ຄົ້ນຄວ້າໜັງສືສະເໜີຂອງທ່ານເຈົ້າແຂວງ ຈໍານວນ 2 ສະບັບ.

ມ.ຖ. 19, 2025 | ເຂດ 4 ອຸດົມໄຊ

ຕອນເຊົ້າວັນທີ 19 ມິຖຸນາ 2025, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ມີກອງປະຊຸມຄົ້ນຄວ້າໜັງສືສະເໜີຂອງທ່ານເຈົ້າແຂວງ ຈໍານວນ 2 ສະບັບ, ໂດຍການເປັນປະທານຂອງທ່ານ ທອງໄຊ ທໍ່ຈົງເລ່ຍຈີ ຄະນະປະຈໍາ, ປະທານຄະນະກໍາມະການ ເສດຖະກິດ, ແຜນການ ແລະ ການເງິນ ສະພາປະຊາຊົນແຂວງ, ມີຄະນະພະແນກ, ຫົວໜ້າຂະແໜງ ແລະ ວິຊາການຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມ, ໄດ້ຮັບຟັງການຜ່ານບົດລາຍງານການຄົ້ນຄວ້າໜັງສືສະເໜີຂອງທ່ານເຈົ້າແຂວງ ຈໍານວນ 2 ສະບັບ ຈາກຄະນະກໍາມະການ ເສດຖະກິດ, ແຜນການ ແລະ ການເງິນ ສະພາປະຊາຊົນແຂວງຄື: ໜັງສືສະເໜີເລກທີ 657/ອຊ, ລົງວັນທີ 30 ພຶດສະພາ 2025 ກ່ຽວກັບການ ສະເໜີພິຈາລະນາຮັບຮອງເອົາແຜນການນໍາໃຊ້ງົບປະມານການລົງທຶນຂອງລັດ(ຮ່ວງກອງທຶນບູລະນະຮັກສາ ແລະ ສ້ອມແປງທາງຫຼວງທ້ອງຖິ່ນ) ປະຈໍາປີ 2025 ຂອງແຂວງອຸດົມໄຊ ລວມທັງໝົດ 52 ໂຄງການ, ມູນຄ່າ 6 ຕື້ກີບ ແລະ ໜັງສືສະເໜີເລກທີ 740/ອຊ, ລົງວັນທີ 11 ມິຖຸນາ 2025 ກ່ຽວກັບການ ຂໍພິຈາລະນາອອກມະຕິຕົກລົງວ່າດ້ວຍການຫັນປ່ຽນປະເພດທີ່ດິນປຸກສ້າງທີ່ຢູ່ອາໄສ, ດິນປຸກສ້າງໂຮງຮຽນ ແລະ ດິນອຸດສາຫະກໍາເພື່ອສ້າງຕັ້ງໂຮງງານຢູ່ເມືອງຮຸນ ແລະ ເມືອງໄຊ ແຂວງອຸດົມໄຊ ທັງໝົດຈໍານວນ 23 ຕອນ, ມີເນື້ອທີ່ 19,31 ເຮັກຕາ.
ຜ່ານການຄົ້ນຄວ້າໜັງສືສະເໜີຂອງທ່ານເຈົ້າແຂວງ ຈໍານວນ 2 ສະບັບ ດັ່ງກ່າວຈາກຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ ສະພາປະຊາຊົນແຂວງ ເຫັນວ່າສອດຄ່ອງຕາມກົດໝາຍວ່າດ້ວຍການລົງທຶນຂອງລັດ ສະບັບເລກທີ 72/ສພຊ ລົງວັນທີ 15 ທັນວາ 2015 ແລະ ສອດຄອງກັບກົດໝາຍວ່າດ້ວຍທີ່ດິນ ສະບັບເລກທີ 70/ສພຊ, ລົງວັນທີ 21 ມິຖຸນາ 2019 ໃນມາດຕາ 25 ວ່າດ້ວຍການຫັນປ່ຽນປະເພດທີ່ດິນ ແລະ ມາດຕາ 30 ການຕົກລົງຂອງສະພາປະຊາຊົນຂັ້ນແຂວງ. ພ້ອມກັນນັ້ນ, ໄດ້ມີຄໍາສະເໜີແລກປ່ຽນບາງຈຸດທີ່ເຫັນວ່າມີຄວາມຜິດດ່ຽງທາງດ້ານຕົວເລກ, ຈໍານວນຕ່າງໆ ແລະ ໄດ້ຮັບຟັງການຊີ້ແຈງເພີ່ມເຕີມຈາກພະແນກການກ່ຽວຂ້ອງເພື່ອນໍາໄປປັບປຸງ, ທັງນີ້ກໍ່ເພື່ອຮັບປະກັນການຈັດຕັ້ງປະຕິບັດວຽກງານ ໃຫ້ມີຄວາມຖືກຕ້ອງສອດຄ່ອງຕາມພາລະບົດບາດ, ສິດໜ້າທີ່ ທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ເພື່ອຮັບປະກັນການນໍາໄປຈັດຕັ້ງປະຕິບັດ ໃຫ້ເກີດຜົນປະໂຫຍດສູງສຸດ. ພາບ/ຂ່າວ: ແສງພອນ ອິນນະລົງ.