(ສພຊ) – ທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ຄະນະປະທານກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຖະແຫຼງຂ່າວຕໍ່ສື່ມວນຊົນເມື່ອວັນທີ 16 ມິຖຸນາຜ່ານມາ ເຖິງຜົນການຄົ້ນຄວ້າ, ພິຈາລະນາ ບົດລາຍງານຂອງລັດຖະບານ ກ່ຽວກັບນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່ ເຊິ່ງທ່ານໃຫ້ຮູ້ວ່າ: ຕໍ່ບົດລາຍງານດັ່ງກ່າວ, ສະມາຊິກສະພາແຫ່ງຊາດ ເຫັນດີເປັນເອກະພາບດ້ານຫຼັກການ ລວມທັງທິດທາງ ແລະ ມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າ ໂດຍກອງປະຊຸມໄດ້ຄົ້ນຄວ້າໃຫ້ນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່ ດັ່ງນີ້:
1. ຮັບຮອງເອົາດ້ານຫຼັກການຕາມການສະເໜີຂອງລັດຖະບານ ໂດຍຫຼຸດຜ່ອນອັດຕາພາສີ, ອາກອນນໍາເຂົ້າວັດສະດຸກໍ່ສ້າງ ແລະ ກົນຈັກ, ຫຼຸດຜ່ອນຄ່າຊັບພະຍາກອນທໍາມະຊາດ ແລະ ຫຼຸດຜ່ອນອັດຕາອາກອນມູນຄ່າເພີ່ມຂອງໂຄງການ; ສ່ວນພາສີ-ອາກອນນໍາເຂົ້ານໍ້າມັນເຊື້ອໄຟ ແມ່ນບໍ່ມີການຫຼຸດຜ່ອນ ເຊິ່ງຈະເຮັດໃຫ້ມູນຄ່າໂຄງການຫຼຸດລົງປະມານ 17.43% ທັງຈະສ້າງເງື່ອນໄຂ ແລະ ສາມາດດຶງດູດໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນໃສ່ການພັດທະນາພື້ນຖານໂຄງລ່າງຫຼາຍຂຶ້ນ ເພື່ອແບ່ງເບົາການລົງທຶນຂອງລັດ.
2. ສົ່ງເສີມການນຳໃຊ້ວັດສະດຸກໍ່ສ້າງທີ່ສາມາດຜະລິດຢູ່ພາຍໃນປະເທດ ເຊັ່ນ: ຊີມັງ, ເຫຼັກເສັ້ນ.
3. ຮັບຮອງເອົາບັນດາໂຄງການຟື້ນຟູ ແລະ ສ້ອມແປງທາງຫຼວງແຫ່ງຊາດສາຍຫຼັກ ໃຫ້ສາມາດຮັບນໍ້າໜັກໄດ້ 11 ໂຕນ/ເພົາ ເປັນໂຄງການທົດລອງ ໄລຍະທົດລອງ 3-5 ປີ, ສຸມໃສ່ຕອນທາງໃນທາງຫຼວງແຫ່ງຊາດທີ່ເປ່ເພໜັກໜ່ວງ ແລະ ມີການຂົນສົ່ງໂດຍສານ ແລະ ສິນຄ້າຈໍານວນຫຼາຍ ໂດຍອີງໃສ່ຄວາມສາມາດຕົວຈິງສະໜອງງົບປະມານຂອງລັດ; ພ້ອມກັນນັ້ນ, ຊຸກຍູ້ສົ່ງເສີມໃຫ້ທຸກພາກສ່ວນເສດຖະກິດ ເຂົ້າຮ່ວມໃນການຟື້ນຟູ ແລະ ສ້ອມແປງເສັ້ນທາງ ຕາມເງື່ອນໄຂ ແລະ ເປົ້າໝາຍກໍານົດ.
4. ເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງລາຄາ, ຄຸນນະພາບຂອງການກໍ່ສ້າງສ້ອມແປງ ໂດຍມີການຕິດຕາມກວດກາຂອງທຸກພາກສ່ວນໃນສັງຄົມ.
ພາຍຫຼັງຟື້ນຟູເສັ້ນທາງໃຫ້ການສັນຈອນໄດ້ສະດວກ, ຕ້ອງໄດ້ລະດົມໃຫ້ຜູ້ປະກອບການທີ່ນໍາໃຊ້ເສັ້ນທາງຂົນສົ່ງໂດຍສານ ແລະ ຂົນສົ່ງສິນຄ້າ ປະກອບສ່ວນເສຍຄ່າຜ່ານທາງຕາມອັດຕາທີ່ເໝາະສົມ ດ້ວຍວິທີການຜ່ານລະບົບທັນສະໄໝ (ລັດເປັນຜູ້ເກັບ) ເພື່ອເຮັດໃຫ້ລັດມີລາຍຮັບ ແລະ ສະສົມທຶນໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງໃຫ້ເຂົ້າສູ່ສະພາບປົກກະຕິ.