(ສພຊ) – ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ເມື່ອວັນພະຫັດທີ 12 ມິຖຸນາຜ່ານມາ ໂດຍການເປັນປະທານຂອງທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ; ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ລາຍງານກ່ຽວກັບນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່ ເຊິ່ງທ່ານໃຫ້ຮູ້ວ່າ: ໃນປັດຈຸບັນ, ການກໍ່ສ້າງ ແລະ ສ້ອມແປງທາງ ຍັງບໍ່ທັນຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາໃນໄລຍະໃໝ່; ຄຸນນະພາບຂອງທາງໃນການເຊື່ອມໂຍງ-ເຊື່ອມຈອດພາຍໃນ ແລະ ພາກພື້ນ, ຖ້າສົມທຽບໃສ່ບັນດາປະເທດເພື່ອນບ້ານ ຍັງບໍ່ທັນພັດທະນາໄດ້ດີເທົ່າທີ່ຄວນ ແລະ ສັງຄົມກໍໃຫ້ຄວາມສົນໃຈຫຼາຍ. ດັ່ງນັ້ນ, ເພື່ອເລັ່ງການກໍ່ສ້າງ, ຍົກລະດັບ, ບູລະນະຮັກສາ ແລະ ສ້ອມແປງເສັ້ນທາງໃຫ້ໄດ້ໄວ ແລະ ມີຄຸນນະພາບດີຂຶ້ນກວ່າເກົ່າ ລັດຖະບານໄດ້ລົງເລິກຄົ້ນຄວ້າ: 1) ນະໂຍບາຍພາສີ-ອາກອນ ແລະ ນະໂຍບາຍອື່ນໆທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ຕົ້ນທຶນກໍ່ສ້າງທາງຫຼຸດລົງ; 2) ສຶກສາເບິ່ງຜົນກະທົບຕໍ່ການຈັດເກັບແຫຼ່ງລາຍຮັບງົບປະມານ ແລະ ດ້ານອື່ນໆ; 3) ຄົ້ນຄວ້າວິທີການ ແລະ ມາດຕະການຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົນ, ສາ ມາດຕິດຕາມ ແລະ ກວດກາໄດ້.
ໃນໄລຍະຜ່ານມາ, ເຖິງວ່າລັດຖະບານໄດ້ພະຍາຍາມ ແລະ ສຸມໃສ່ຢ່າງຕັ້ງໜ້າ ໃນການພັດທະນາທາງຫຼວງ ແຕ່ເສັ້ນທາງເບຕົງ, ປູຢາງຂົ້ວ ແລະ ປູຢາງ ກວມເອົາພຽງແຕ່ 23.69% ຂອງລວງຍາວທັງໝົດ ສ່ວນທີ່ເຫຼືອ 76.25% ເປັນເສັ້ນທາງປູຫີນແຮ່ ແລະ ທາງດິນແດງ; ຂະນະດຽວກັນ, ທາງຫຼວງທີ່ສາມາດຮັບນໍ້າໜັກໄດ້ 11 ໂຕນ/ເພົາ ແມ່ນຍັງມີຄວາມຍາວໜ້ອຍຫຼາຍ. ສໍາລັບໄລຍະປີ 2026-2030 ຕາມແຜນພັດທະນາຂອງຂະແໜງການ ຍທຂ ຈະສືບຕໍ່ສຸມໃສ່ການບູລະນະຮັກສາ, ສ້ອມແປງ ແລະ ປັບປຸງຍົກລະດັບບັນດາທາງຫຼວງແຫ່ງຊາດທີ່ເປັນເສັ້ນທາງຫຼວງອາຊຽນ ເພີ່ມຕື່ມ 439 ກມ ທີ່ນອນໃນທາງຫຼວງແຫ່ງຊາດເລກ 2E ແລະ 2W (ຜົ້ງສາລີ, ອຸດົມໄຊ ແລະ ໄຊຍະບູລີ), ທາງເລກ 12 (ຄໍາມ່ວນ), ບາງຕອນທາງ 13 ໃຕ້ (ນະຄອນຫຼວງວຽງຈັນ ແລະ ບໍລິຄໍາໄຊ) ເພື່ອໃຫ້ສາມາດຮັບນໍ້າໜັກໄດ້ 11 ໂຕນ/ເພົາ ໂດຍໄດ້ສຸມໃສ່ລະດົມຂົນຂວາຍແຫຼ່ງທຶນຈາກບັນດາຄູ່ຮ່ວມພັດທະນາ (ODA) ແລະ ພາກເອກະຊົນ; ປັດຈຸບັນ, ມີວິສາຫະກິດຈໍານວນໜຶ່ງມີຄວາມສົນໃຈສະເໜີລົງທຶນຍົກລະດັບ, ບູລະນະຮັກສາ ແລະ ສ້ອມແປງທາງຫຼວງແຫ່ງຊາດຈໍານວນໜຶ່ງ ເຊິ່ງຢູ່ໃນຂັ້ນຕອນການຄົ້ນຄວ້າ ແລະ ກະກຽມ ໂດຍຈະນໍາໃຊ້ຮູບແບບປະສົມປະສານສັນຍາຍົກລະດັບ, ບູລະນະຮັກສາ ແລະ ສ້ອມແປງທາງເປັນເວລາຫຼາຍປີ ພ້ອມທັງພາກລັດເປັນຜູ້ເກັບເງິນເພື່ອຊຳລະໃຫ້ຜູ້ຮັບເໝົາ ໂດຍກຳນົດການເກັບເງິນຈາກປະເພດພາຫະນະທີ່ກຳນົດໄວ້.
ກະຊວງ ຍທຂ ສົມທົບກັບພາກສ່ວນກ່ຽວຂ້ອງ ໄດ້ຄົ້ນຄວ້າເປັນເອກະພາບນໍາສະເໜີເພື່ອໃຫ້ ສພຊ ພິຈາລະນາກໍລະນີມີການຫຼຸດຜ່ອນບັນດາພາສີ, ອາກອນ ແລະ ພັນທະຕ່າງໆ ເຊັ່ນ: ພາສີ, ອາກອນນໍາເຂົ້າຂອງວັດສະດຸກໍ່ສ້າງ ແລະ ກົນຈັກ; ອາກອນມູນຄ່າເພີ່ມຂອງໂຄງການ ແລະ ຄ່າຊັບພະຍາກອນທຳມະຊາດ ເຊິ່ງຈະເຮັດໃຫ້ມູນຄ່າຂອງໂຄງການຫຼຸດລົງໂດຍປະມານ 17.43% (ການຄິດໄລ່ຂຶ້ນກັບທີ່ຕັ້ງ, ພື້ນທີ່, ລາຍການໜ້າວຽກຂອງໂຄງການ) ສໍາລັບພາສີ, ອາກອນນໍາເຂົ້ານໍ້າມັນເຊື້ອໄຟ ແມ່ນບໍ່ໄດ້ຫຼຸດຜ່ອນການປະຕິບັດບາງມາດຕາຂອງກົດໝາຍ.
ພາຍຫຼັງໄດ້ຮັບການພິຈາລະນາຮັບຮອງຈາກ ສພຊ, ລັດຖະບານຈະກຳນົດກົນໄກ ແລະ ວິທີການຈັດຕັ້ງປະຕິບັດໃນການເຮັດທົດລອງໃນໄລຍະ 2-3 ປີ, ຈາກນັ້ນ ຈະປະເມີນຄືນເພື່ອເປັນພື້ນຖານໃນການປັບປຸງ ຫຼື ສ້າງນິຕິກຳຕ່າງໆ; ການປະຕິບັດໂຄງການ ແມ່ນເຮັດເປັນຮູບແບບປະສົມປະສານສັນຍາຟື້ນຟູ, ຍົກລະດັບ, ບູລະນະຮັກສາ ແລະ ສ້ອມແປງທາງເປັນເວລາຫຼາຍປີ ແລະ ການເກັບຄ່າຜ່ານທາງຕາມເສັ້ນທາງດັ່ງກ່າວ ໂດຍແມ່ນພາກລັດເປັນຜູ້ເກັບຄ່າຜ່ານທາງເຂົ້າກອງທຶນທາງ ເພື່ອນໍາໃຊ້ເຂົ້າໃນການບູລະນະຮັກສາ, ສ້ອມແປງ ແລະ ຕໍ່ອາຍຸເສັ້ນທາງນັ້ນ; ຈັດລຽງບຸລິມະສິດຂອງໂຄງການທີ່ຈະໄດ້ຮັບນະໂຍບາຍຊຸກຍູ້ສົ່ງເສີມ, ເລືອກເອົາໂຄງການທີ່ເປັນເປົ້າໝາຍເຮັດທົດລອງ ໂດຍສະເພາະແມ່ນທາງຫຼວງແຫ່ງຊາດທີ່ມີການເປ່ເພໜັກໜ່ວງ, ມີການຂົນສົ່ງໂດຍສານ ແລະ ສິນຄ້າຈໍານວນຫຼາຍ ເພື່ອດໍາເນີນການຟື້ນຟູ, ຍົກລະດັບ, ບູລະນະຮັກສາ ແລະ ສ້ອມແປງ; ສໍາລັບໂຄງການລົງທຶນໃນຮູບແບບ BOT ທີ່ຈະໄດ້ຮັບນະໂຍບາຍຊຸກຍູ້ສົ່ງເສີມ ເພື່ອຫຼຸດຜ່ອນການປະຕິບັດບາງມາດຕາຂອງກົດໝາຍ, ສະເໜີພິຈາລະນາເປັນແຕ່ລະກໍລະນີສະເພາະຂອງແຕ່ລະໂຄງການ; ດໍາເນີນການສໍາຫຼວດອອກແບບ, ເກັບກຳຂໍ້ມູນ, ປະເມີນມູນຄ່າ ແລະ ດໍາເນີນການຈັດຊື້-ຈັດຈ້າງ ເອົາບໍລິສັດຜູ້ຮັບເໝົາກໍ່ສ້າງທີ່ມີເງື່ອນໄຂ ແລະ ທີ່ປຶກສາ ເຂົ້າມາຈັດຕັ້ງປະຕິບັດໂຄງການ; ດໍາເນີນການຈັດຕັ້ງປະຕິບັດໂຄງການ ແລະ ເຮັດການກວດກາ, ປະເມີນຜົນ, ສະຫຼຸບຕີລາຄາດ້ານດີ, ດ້ານອ່ອນ; ຊຸກຍູ້ສົ່ງເສີມພາກທຸລະກິດ ເຂົ້າຮ່ວມໃນການພັດທະນາທາງຫຼວງ ທັງເປັນການສ້າງຄວາມເຂັ້ມແຂງພາຍໃນ ກໍຄືການປະຕິບັດມະຕິວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່; ຂະແໜງການທີ່ກ່ຽວຂ້ອງຕ້ອງປະຕິບັດຕາມພາລະບົດບາດຂອງຕົນຢ່າງເຂັ້ມງວດ; ສໍາລັບການນໍາເຂົ້າ ແລະ ການຊື້ຢູ່ພາຍໃນຕ່າງໆ ແມ່ນບໍ່ໃຫ້ຫຼຸດຜ່ອນພາສີ-ອາກອນ, ໃຫ້ປະຕິບັດຕາມກົດໝາຍກ່ອນ, ຈາກນັ້ນຈຶ່ງປະກອບເອກະສານເພື່ອຂໍເງິນຄືນບົນພື້ນຖານການໃຫ້ນະໂຍບາຍຫຼຸດຜ່ອນຕາມຫຼັງ.
ທ່ານລັດຖະມົນຕີໄດ້ສະເໜີສະພາແຫ່ງຊາດ ພິຈາລະນາໃຫ້ມີການເຮັດທົດລອງໂຄງການເປົ້າໝາຍຟື້ນຟູທາງຫຼວງແຫ່ງຊາດ ເປັນຕົ້ນ: 1) ທາງ 13 ເໜືອ ເລີ່ມແຕ່ເມືອງວັງວຽງ-ເມືອງກາສີ ແຂວງວຽງຈັນ – ເມືອງພູຄູນ-ເມືອງຊຽງເງິນ-ນະຄອນຫຼວງພະບາງ-ສາມແຍກປາກມອງ ເມືອງນໍ້າບາກ ແຂວງຫຼວງພະບາງ; 2) ທາງເລກ 4 ເລີ່ມຈາກສາມແຍກ ເມືອງຊຽງເງິນ-ເມືອງນານ ແຂວງຫຼວງພະບາງ – ເມືອງໄຊຍະບູລີ-ເມືອງປາກລາຍ-ເມືອງແກ່ນທ້າວ ແຂວງໄຊຍະບູລີ; 3) ທາງເລກ 8 ເລີ່ມຈາກສາມແຍກ 13 ໃຕ້ ບ້ານວຽງຄໍາ ເມືອງປາກກະດິງ-ຊາຍແດນ ລາວ-ຫວຽດນາມ ເມືອງຄໍາເກີດ ແຂວງບໍລິຄໍາໄຊ; 4) ທາງເລກ 9 ເລີ່ມແຕ່ວົງວຽນໄດໂນເສົາ ນະຄອນໄກສອນພົມວິຫານ-ເຊໂນ-ຊາຍແດນ ລາວ-ຫວຽດນາມ ເມືອງເຊໂປນ ແຂວງສະຫວັນນະເຂດ ແລະ 5) ທາງເລກ 22 ເລີ່ມແຕ່ແຍກທາງເລກ 13 ເໜືອ ເມືອງກາສີ ແຂວງວຽງຈັນ – ສາມແຍກບ້ານປົ່ງດົງ ເມືອງນານ ແຂວງຫຼວງພະບາງ.