ອົງການກວດສອບປະຈາໍາພາກເໜືອ II ເຂົ້າພົບປະ ແລະ ລາຍງານແຜນການເຄື່ອນໄຫວ ຕໍ່ຮອງປະທານສະພາປະຊາຊົນແຂວງ.

ມ.ຖ. 17, 2025 | ເຂດ 4 ອຸດົມໄຊ

(ສພຂ) – ຕອນເຊົ້າວັນທີ 17 ມິຖຸນາ 2025, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ອົງການກວດສອບປະຈາໍາພາກເໜືອ II ໄດ້ເຂົ້າພົບປະ ແລະ ລາຍງານແຜນການເຄື່ອນໄຫວ ຕໍ່ຮອງປະທານສະພາປະຊາຊົນແຂວງ, ນໍາໂດຍທ່ານ ອິນທາ ລືນາມມະຈັກ ປະທານອົງການກວດສອບປະຈາໍາພາກເໜືອ II ພ້ອມດ້ວຍຄະນະ ແລະ ຕ້ອນຮັບໂດຍທ່ານ ຄໍາເຜີຍ ງອນວັນຄໍາ ກໍາມະການປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ມີທ່ານ ທອງໄຊ ທໍ່ຈົງເລ່ຍຈີ ຄະນະປະຈໍາ, ປະທານຄະນະກໍາມະການ ເສດຖະກິດ, ແຜນການ ແລະ ການເງິນ, ມີຫົວໜ້າ-ຮອງຫົວໜ້າ ຂະແໜງກ່ຽວຂ້ອງ ເຂົ້າຮ່ວມ.
ຕາງໜ້າຜູ້ຮັບຜິດຊອບຈາກອົງການກວດສອບປະຈາໍາພາກເໜືອ II ໄດ້ສະເໜີຈຸດປະສົງ ແລະ ລາຍງານໂດຍຫຍໍ້ແຜນການເຄື່ອນໄຫວກວດສອບເປັນຕົ້ນແມ່ນ: ເປີດບັ້ນກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຊັບສິນແຫ່ງລັດ ແລະ ການຈັດຕັ້ງປະຕິບັດວຽກງານສອຍສາອາກອນປະຈໍາປີ 2024 ຂອງແຂວງອຸດົມໄຊ ແລະ ຫຼັງຈາກນັ້ນ, ໄດ້ມີຄໍາຄິດຄໍາເຫັນປຶກສາຫາລືເຊິ່ງກັນ ແລະ ກັນເພີ່ມເຕີ່ມ.
ໂອກາດດັ່ງກ່າວ, ທ່ານ ຄໍາເຜີຍ ງອນວັນຄໍາ ກໍາມະການປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ຍັງໄດ້ມີຄໍາເຫັນໃຫ້ອົງການກວດສອບປະຈໍາພາກເໜືອ II ເຄື່ອນໄຫວວຽກງານກວດສອບ ໃຫ້ຖືກຕ້ອງສອດຄ່ອງຕາມພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ຂອງຕົນ ທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ, ກົດໝາຍ ແລະ ເຄື່ອນໄຫວວຽກງານໃຫ້ສໍາເລັດຜົນຕາມຄາດໝາຍທີ່ວ່າງໄວ້.
ພາບ/ຂ່າວ: ແສງພອນ ອິນນະລົງ.