ກົດໝາຍສາມັນສຶກສາ ນຳເຂົ້າພິຈາລະນາໃນກອງປະຊຸມສະພາແຫ່ງຊາດ

ມ.ຖ. 19, 2025 | SlideMobile, ຂ່າວກອງປະຊຸມ, ຂ່າວເດັ່ນ

(ສພຊ) – ຕອນເຊົ້າວັນທີ 18 ມິຖຸນານີ້, ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍການເປັນປະທານຂອງທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ທ່ານ ປອ. ສຳລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ສະເໜີເຫດຜົນ ແລະ ຄວາມຈຳເປັນຂອງການສ້າງຮ່າງກົດໝາຍວ່າດ້ວຍສາມັນສຶກສາ ກໍເພື່ອໃຫ້ສອດຄ່ອງກັບແນວທາງນະໂຍບາຍ, ລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ, ແຜນຍຸດທະສາດການພັດທະນາຊັບພະຍາກອນມະນຸດແຫ່ງຊາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ; ຫຼຸດຜ່ອນອັດຕາການປະລະຂອງຜູ້ຮຽນ ແລະ ເພີ່ມຄວາມຮັບຜິດຊອບຂອງພໍ່ແມ່ ຫຼື ຜູ້ປົກຄອງ, ຊຸມຊົນ ແລະ ສັງຄົມ ໃນການສົ່ງເສີມລູກຫຼານໃນເກນອາຍຸໃຫ້ເຂົ້າຮຽນ ໂດຍສະເພາະແມ່ນການສຶກສາພາກບັງຄັບ; ຊຸກຍູ້ ແລະ ສົ່ງເສີມການລົງທຶນທັງພາກລັດ ແລະ ເອກະຊົນ ເຂົ້າໃສ່ວຽກງານສາມັນສຶກສາໃຫ້ຫຼາຍຂຶ້ນ; ຜັນຂະຫຍາຍມະຕິກອງປະຊຸມຜູ້ບໍລິຫານການສຶກສາປະຈຳປີຂອງຂະແໜງ ສສກ ໃນການຈັດຕັ້ງປະຕິບັດ 4 ເນື້ອໃນບຸກທະລຸ ໂດຍສະເພາະການບຸກທະລຸດ້ານການພັດທະນາຊັບພະຍາກອນມະນຸດ; ເຮັດໃຫ້ການຄຸ້ມຄອງ, ບໍລິຫານວຽກງານສາມັນສຶກສາ ມີຄວາມເປັນເອກະພາບ, ມີປະສິດທິພາບ ແລະ ປະສິດທິຜົນ ທັງຮັບປະກັນຄຸນນະພາບການສຶກສາສອດຄ່ອງກັບສະພາບການປ່ຽນແປງໃນໄລຍະໃໝ່.
ທ່ານ ປອ. ສຳລານ ພັນຄະວົງ ໄດ້ກ່າວວ່າ: ເມື່ອກົດໝາຍສະບັບໃໝ່ນີ້ ຖືກຮັບຮອງ ແລະ ປະກາດໃຊ້ ຈະເປັນບ່ອນອີງໃຫ້ຂະແໜງການສຶກສາທິການ ແລະ ກິລາ ໃນການສ້າງນະໂຍບາຍ, ແຜນຍຸດສາດ, ແຜນການ, ແຜນງານ, ໂຄງການ ແລະ ບັນດານິຕິກຳຕ່າງໆ ໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດວຽກງານສາມັນສຶກສາ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ; ຮັບປະກັນໃຫ້ພົນລະເມືອງລາວ ເຂົ້າເຖິງການສຶກສາສາມັນສຶກສາທີ່ມີຄຸນນະພາບ ທຽບເທົ່າກັບພາກພື້ນ ແລະ ສາກົນ; ຍົກສູງຄວາມເຊື່ອໝັ້ນໃຫ້ແກ່ຊຸມຊົນ, ສັງຄົມ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ເຫັນໄດ້ເຖິງຄວາມສໍາຄັນຂອງວຽກງານສາມັນສຶກສາ ທັງຊຸກຍູ້ ແລະ ສົ່ງເສີມການລົງທຶນໃສ່ວຽກງານສາມັນສຶກສາໃຫ້ຫຼາຍຂຶ້ນ; ເພີ່ມທະວີຄວາມຮັບຜິດຊອບ, ຍົກສູງຄວາມຮູ້ຄວາມເຂົ້າໃຈ ແລະ ເປັນເຈົ້າການ ໃນການປະຕິບັດສິດ, ໜ້າທີ່ ແລະ ພັນທະຂອງພົນລະເມືອງທຸກຄົນໃນ ສປປລາວ ເພື່ອປະກອບສ່ວນດ້ານທຶນຮອນ, ແຮງງານ ແລະ ວັດຖຸອຸປະກອນ ເຂົ້າໃນວຽກງານສາມັນສຶກສາຢ່າງຕັ້ງໜ້າ.
ຈາກນັ້ນ, ທ່ານ ຄຳໃບ ດຳລັດ ໄດ້ມີບາງຄຳເຫັນເຈາະຈີ້ມ ເພື່ອເປັນທິດທາງໃນການຄົ້ນຄວ້າ, ປະກອບຄຳເຫັນ ແນໃສ່ເຮັດໃຫ້ເນື້ອໃນຮ່າງກົດໝາຍມີຄວາມຄົບຖ້ວນ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ແທດເໝາະກັບຕົວຈິງ; ບັນດາທ່ານສະມາຊິກສະພາແຫ່ງຊາດ ກໍໄດ້ຜັດປ່ຽນກັນປະກອບຄຳຄິດເຫັນຢ່າງມີຈຸດສຸມ.
(ນາງ ສຸພາວັນ ຫອມສະນິດ)