ວັນທີ 16 ມິຖຸນາ 2025 ທີ່ຜ່ານມາ ຢູ່ທີ່ຈຸດຮັບບໍລິຈາກເຄື່ອງຊ່ວຍເຫຼືອ ບ້ານຫ້ວຍເຊົາ ເມືອງຄົງເຊໂດນ ແຂວງສາລະວັນ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອ ໂດຍການສົມທົບຈາກສະພາປະຊາຊົນແຂວງສາລະວັນ ແລະ ອົງການກາແດງ ແຂວງສາລະວັນ, ໃຫ້ກຽດມອບໂດຍ ທ່ານ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ແລະ ຕາງໜ້າຮັບໂດຍ ທ່ານ ວັນນະລອນ ອິນທະພອນເດດ ຮອງເລຂາພັກເມືອງ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຄົງເຊໂດນ, ເຂົ້າຮ່ວມມີຄະນະເລຂາທິການ, ທ່ານຫົວໜ້າອົງການກາແດງແຂວງ, ບັນດາທ່ານຄະນະນໍາຂອງເມືອງ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ເຂົ້າຮ່ວມເປັນສັກຂີພະຍານ;
ເຄື່ອງທີ່ນຳມາມອບໃນຄັ້ງນີ້ປະກອບມີ ເຄື່ອງບໍລິໂພກ (ນໍ້າດື່ມ, ໝີ່, ປາປ໋ອງ), ເຄື່ອງອຸປະໂພກ (ເກີບ, ສົ້ງ, ເຄື່ອງສຸຂະອະນາໄມ, ເຄື່ອງໃຊ້ໃນຄົວເຮືອນ) ລວມມູນຄ່າຊ່ວຍເຫຼືອທັງໝົດ 6 ລ້ານກວ່າກີບ;
ໃນພິທີໄດ້ຮັບຟັງການລາຍງານ ສະພາບຜົົນກະທົບຈາກພະຍຸ ວູທິບ (WUTIP) ໃນລະຫວ່າງວັນທີ 13-15 ມິຖຸນາທີ່ຜ່ານມາ ເຮັດໃຫ້ຝົນຕົກໜັກ ໃນທົ່ວແຂວງສາລະວັນ ສໍາລັບເມືອງຄົງເຊໂດນ ເຮັດໃຫ້ແມ່ນໍ້າເຊໂດນມີລະດັບນໍ້າສູງ ເຮັດໃຫ້ບ້ານຖືກຜົນກະທົບນໍ້າຖ້ວມມີທັງໝົດ 64 ບ້ານ, ມີ 9,920 ຄອບຄົວ, ມີ 9,280 ຫຼັງຄາເຮືອນ, ມີຈຳນວນພົນທັງໝົດ 55,744 ຄົນ, ໜອງປາຖືກຖ້ວມ 289 ໜອງ, ສັດລ້ຽງຖືກກະທົບ 2,847 ໂຕ, ເສັ້ນທາງຖືກຖ້ວມ 08 ເສັ້ນ, ຄວາມຍາວ 3.700 ແມັດ, ໂຮງຮຽນຖືກຖ້ວມ 03 ຫຼັງ, ເສົາໄຟຟ້າລົ້ມ 2 ຕົ້ນ ແລະ ເຮັດໃຫ້ໄຟຟ້າດັບ ຈໍານວນ 2 ບ້ານ; ຊົນລະປະທານຖືກກະທົບ 9 ໂຄງການ, ມາຮອດປະຈຸບັນລະດັບນໍ້າຫຼຸດລົງສູ່ສະພາບປົກກະຕິ; ຄາດຄະເນຜົນເສຍຫາຍຈາກໄພພິບັດນໍ້າຖ້ວມ ທັງໝົດ 8 ຕື້ກວ່າກີບ;
ໂອກາດດັ່ງກ່າວ ທ່ານປະທານສະພາປະຊາຊົນແຂວງ ໄດ້ຢື່ຢາມຖາມຂ່າວ ແລະ ໃຫ້ທິດຊີ້ນໍາ ກ່ອນອື່ນທ່ານໄດ້ສະແດງຄວາມເປັນຫ່ວງເປັນໄຍ ຕໍ່ກັບເຫດການທາງໄພພິບັດທໍາມະຊາດທີ່ເກີດຂຶ້ນເຮັດໃຫ້ມີຜົນກະທົບຢ່າງໝັກໜ່ວງຕໍ່ພໍ່ແມ່ປະຊາຊົນຊາວເມືອງຄົງເຊໂດນໃນຄັ້ງນີ້, ພ້ອມທັງ ຊີ້ນໍາຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ສືບຕໍ່ລົງຕິດຕາມ ແລະ ເກັບກໍາຂໍ້ມູນ ບ້ານເຮືອນຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມ ລະດົມກໍາລັງໃຫ້ການຊ່ວຍເຫຼືອ ແລະ ນໍາເຄື່ອງຊ່ວຍເຫຼືອທີ່ນໍາມາມອບໃນຄັ້ງນີ້ ມອບໃຫ້ຄອບຄົວທີ່ໄດ້ຮັບຜົນກະທົບ;
ພາບ-ຂ່າວ: ດີລໍາພົນ ພົມມະຈັນ