດທະນາລາວດິຈິຕອນໃນປີ 2030 ແລະ ການເຊື່ອມໂຍງພາກພື້ນ ແລະ ສາກົນ.

ທ່ານ ບໍ່ວຽງຄຳ ວົງດາລາ ກ່າວອີກວ່າ: ພາຍຫຼັງກົດໝາຍວ່າດ້ວຍຄວາມປອດໄພໄຊເບີ ໄດ້ຜ່ານການຮັບຮອງຈາກສະ ພາແຫ່ງຊາດ, ຄາດວ່າຈະເປັນເຄື່ອງມືອັນສໍາຄັນໃຫ້ແກ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ໃນການຄຸ້ມຄອງ ແລະ ປົກປ້ອງຄວາມປອດໄພໄຊເບີຂອງປະເທດ; ຈະຊ່ວຍເສີມສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານຄວາມປອດໄພໄຊເບີພາຍໃນປະເທດ ໃນການເຊື່ອມໂຍງພາກພື້ນ ແລະ ສາກົນດ້ານດິຈິຕອນ ໂດຍສະເພາະປົກປ້ອງໂຄງລ່າງພື້ນຖານຂໍ້ມູນຂ່າວສານສໍາຄັນຂອງຊາດ ພ້ອມທັງຮັບປະກັນການປົກປ້ອງສິດ ແລະ ຂໍ້ມູນສ່ວນຕົວຂອງຜູ້ໃຊ້ບໍລິການ; ນອກຈາກນີ້, ຍັງຈະສົ່ງເສີມການລົງທຶນຂອງຫົວໜ່ວຍທຸລະກິດທັງພາຍໃນ ແລະ ຕ່າງປະເທດ ໃນຂະແໜງການເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ໂດຍສະເພາະດ້ານການບໍລິການຄວາມປອດໄພໄຊເບີ. ສ້າງກົນໄກຕອບໂຕ້ເຫດການສຸກເສີນໄຊເບີ ແລະ ການກູ້ຄືນລະບົບທີ່ມີປະສິດທິພາບ ຜ່ານການຈັດຕັ້ງລະບົບປະຕິບັດການຄວາມປອດໄພໄຊເບີແຫ່ງຊາດ ແລະ ການປະສານງານຢ່າງມີປະສິດຕິພາບ, ຈະຊ່ວຍເພີ່ມຄວາມພ້ອມໃນການຮັບມືກັບໄພຄຸກຄາມທາງໄຊເບີ; ໃນຂະນະດຽວກັນ, ກໍເພີ່ມຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບຄວາມປອດໄພໄຊເບີໃຫ້ແກ່ສັງຄົມ ຜ່ານການເຝິກອົບຮົມ ແລະ ສ້າງຄວາມຮັບຮູ້ທີ່ກຳນົດໄວ້ໃນກົດໝາຍ, ຈະຊ່ວຍສ້າງວັດທະນະທໍາດ້ານຄວາມປອດໄພໄຊເບີໄດ້ຢ່າງກວ້າງຂວາງ. ກົດໝາຍສະບັບນີ້, ຍັງມີບົດບາດສໍາຄັນໃນການສົ່ງເສີມການພັດທະນາເສດຖະກິດ-ສັງຄົມດິຈິຕອນຢ່າງປອດໄພ ແລະ ຍືນຍົງ ພ້ອມທັງເພີ່ມຂີດຄວາມສາມາດໃນການເຊື່ອມໂຍງກັບພາກພື້ນ ແລະ ສາກົນ; ສ້າງຂອບເຂດທາງກົດໝາຍທີ່ຊັດເຈນສໍາລັບການຂຶ້ນທະບຽນ ແລະ ການດໍາເນີນທຸລະກິດຄວາມປອດໄພໄຊເບີ, ຈະຊ່ວຍສົ່ງເສີມການພັດທະນາອຸດສາຫະກຳດ້ານນີ້ ເຊິ່ງເປັນພື້ນຖານສໍາຄັນສໍາລັບການພັດທະນາເສດຖະກິດດິຈິຕອນໃນອະນາຄົດ.
(ນາງ ສຸພາວັນ ຫອມສະນິດ)