ຮ່າງກົດໝາຍສັງຄົມສົງເຄາະ ນຳເຂົ້າພິຈາລະນາໃນກອງປະຊຸມ ສພຊ

ມ.ຖ. 17, 2025 | SlideMobile, ຂ່າວກອງປະຊຸມ, ຂ່າວເດັ່ນ

(ສພຊ) – ຕອນເຊົ້າວັນທີ 17 ມິຖຸນາ 2025 ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ໂດຍການເປັນປະທານຂອງທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ທ່ານ ນາງ ແກ້ວ ຈັນທະມີໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຂຶ້ນລາຍງານກ່ຽວກັບເຫດຜົນ ແລະ ຄວາມຈຳເປັນໃນການສ້າງຮ່າງກົດໝາຍວ່າດ້ວຍສັງຄົມສົງເຄາະ (ສ້າງໃໝ) ເຊິ່ງຮ່າງກົດໝາຍສະບັບດັ່ງກ່າວ ໄດ້ນຳເຂົ້າໃນແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2021-2025) ຂອງ ສພຊ ຊຸດທີ IX ກໍຄືແຜນການສ້າງ ແລະ ປັບປຸງກົດໝາຍຂອງກະຊວງ ຮສສ 5 ປີ (2021-2025).
ທ່ານ ນາງ ແກ້ວ ຈັນທະມີໄຊ ກ່າວວ່າ: ໃນໄລຍະຜ່ານມາ, ການໃຫ້ການຊ່ວຍເຫຼືອ, ການບໍລິການທາງດ້ານວັດຖຸ ແລະ ຈິດໃຈ, ແລະ ການພັດທະນາ ຕໍ່ປະຊາຊົນກຸ່ມເປົ້າໝາຍສັງຄົມສົງເຄາະ ຍັງບໍ່ທັນຕອບສະໜອງກັບຄວາມຕ້ອງການໃນການດຳລົງຊີວິດທີ່ຈຳເປັນຂັ້ນພື້ນຖານ; ກົນໄກການປະສານງານ, ຄວາມຮັບຜິດຊອບຂອງຂະແໜງການ ແລະ ທ້ອງຖິ່ນ ລວມທັງການມີສ່ວນຮ່ວມຂອງສັງຄົມໃນວຽກສັງຄົມສົງເຄາະ ຍັງຈຳກັດ, ບໍ່ລວມສູນ ເຮັດໃຫ້ການຕິດຕາມ-ຄຸ້ມຄອງການຊ່ວຍເຫຼືອສັງຄົມສົງເຄາະ ຍັງບໍ່ເປັນລະບົບ. ພ້ອມກັນນັ້ນ, ການຊ່ວຍເຫຼືອ, ການບໍລິການຕ່າງໆ ຕໍ່ປະຊາຊົນກຸ່ມເປົ້າໝາຍ ຍັງແມ່ນລັກສະນະເປັນການຊ່ວຍເຫຼືອບັນເທົາທຸກສຸກເສີນເທົ່ານັ້ນ; ສ່ວນດ້ານການບໍລິການ ແລະ ການພັດທະນາເປົ້າໝາຍ ດ້ວຍການໃຫ້ຄຳປຶກສາ, ຄໍາແນະນໍາທັກສະການດຳລົງຊີວິດໃນເວລາທີ່ມີການປະເຊີນກັບບັນຫາຕ່າງໆທີ່ເກີດຂຶ້ນ ແມ່ນຍັງເຮັດໄດ້ໜ້ອຍ ອັນເນື່ອງຈາກນັກວິຊາການ ລວມທັງຄວາມເຂົ້າໃຈຂອງສັງຄົມ ແລະ ການສະໜອງງົບປະມານເຂົ້າໃສ່ວຽກສັງຄົມສົງເຄາະນີ້ ຍັງຈຳກັດ.
ທ່ານຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່າວອີກວ່າ: ຫາກກົດໝາຍສະບັບນີ້ ຖືກຮັບຮອງ ແລະ ປະກາດໃຊ້ ຄາດວ່າຈະເຮັດໃຫ້ມີເຄື່ອງມືການຄຸ້ມຄອງວຽກສັງຄົມສົງເຄາະ ທີ່ມີຜົນບັງຄັບໃຊ້ທົ່ວໄປຢ່າງໜັກແໜ້ນ ທັງເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກສັງຄົມສົງເຄາະຢູ່ພາຍໃນ ແລະ ສອດຄ່ອງກັບມາດຕະຖານຂອງພາກພື້ນ ແລະ ສາກົນ; ບັນດາອົງການຈັດຕັ້ງລັດ, ອົງການປົກຄອງທ້ອງຖິ່ນ, ພາກສ່ວນທີ່ເຄື່ອນໄຫວວຽກງານສັງຄົມສົງເຄາະ, ກຸ່ມເປົ້າໝາຍສັງຄົມສົງເຄາະ ມີຄວາມເຂົ້າໃຈ ແລະ ມີສ່ວນຮ່ວມໃນວຽກນີ້ຫຼາຍຂຶ້ນ; ການຈັດສັນງົບປະມານທີ່ເປັນໝາກຜົນຂອງການພັດທະນາ ເຂົ້າໃນວຽກງານສັງຄົມສົງເຄາະ ເປັນລະບົບກວ່າເກົ່າ, ເຊິ່ງຈະເຮັດໃຫ້ກຸ່ມເປົ້າໝາຍໄດ້ຮັບການພັດທະນາຢ່າງເປັນລະບົບ ແລະ ມີຄວາມຍືນຍົງ; ສ້າງຄວາມເຊື່ອໝັ້ນໃຫ້ອົງການຈັດຕັ້ງສາກົນ ຕໍ່ລະ ບົບປົກປ້ອງສັງຄົມ ກໍຄືວຽກງານສັງຄົມສົງເຄາະ, ການຮຽນ-ການສອນ ໃນການສ້າງນັກສັງຄົມສົງເຄາະ ດີຂຶ້ນ.
ຈາກນັ້ນ, ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ໄດ້ມີບາງຄຳເຫັນເຈາະຈີ້ມ ແລະ ໃຫ້ທິດຊີ້ນຳໃນການຄົ້ນຄວ້າ, ປະກອບຄຳເຫັນ ເພື່ອເຮັດໃຫ້ຮ່າງກົດໝາຍດັ່ງກ່າວ ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດແທດເໝາະກັບຕົວຈິງ; ບັນດາທ່ານສະມາຊິກສະພາແຫ່ງຊາດ ກໍໄດ້ຜັດປ່ຽນກັນປະກອບຄຳຄິດເຫັນຢ່າງມີຈຸດສຸມ.
(ກົງທະນູຄຳ ພິພັດເສລີ)